DIP: 021 213470-148 | IP Service Center: 021 218710
Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກົມຊັບສິນທາງປັນຍາ ເຜີຍແຜ່ໂຄງການ ເພື່ອຮັບຮອງເອົາໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດຊາກໍແມນ ໃຫ້ແກ່ ແຂວງຜົ້ງສາລີ

ກຊປ ລົງສົ່ງເສີມ ຜະລິດຕະພັນ ທີ່ມີທ່າແຮງ ເປັນສິນຄ້າຖິ່ນກຳເນີດ ຢູ່ແຂວງເຊກອງ

ໃນວັນທີ 01 ທັນວາ 2021 ນີ້ ອໍານາດການປົກຄອງແຂວງຜົ້ງສາລີ ຮ່ວມກັບກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການ ໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດຊາກໍແມນ ຂຶ້ນທີ່ເມືອງຜົ້ງສາລີ ແຂວງຜົ້ງສາລີ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວັນໄຊ ແສນຍອດ, ເຈົ້າເມືອງ ເມືອງຜົ້ງສາລີ ແລະ ທ່ານ ທະນູຄຳ ປິດຈະວົງ, ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ.

ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີບັນດາ ທ່ານ ຮອງຫົວໜ້າຫ້ອງວ່າການແຂວງ ແຂວງຜົ້ງສາລີ, ຫົວໜ້າພະແນກພົວພັນຕ່າງປະເທດ, ຄະນະກຳມະການຖິ່ນກຳເນີດຂອງ ແຂວງຜົ້ງສາລີ, ວິຊາການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ແລະ ຄະນະບໍລິຫານງານຂອງສະມາຄົມສົ່ງເສີມຖິ່ນກໍາເນີດຊາກໍແມນ ເຂົ້າຮ່ວມ ຈຳນວນ 38 ຄົນ. ຊຶ່ງໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດຊາກໍແມນ ແມ່ນໂຄງການທີ່ໄດ້ຮັບການສະໜັບສະໜູນທຶນ ຈາກອົງການພັດທະນາຈາກປະເທດຝຣັ່ງ (AFD) ແລະ ເຕັກນິກວິຊາການຈາກ ອົງການເກຣັກ (GRET).

ໃນໂອກາດນີ້, ທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ໂດຍທ່ານ ໄດ້ກ່າວວ່າ: ການຈົດທະບຽນຖິ່ນກໍາເນີດຊາກໍແມນ ໄດ້ເລີ່ມຂຶ້ນແຕ່ຕົ້ນປີ 2019 ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານ ເຕັກນິກວິຊາການຈາກອົງການອາຫານ ແລະ ກະສິກໍາ (FAO) ແລະ ງົບປະມານຈາກທະນາຄານພັດທະນາອາຊີ (ADB) ໂດຍຜ່ານ ໂຄງການສົ່ງເສີມການສົ່ງອອກຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຜ່ານການພັດທະນາຖິ່ນກຳເນີດ ພາຍໃຕ້ການຄຸ້ມຄອງຂອງກົມສົ່ງເສິມວິສາຫະກິດຂະໝາດນ້ອຍ ແລະ ກາງ. ກົມຊັບສິນທາງປັນຍາ, ອໍານາດການປົກຄອງແຂວງຜົ້ງສາລີ ແລະ ທຸກພາກສ່ວນກ່ຽວຂ້ອງທັງຢູ່ສູນການ ແລະ ທ້ອງຖິ່ນ ໄດ້ຮ່ວມກັນຈັດຕັ້ງປະຕິບັດຫຼາຍ ໜ້າວຽກທີ່ຈໍາເປັນ ສໍາລັບການຈົດທະບຽນຖິ່ນກໍາເນີດຊາກໍແມນ ເປັນຕົ້ນແມ່ນ ການເຕົ້າໂຮມຜູ້ຜະລິດ, ຫົວ ໜ່ວຍການຜະລິດ, ຜູ້ປະກອບການ ຊາກໍແມນ ທີ່ມີຄວາມສະໝັກໃຈເຂົ້າຮ່ວມໃນຂະບວນການຈົດທະບຽນຖິ່ນກໍາເນີດ ແລະ ໄດ້ສ້າງຕັ້ງເປັນສະມາຄົມສົ່ງເສີມຊາກໍແມນຂຶ້ນ ໃນເດືອນ ມັງກອນ 2020. ໄປຄຽງຄູ່ກັບການສ້າງຕັ້ງສະມາຄົມສົ່ງເສີມຊາກໍແມນດັ່ງກ່າວ ຍັງໄດ້ມີການຈັດກອງປະຊຸມປຶກສາຫາລືກັບ ທຸກພາກສ່ວນກ່ຽວຂ້ອງທັງຢູ່ສູນການ ແລະ ທ້ອງຖິ່ນ ແລະ ສະມາຄົມສົ່ງເສີມຊາກໍແມນ ເປັນຈໍານວນຫຼາຍຄັ້ງ ໃນການສ້າງເອກະສານຄຸນລັກສະນະສະເພາະຊາກໍແມນ ແລະ ກົດລະບຽບພາຍໃນຂອງສະມາຄົມ ຈົນສຳເລັດ. ພາຍຫຼັງການສ້າງເອກະສານຄຸນລັກສະນະດັ່ງກ່າວແລ້ວ ຍັງໄດ້ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ສະມາຄົມທາງດ້ານວຽກງານຄຸ້ມຄອງສະມາຄົມ, ກວດກາທຸກຂັ້ນຕອນການຜະລິດ ຈົນຮອດຂັ້ນຕອນການຈໍາໜ່າຍຊາກໍແມນ ເພື່ອສ້າງຄວາມພ້ອມໃຫ້ສະມາຄົມ ໃນການຄຸ້ມຄອງ ແລະ ສົ່ງເສີມຖິ່ນກໍາເນີດຊາກໍແມນ ຊຶ່ງທັງໝົດໜ້າວຽກເຫຼົ່ານີ້ ຕ້ອງໄດ້ມີການຈັດຕັ້ງປະຕິບັດ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂຂອງການໄດ້ຮັບ ໃບຢັ້ງຢືນຖິ່ນກໍາເນີດຈາກ ກົມຊັບສິນທາງປັນຍາ. ພ້ອມນັ້ນ ຍັງໄດ້ສ້າງສາລະຄະດີ ກ່ຽວກັບ ຖິ່ນກໍາເນີດຊາກໍແມນ ເພື່ອໂຄສະນາ ສົ່ງເສີມສິນຄ້າຖິ່ນກຳເນີດຊາກໍແມນ ອີກດ້ວຍ.

ທ່ານ ກ່າວຕື່ມອີກ ວ່າ: ມາຮອດວັນທີ 14 ກັນຍາ 2020, ກົມຊັບສິນທາງປັນຍາ ຈຶ່ງໄດ້ສຳເລັດການອອກໃບຢັ້ງຢືນຖິ່ນກໍາເນີດຊາກໍແມນ ໃຫ້ສະມາຄົມສົ່ງເສີມຊາກໍແມນ. ພາຍຫຼັງສະມາຄົມສົ່ງເສີມຊາກໍແມນ ໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດແລ້ວ, ໂຄງການສົ່ງເສີມການສົ່ງອອກຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຜ່ານການພັດທະນາຖິ່ນກຳເນີດ ກໍໄດ້ສິ້ນສຸດລົງ ໃນທ້າຍປີ 2020, ແຕ່ກໍຍັງມີບາງດ້ານ ທີ່ສະມາຄົມສົ່ງເສີມຊາກໍແມນ ຍັງຕ້ອງໄດ້ຮັບການປັບປຸງ ແລະ ສ້າງຄວາມເຂັ້ມແຂງຕື່ມ. ໂດຍອີງໃສ່ສະພາບດັ່ງກ່າວ ແລະ ຍ້ອນຄວາມເປັນຫວ່ງຂອງການນໍາ ກໍຄື ກົມຊັບສິນທາງປັນຍາ ຈຶ່ງໄດ້ສືບຕໍ່ຍາດແຍ່ງເອົາແຫຼ່ງທຶນ ແລະ ໄດ້ປຶກສາຫາລືກັບອົງການພັດທະນາຈາກປະເທດຝຣັ່ງ (AFD) ເພື່ອວາງແຜນສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ມາຮອດປະຈຸບັນນີ້ ອົງການພັດທະນາຈາກປະເທດຝຣັ່ງ (AFD) ໄດ້ຕົກລົງໃຫ້ການຊ່ວຍເຫຼືອທຶນ ໂດຍຜ່ານການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ຈາກອົງການຄົ້ນຄວ້າ ແລະ ແລກປ່ຽນທາງດ້ານເຕັກໂນໂລຊີ ປະຈຳ ສປປ ລາວ ( ຫຼື ອົງການ ເກຣດ / GRET) ເພື່ອສືບຕໍ່ຊຸກຍູ້ສົ່ງເສີມບັນດາວຽກທີ່ເຫັນວ່າ ຍັງມີຄວາມຈໍາເປັນ ເຊັ່ນ: ການທົບທວນຄືນ ແລະ ປັບປຸງເອກະສານຄຸນລັກສະນະຖິ່ນກໍາເນີດຊາກໍແມນ, ກົດ​ລະ​ບຽບ​ພາຍ​ໃນ​ຂອງ​ສະ​ມາ​ຄົມ ແລະ ສ້າງຄວາມເຂັ້ມແຂງໃຫ້ສະມາຄົມ ທາງດ້ານວຽກງານການກວດກາ, ການຢັ້ງຢືນສິນຄ້າຖິ່ນກໍາເນີດ, ການຂະຫຍາຍສະມາຊິກ ແລະ ການຄຸ້ມຄອງການດໍາເນີນງານຂອງສະມາຄົມ ແນ່ໃສ່ເຮັດໃຫ້ສະມາຊິກຂອງ ສະມາຄົມສົ່ງເສີມຊາກໍແມນ ໄດ້ຮັບຜົນປະໂຫຍດສູງສຸດ ຈາກການນໍາໃຊ້ຖິ່ນກໍາເນີດ.

ໃນໂອກາດກ່າວເປີດກອງປະຊຸມດັ່ງກ່າວ, ທ່ານ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮ່ວມມືກັນ ເພື່ອຊຸກຍູ້ສົ່ງເສີມ ແລະ ​​ພັດ​ທະ​ນາ ຊາກໍແມນ ທີ່ມີເອກະລັກສະເພາະ ທີ່ເປັນໜຶ່ງດຽວໃນໂລກ ແລະ ເປັນຊື່ສຽງຂອງ ແຂວງຜົ້ງສາລີ ຢູ່ແລ້ວນັ້ນ ໃຫ້ກາຍເປັນສິນຄ້າຖິ່ນກໍາເນີດ ທີ່ມີຊື່ສຽງໃນພາກພື້ນ ແລະ ສາກົນ ສາມາດນໍາເອົາຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ ມາສູ່ ສປປ ລາວ ກໍຄື ແຂວງຜົ້ງສາລີ, ຕາມທິດສີຂຽວ ແລະ ຍືນຍົງ.

ຫຼັງຈາກນັ້ນ ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີ ກ່ຽວກັບຄວາມເປັນມາຂອງ ໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດຊາກໍແມນ ພາຍໃຕ້ການຮ່ວມມື ລະຫວ່າງ ກົມຊັບສິນທາງປັນຍາ ກັບ ອົງການແກັຣທ ໂດຍການສະໜັບສະໜູນທາງດ້ານງົບປະມານຂອງ ອົງການພັດທະນາຈາກປະເທດຝຣັງ (AFD); ການປຶກສາຫາລືຮ່ວມກັບແຂວງ ແລະ ເມືອງ ກ່ຽວກັບການຮັບເອົາໂຄງການ ເພື່ອເປັນບ່ອນອີງໃນການຂໍອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ ສໍາລັບ ຈັດຕັ້ງປະຕິບັດໂຄງການ ອີງຕາມຂັ້ນຕອນຂອງກະຊວງການຕ່າງປະເທດ; ການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດ ເພື່ອຜົນປະໂຫຍດລວມໝູ່ຂອງ ສະມາຄົມສົ່ງເສີມຊາກໍແມນ; ການນຳໃຊ້ກາໝາຍຖິ່ນກຳເນີດແຫ່ງຊາດ; ການຕໍ່ໃບທະບຽນຂອງສະມາຄົມ; ທົບທວນຄືນ ກ່ຽວກັບບົດບາດ, ສິດ ແລະ ໜ້າທີ່ຂອງສະມາຄົມ; ໜ້າທີ່ຂອງຄະນະບໍລິຫານງານແຕ່ລະຄົນ ຕໍ່ກັບວຽກງານຖິ່ນກຳເນີດ; ການຮ່ວມມືກັນຂອງພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງວຽກງານຖິ່ນກຳເນີດ; ລະບຽບການກ່ຽວຂ້ອງ, ຂໍ້ຈຳກັດ ແລະ ໂອກາດຕ່າງໆ; ຄວາມຕ້ອງການທີ່ຈຳເປັນ ສຳລັບການປະຕິບັດວຽກງານຂອງສະມາຄົມ ເຊັ່ນ: ອຸປະກອນ, ເຄື່ອງມື ແລະ ການສະໜັບສະໜູນທາງດ້ານການເງິນ, ແຜນກິດຈະກຳ ແລະ ງົບປະມານສຳລັບ ປີ 2021 – 2022 ແລະ ປືກສາຫາລື ກ່ຽວກັບແຜນວຽກຕໍ່ໜ້າ ແລະ ການແບ່ງຄວາມຮັບຜິດຊອບໃນແຕ່ລະໜ້າວຽກ.

ກອງປະຊຸມ ດຳເນີນໄປເປັນເວລາ 1 ວັນ ແລະ ໄດ້ປິດລົງ ດ້ວຍຜົນສໍາເລັດອັນຈົບງາມ.

 

ຮູບພາບ: ພະແນກເຄື່ອງໝາຍການຄ້າ ແລະ ຖິ່ນກຳເນີດ

ບົດຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ກົມຊັບສິນທາງປັນຍາ ເຜີຍແຜ່ໂຄງການ ເພື່ອຮັບຮອງເອົາໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດຊາກໍແມນ ໃຫ້ແກ່ ແຂວງຜົ້ງສາລີ ກົມຊັບສິນທາງປັນຍາ ເຜີຍແຜ່ໂຄງການ ເພື່ອຮັບຮອງເອົາໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດຊາກໍແມນ ໃຫ້ແກ່ ແຂວງຜົ້ງສາລີ ກົມຊັບສິນທາງປັນຍາ ເຜີຍແຜ່ໂຄງການ ເພື່ອຮັບຮອງເອົາໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດຊາກໍແມນ ໃຫ້ແກ່ ແຂວງຜົ້ງສາລີ ກົມຊັບສິນທາງປັນຍາ ເຜີຍແຜ່ໂຄງການ ເພື່ອຮັບຮອງເອົາໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດຊາກໍແມນ ໃຫ້ແກ່ ແຂວງຜົ້ງສາລີ