DIP: 021 213470-148 | IP Service Center: 021 218710
Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ການຮ່ວມມື

ສປປ ລາວ ໄດ້ລົງນາມບົດບັນທຶກຫຼາຍສະບັບກ່ຽວກັບການຮ່ວມມືສອງຝ່າຍດ້ານຊັບສິນທາງປັນຍາ ຊຶ່ງ ມີລາຍລະອຽດດັ່ງນີ້:

ສັນຍາປີຄຳອະທິບາຍເອກະສານ
ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການ ຮ່ວມມືໃນຂົງເຂດຊັບສິນອຸດສາຫະກໍາ ຮ່ວມກັບສຳນັກງານສິດທິບັດ ຍີ່ປຸ່ນ24/5/2015

ເພື່ອເສີມຂະຫຍາຍການຮ່ວມມື ກ່ຽວກັບຊັບສິນອຸດສາຫະກຳ ລະຫວ່າງສອງຝ່າຍ (ລາວ-ຍີ່ປຸ່ນ)

ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ໃນຂົງເຂດຊັບສິນທາງປັນຍາ ຮ່ວມກັບສໍານັກງານຊັບສິນທາງປັນຍາ ຂອງປະເທດສິງກະໂປ.26/8/2015

ເພື່ອການແລກປ່ຽນບົດຮຽນແລະປະສົບການໃນການບໍລິຫານແລະການຈົດທະບຽນຊັບສິນທາງປັນຍາ, ຫລຸດຜ່ອນປະລິມານຂອງວຽກທີ່ຍັງຄ້າງກ່ຽວກັບການພິຈາລະນາການຈົດທະບຽນທາງດ້ານສິດທິບັດແລະ ເຄື່ອງໝາຍການຄ້າ, ຮັບປະກັນຄຸນນະພາບຂອງຂັ້ນ ຕອນການກວດສອບ, ລະບົບໄອທີ, ຂັ້ນຕອນການດໍາເນີນງານ, ການແລກປ່ຽນແລະຄຸ້ມຄອງຖານຂໍ້ມູນ. ການຮັບຮູ້ເອົາສໍານັກງານຊັບສິນທາງປັນຍາຂອງປະເທດສິງກະໂປເປັນອົງການກວດຄົ້ນແລະກວດສອບຄໍາຮ້ອງຂໍຮັບສິດທິບັດເບື້ອງຕົ້ນ ສາກົນ.

ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ຮ່ວມກັບສໍານັກງານຊັບສິນທາງປັນຍາຂອງປະເທດຫວຽດນາມ.7/11/2015

ການສ້າງຄວາມອາດສາມາດໃນການຄຸ້ມຄອງຊັບສິນທາງປັນຍາ, ນະໂຍບາຍ ຊັບສິນອຸດສາຫະກໍາ, ການແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ, ການບໍລິການແລະການຄຸ້ມຄອງການຈົດທະບຽນຊັບສິນທາງປັນຍາດ້ວຍລະບົບອັດຕະໂນມັດ.

ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດ ເຄື່ອງໝາຍການຄ້າແລະຖິ່ນກໍາເນີດຮ່ວມກັບຣາຊະອານາຈັກກໍາປູເຈຍ.7/9/2016

ເພື່ອການແລກປ່ຽນບົດຮຽນທີ່ດີແລະປະສົບການໃນການຄຸ້ມຄອງ,ການຈົດທະບຽນແລະການປົກປ້ອງເຄື່ອງໝາຍການຄ້າແລະຖິ່ນກໍາເນີດພ້ອມທັງເສີມສ້າງຈິດສໍານຶກແລະການສົ່ງເສີມວຽກງານເຄື່ອງໝາຍການຄ້າແລະຖິ່ນກໍາເນີດ.

ໜັງສືສະແດງເຈດຈຳນົງຮ່ວມ ເພື່ອອໍານວຍຄວາມສະດວກໃນການອອກສິດທິບັດສໍາລັບຜູ້ຮ້ອງຂໍຮັບສິທິບັດຂອງ ລາວຮ່ວມກັບສໍານັກງານສິດທິບັດຍີ່ປຸ່ນ5/10/2016

ເພື່ອເລັ່ງລັດການພິຈາລະນາຄຳຮ້ອງຂໍສິດທິບັດສຳລັບຜູ້ຮ້ອງຂໍຮັບສິດທິບັດຂອງລາວ ໂດຍນຳໃຊ້ຜົນການກວດສອບສິດທິບັດຂອງສໍານັກງານສິດທິບັດຍີ່ປຸ່ນ

ແຜນປະຕິບັດງານ ສົກປີ 2016-2017 ບົນພື້ນຖານ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດ ເຄື່ອງໝາຍການຄ້າ ແລະ ຖິ່ນກໍາເນີດ ຮ່ວມກັບຣາຊະອານາຈັກກໍາປູເຈຍ.26/10/2016

ເພື່ອຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂອບເຂດເຄື່ອງໝາຍການຄ້າ ແລະ ຖິ່ນກຳເນີດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ.

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດວຽກງານຊັບສິນທາງປັນຍາ ລະຫວ່າງກົມຊັບສິນທາງປັນຍາ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ກົມຊັບສິນທາງປັນຍາ, ກະຊວງການຄ້າແຫ່ງຣາຊະອານາຈັກໄທ15/9/2017

ເພື່ອສົ່ງເສີມ ແລະ ພັດທະນາລະບົບຊັບສິນທາງປັນຍາ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ

ບົດບັນທຶກຄວາມເຂົ້າໃຈໃນຂົງເຂດຖິ່ນກຳເນີດ ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ສຳນັກງານຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ;4/2/2018

ເພື່ອການແລກປ່ຽນບົດຮຽນທີ່ດີ ແລະ ປະສົບການໃນການຄຸ້ມຄອງ,ການຈົດທະບຽນ ແລະ ການປົກປ້ອງ ຖິ່ນກໍາເນີດ

ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ສຳນັກງານຊັບສິນທາງປັນຍາ ແຫ່ງ ສປ ຈີນ2/4/2018

ເພື່ອສ້າງຂອບການຮ່ວມມືສອງຝ່າຍ ໃນການເພີ່ມທະວີ ການແລກປ່ຽນ ບົດຮຽນທາງດ້ານຊັບສິນທາງປັນຍາ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາໂຄງການ ແລະ ກິດຈະກໍາຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ ກ່ຽວກັບ ນະວັດຕະກຳ ແລະ ການສ້າງສັນ, ການນໍາໃຊ້, ການປົກປ້ອງ ແລະ ການຄຸ້ມຄອງຊັບສິນທາງປັນຍາ


ສປປ ລາວ ໄດ້ລົງນາມໃນສັນຍາລະດັບພາກພື້ນຫລາຍສະບັບກ່ຽວກັບການຮ່ວມມືດ້ານຊັບສິນທາງປັນຍາ ຊຶ່ງມີລາຍລະອຽດດັ່ງນີ້:

ສັນຍາປີຄຳອະທິບາຍເອກະສານ
ຖະແຫລງການຂອງປະຊາຄົມບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ (ອາຊຽນ) ເດືອນສິງຫາ1967.7/1997

ອົງການຈັດຕັ້ງລະຫວ່າງລັດຖະບານຂອງ 10 ປະເທດໃນອາຊີຕາເວັນອອກສຽງໃຕ້ເພື່ອສົ່ງເສີມ, ແລະ ອໍານວຍຄວາມສະດວກ ໃນການເຊື່ອມໂຍງການຮ່ວມມືທາງດ້ານເສດຖະກິດ, ການເມືອງ, ການທະຫານ, ການສຶກສາ ແລະ ວັດທະນະທໍາ.

