DIP: 021 213470-148 | IP Service Center: 021 218710
Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ

ກຊປ ລົງສົ່ງເສີມ ຜະລິດຕະພັນ ທີ່ມີທ່າແຮງ ເປັນສິນຄ້າຖິ່ນກຳເນີດ ຢູ່ແຂວງເຊກອງ

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າ​ດ້ວຍສິດ​ທິ​ບັດ ແລະ ອະ​ນຸ​ສິດ​ທິ​ບັດ, ໃນວັນທີ 02 ມິຖຸນາ 2022 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 1, ພາຍໃຕ້ການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນກອງປະຊຸມຄັ້ງນີ້ ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ ສີດາ ຢູຕຣີຈັນທະຈັກ, ຮອງຫົວໜ້າກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ພະນັກງານທີ່ກ່ຽວຂ້ອງຂອງ ກົມຊັບສິນທາງປັນຍາ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອທາບທາມຄໍາຄິດເຫັນຈາກບັນດາຜູ້ເຂົ້າຮ່ວມໃສ່ໃນ ຮ່າງຂໍ້ຕົກລົງ ວ່າ​ດ້ວຍສິດ​ທິ​ບັດ ແລະ ອະ​ນຸ​ສິດ​ທິ​ບັດ, ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງສະບັບນີ້ ມີເນື້ອໃນທີ່ຄົບຖວ້ນສົມບູນຂຶ້ນຕື່ມ, ໃນການກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ສິດທິບັດ ແລະ ອະນຸສິດທິບັດ ເປັນຕົ້ນ ການອອກ ສິດທິບັດ ແລະ ອະນຸສິດທິບັດ, ການດໍາເນີນການຫຼັງການອອກ ​ສິດທິບັດ ແລະ ອະນຸສິດທິບັດ, ການເປັນຜູ້ຕາງໜ້າ ແລະ ອົງການຄຸ້ມຄອງວຽກງານສິດທິບັດ ແລະ ອະນຸສິດທິບັດ ເພື່ອແນໃສ່ຜັນຂະຫຍາຍກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງຊາດ.

ໃນຮ່າງຂໍ້ຕົກລົງສະບັບດັ່ງກ່າວ ປະກອບດ້ວຍ 8 ໝວດ, 44 ມາດຕາ; ໃນໝວດທີ 1 ບົດບັນຍັດທົ່ວໄປ ປະກອບມີ 3 ມາດຕາ; ໝວດທີ 2 ເງື່ອນໄຂ ແລະ ຂັ້ນຕອນການຂໍຮັບສິດທິບັດ ແລະ ອະນຸສິດທິບັດ ປະກອບມີ 10 ມາດຕາ; ໝວດທີ 3 ການພິຈາລະນາຄໍາຮ້ອງຂໍຮັບສິດທິບັດ ແລະ ອະນຸສິດທິບັດ ປະກອບມີ 15 ມາດຕາ; ໝວດ​ ທີ 4 ການດຳເນີນການຫຼັງການອອກ ສິດທິບັດ ຫຼື ອະນຸສິດທິບັດ ປະກອບມີ 7 ມາດຕາ; ໝວດທີ 5 ການ​ເປັນ​ຜູ້ຕາງໜ້າໃນການຂໍຮັບສິດທິບັດ ແລະ ອະນຸສິດທິບັດ ແລະ ດໍາເນີນການອື່ນ ປະກອບມີ 2 ມາດຕາ; ໝວດ​ທີ 6 ການສ້າງສຳນວນ​ເອກະສານຂຶ້ນໃໝ່ ປະກອບມີ 2 ມາດຕາ; ໝວດທີ 7 ການຄຸ້ມຄອງວຽກງານສິດທິບັດ ແລະ ອະນຸສິດທິບັດ ປະກອບມີ 3 ມາດຕາ ແລະ ໝວດທີ 8 ບົດ​ບັນ​ຍັດ​ສຸດ​ທ້າຍ ປະກອບມີ 2 ມາດຕາ.

ແລະ ໃນວັນທີ 03 ມິຖຸນາ 2022, ກົມຊັບສິນທາງປັນຍາ ກໍໄດ້ສືບຕໍ່ຈັດກອງປະຊຸມ ປະກອບຄໍາເຫັນໃສ່ ຮ່າງຂໍ້ຕົກລົງ ວ່າ​ດ້ວຍສິດ​ທິ​ບັດ ແລະ ອະ​ນຸ​ສິດ​ທິ​ບັດ ສໍາລັບພາກສ່ວນທຸລະກິດ ທີ່ຫ້ອງປະຊຸມຊັ້ນ 4, ກົມຊັບສິນທາງປັນຍາ, ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມຊັບສິນທາງປັນຍາ, ໃນກອງປະຊຸມຄັ້ງນີ້ ມີທ່ານ ນ. ສີດາ ຢູຕຣີຈັນທະຈັກ ຮອງຫົວໜ້າກົມຊັບສິນທາງປັນຍາ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ສູນ ຂອງກົມຊັບສິນທາງປັນຍາ, ບັນດາພາກສ່ວນທຸລະກິດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ ກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ ກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ ກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ ກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ ກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ ກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ ກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ ກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ ກອງປະຊຸມ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດ