DIP: 021 213470-148 | IP Service Center: 021 218710
Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກົມຊັບສິນທາງປັນຍາ ຈັດກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ຢູ່ພາກເໜືອ ແຂວງຫຼວງພະບາງ

ຈັດກອງປະຊຸມ ທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ຢູ່ພາກເໜືອ ທີ່ແຂວງ ຫຼວງພະບາງ

ໃນລະຫວ່າງວັນທີ 22-23 ພຶດສະພາ 2023, ກົມຊັບສິນທາງປັນຍາ(ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມ ທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ຢູ່ພາກເໜືອ ທີ່ແຂວງ ຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າ ກົມຊັບສິນທາງປັນຍາ, ພ້ອມດ້ວຍຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ຫ້ອງການ, ບັນດາກະຊວງອ້ອມຂ້າງ ເປັນຕົ້ນ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງຍຸຕິທຳ ແລະ ຂະແໜງການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແມ່ນດໍາເນີນເປັນເວລາ 02 ວັນ, ມີຜູ້ເຂົ້າຮ່ວມ ຈໍານວນ 90 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນໜຶ່ງໃນແຜນການຈັດຕັ້ງປະຕິບັດປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ໂດຍການທາບທາມຄໍາເຫັນໃສ່ຮ່າງປັບປຸງກົດໝາຍດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນມີຄວາມຖືກຕ້ອງ, ສອດຄ່ອງ ແລະ ສົມບູນຍິ່ງຂຶ້ນ.

ໃນໂອກາດນີ້ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າ ກົມຊັບສິນທາງປັນຍາ ກຊ ອຄ, ໃຫ້ຮູ້ວ່າ: ຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບນີ້ ແມ່ນໄດ້ປັບປຸງ ພາກພັນພືດ, ລິຂະສິດ, ແບບອຸດສາຫະກຳ ແລະ ການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ, ການແບ່ງຂັ້ນຄຸ້ມຄອງຈາກສູນກາງລົງສູ່ທ້ອງຖິ່ນ, ປັບບາງປະໂຫຍກ ຄໍາສັບ ແລະ ຮຽບຮຽງຄືນໃຫມ່ ເພື່ອໃຫ້ເຂົ້າໃຈງ່າຍ ແຕ່ຮັກສາຄວາມໝາຍເດີມຂອງກົດໝາຍ, ປັບປຸງຊື່ກະຊວງ ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນ ກະຊວງ ອຸດສາະກຳ ແລະ ການຄ້າ; ປັບປຸງບາງຈຸດເພື່ອເຮັດໃຫ້ການຈົດ​ທະບຽນ​ຊັບ​ສິນ​ອຸດສາຫະກໍາ, ພັນ​ພືດ​ໃໝ່, ການ​ແຈ້ງ​ຂໍ້​ມູນ​ລິ​ຂະ​ສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ທັນສະໄໝ ແລະ ສອດຄ່ອງກັບລະບົບການ​ຈົດ​ທະບຽນສາກົນ, ການ​ແກ້​ໄຂ​ທາງດ້ານບໍລິຫານກ່ຽວກັບການລະເມີດຊັບສິນທາງປັນຍາ ໃຫ້ເປັນຮູບປະທໍາ ແລະ ຊັດເຈນຂື້ນ.

ຄະນະປະທານ ຍັງໄດ້ຮຽກຮ້ອງ ຕໍ່ບັນດາ ຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ຜູ້ທີ່ເຂົ້າຮ່ວມກອງປະຊຸມ ເອົາໃຈໃສ່ ຄົ້ນຄວ້າ, ປະກອບຄຳຄິດຄໍາເຫັນໃສ່ ຮ່າງປັບປຸງກົດໝາຍຊັບສິນທາງປັນຍາ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບລະບຽບການສ້າງນິຕິກຳ ຂອງ ສ ປປ ລາວ.ກົມຊັບສິນທາງປັນຍາ ຈັດກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ຢູ່ພາກເໜືອ ແຂວງຫຼວງພະບາງ ກົມຊັບສິນທາງປັນຍາ ຈັດກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ຢູ່ພາກເໜືອ ແຂວງຫຼວງພະບາງ ກົມຊັບສິນທາງປັນຍາ ຈັດກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ຢູ່ພາກເໜືອ ແຂວງຫຼວງພະບາງ ກົມຊັບສິນທາງປັນຍາ ຈັດກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ຢູ່ພາກເໜືອ ແຂວງຫຼວງພະບາງ