ໜ່ວຍງານຮ່ວມມືທາງດ້ານຊັບສິນທາງປັນຍາອາຊຽນ(AWGIPC)7/1997

ເພື່ອສົ່ງເສີມແລະອໍານວຍຄວາມສະດວກການຮ່ວມມືກ່ຽວກັບຊັບສິນທາງປັນຍາໃນລະດັບພາກພື້ນອາຊຽນ.

ສັນຍາວ່າດ້ວຍການຄ້າເສລີ ລະຫວ່າງອາຊຽນ-ອົດສະຕຣາລີແລະນິວຊີແລນ (AANZFTA)1/2011

ເພື່ອຊຸກຍູ້ສົ່ງເສີມ ການຮ່ວມມືທາງດ້ານຊັບສິນທາງປັນຍາ ລະຫວ່າງອາຊຽນ-ອົດສະຕຣາລີແລະນິວຊີແລນ

ແຜນປະຕິບັດງານດ້ານຊັບສິນທາງປັນຍາອາຊຽນ2016-2025.11/2015

ກອບການຮ່ວມມືທາງດ້ານຊັບສິນທາງປັນຍາອາຊຽນໄລຍະ 10 ປີເພື່ອອໍານວຍຄວາມສະດວກ ໃນການຮ່ວມມືແລະການເຊື່ອມໂຍງເພື່ອປະກອບສ່ວນໃຫ້ບັນລຸເປົ້າໝາຍຂອງການສ້າງຕັ້ງປະຊາຄົມເສດຖະກິດອາຊຽນໃນປີ 2025.

ການຮ່ວມມືທາງດ້ານເສດຖະກິດຮອບດ້ານໃນພາກພື້ນ(RCEP)ຍັງຢູ່ໃນຂັ້ນຕອນ ເຈລະຈາ

ເພື່ອໃຫ້ບັນລຸສັນຍາວ່າດ້ວຍການຮ່ວມມືທາງດ້ານເສດຖະກິດຮອບດ້ານທີ່ມີຄຸນນະພາບສູງໃນພາກພື້ນໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ລະຫວ່າງອາຊຽນ-ອົດສະຕຣາລີແລະນິວຊີແລນ, ອິນເດຍ, ສ.ເກົາຫລີ, ສປ.ຈີນ, ຍີ່ປຸ່ນທີ່ລວມເອົາການຄ້າທາງດ້ານສິນຄ້າ ແລະ ບໍລິການ,ການລົງທຶນ, ການຮ່ວມມືທາງດ້ານເສດຖະກິດແລະວິຊາການ, ຊັບສິນທາງປັນຍາ, ການແຂ່ງຂັນ, ການຄ້າຜ່ານທາງອີເລັກໂຕຣນິກ,ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແລະບັນຫາອື່ນໆ.

ບົດບັນທຶກການຮ່ວມມືວ່າດ້ວຍການຮ່ວມມືແບບຮອບດ້ານໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ສຳນັກງານຊັບສິນທາງປັນຍາອາຊຽນ ແລະ ສຳນັກງານຊັບສິນທາງປັນຍາ ສ. ເກົາຫລີ.

ເພື່ອສ້າງຂອບການຮ່ວມມືແນໃສ່ສົ່ງເສີມການພັດທະນາລະບົບຊັບສິນທາງປັນຍາຂອງສອງຝ່າຍ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດໃຫ້ຂະຫຍາຍຕົວ ລະຫວ່າງອາຊຽນ ແລະ ສ.ເກົາຫຼີ.


ສປປ ລາວ ໄດ້ລົງນາມສັນຍາສາກົນຫລາຍສະບັບກ່ຽວກັບຊັບສິນທາງປັນຍາ ຊຶ່ງສາມາດສະຫລຸບໄດ້ດັ່ງຕາຕະລາງລຸ່ມນີ້:

ສັນຍາປີຄຳອະທິບາຍເອກະສານ
ສົນທິສັນຍາລິຂະສິດສາກົນ (UCC)8/1954

ແມ່ນສັນຍາສາກົນທີ່ສະໜັບສະໜູນການແຈ້ງຜົນງານລິຂະສິດ.

ສົນທິສັນຍາວ່າດ້ວຍການສ້າງຕັ້ງອົງການຊັບສິນທາງປັນຍາໂລກ (WIPO)1/1995

WIPOແມ່ນໜຶ່ງໃນບັນດາອົງການສະເພາະດ້ານຂອງສະຫະປະຊາຊາດຮັບຜິດຊອບກ່ຽວກັບວຽກງານຊັບສິນທາງປັນຍາ.

ສົນທິສັນຍາປາຣີວ່າດ້ວຍການປົກປ້ອງຊັບສິນອຸດສາຫະກໍາ10/1998

ແມ່ນສົນທິສັນຍາສາກົນທໍາອິດທີ່ໃຫ້ການປົກປ້ອງສິດຕໍ່ຊັບສິນອຸດສາຫະກໍາ.

ສົນທິສັນຍາວ່າດ້ວຍການຮ່ວມມືທາງດ້ານສິດທິບັດ (PCT)6/2006

ແມ່ນສົນທິສັນຍາສາກົນເພື່ອການຈົດທະບຽນສາກົນກ່ຽວກັບສິດທິບັດຊຶ່ງເຮັດໃຫ້ຜູ້ຮ້ອງຂໍສິດທິບັດໄດ້ຮັບຄວາມສະດວກ, ປະຢັດເວລາແລະປະຢັດຄ່າໃຊ້ຈ່າຍ.

ສົນທິສັນຍາເບີນວ່າດ້ວຍການປົກປ້ອງຜົນງານທາງດ້ານວັນນະກໍາແລະສິລະປະກໍາ3/2012

ແມ່ນສົນທິສັນຍາສາກົນທໍາອິດທີ່ໃຫ້ການປົກປ້ອງລິຂະສິດ.

ສັນຍາວ່າດ້ວຍການສ້າງຕັ້ງອົງການການຄ້າໂລກ(WTO)2/2013

WTO ແມ່ນອົງການຈັດຕັ້ງສາກົນທີ່ເຮັດວຽກກ່ຽວກັບການຄ້າ.

ສັນຍາວ່າດ້ວຍການຄ້າທີ່ຕິດພັນກັບສິດຕໍ່ຊັບສິນທາງປັນຍາ. (TRIPS)2/2013

ແມ່ນໜຶ່ງໃນບັນດາສັນຍາຂອງອົງການ WTO ທີ່ກໍານົດມາດຕະຖານຂັ້ນຕໍ່າກ່ຽວກັບສິດຕໍ່ຊັບສິນທາງປັນຍາ.

ອະນຸສັນຍາທີ່ຕິດພັນກັບສັນຍາມາດຣິດວ່າດ້ວຍການຈົດທະບຽນສາກົນກ່ຽວກັບເຄື່ອງໝາຍ. (MADRID PROTOCOL)3/2016

ແມ່ນສົນທິສັນຍາສາກົນ ທີ່ອໍານວຍຄວາມສະດວກໃນການຈົດທະບຽນສາກົນກ່ຽວກັບເຄື່ອງໝາຍໄດ້ຮັບຄວາມສະດວກ, ປະຢັດເວລາແລະປະຢັດຄ່າໃຊ້ຈ່າຍ.

ສັນຍາວ່າດ້ວຍການສ້າງຕັ້ງສູນສະໜອງຂໍ້ມູນຂ່າວສານທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອົງການຊັບສິນທາງປັນຍາໂລກ6/10/2017

ເພື່ອສົ່ງເສີມການພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ ໂດຍຜ່ານການສ້າງເຄື່ອຂ່າຍ TISC ໃນ ສປປ ລາວ