DIP: 021 213470-148 | IP Service Center: 021 218710
Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ພາລະບົດບາດຂອງກົມ

ພາລະບົດບາດຂອງກົມ

ກົມຊັບສິນທາງປັນຍາ

ພາລະບົດບາດ

          ກົມ​ຊັບ​ສິນ​ທາງ​ປັນຍາ​ ຂຽນ​ຕົວ​ອັກສອນ​ຫຍໍ້​ວ່າ ກຊປ ສັງກັດ​ໃນ​ໂຄງ​ປະກອບ​ກົງຈັກ ຂອງ​ກະຊວງອຸດສາຫະກຳ ແລະ ການຄ້າ, ມີ​ພາລະ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ແກ່ ຄະນະ​ພັກ, ຄະນະ​ນຳກະຊວງ ໃນ​ການ​ຄຸ້ມ​ຄອງ​ມະຫາ​ພາກ ກ່ຽວ​ກັບ​ ວຽກ​ງານ ສິດທິ​ບັດ, ອະນຸ​ສິດທິ​ບັດ, ​ແບບ​ອຸດສາຫະກຳ ເຄື່ອງໝາຍ​ການ​ຄ້າ  ຊື່​ການ​ຄ້າ, ຄວາມ​ລັບ​ທາງ​ການ​ຄ້າ, ​ຖິ່ນກຳ​ເນີ​ດ, ​ແບບ​ຜັງ​ວົງ​ຈອນ​ລວມ, ​ພັນ​ພືດໃໝ່, ລິ​ຂະ​ສິດ ​ແລະ ສິດ​ກ່ຽວ ຂ້ອງ​ກັບ​ລິ​ຂະ​ສິດ, ລວມທັງ​ການ​ສົ່ງ​ເສີມ ​ແລະ ພັດທະນາ, ການບໍລິການ, ການປົກປ້ອງ ແລະ ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງທາງດ້ານ​ຊັບ​ສິນ​ທາງ​ປັນຍາ ​ໃນ​ຂອບ​ເຂດທົ່ວ​ປະ​ເທດ​ຕາມ​ຄວາມ​ຮັບຜິດຊອບ​ຂອງ​ກະຊວງອຸດສາຫະກຳ ແລະ ການຄ້າ.

ວິໄສທັດ

                ຊັບສິນທາງປັນຍາ ເປັນແຮງຊຸກຍູ້ ການພັດທະນາ ນະວັດຕະກໍາ, ເຕັກໂນໂລຊີ, ການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທໍາ ຂອງ ສປປ ລາວ

                 (Intellectual property as a driving force for the development of innovation, technology, socio-economic and culture of Lao PDR)

ພັນທະກິດ

  •      ສົ່ງເສີມການນໍາໃຊ້ວຽກງານຊັບສິນທາງປັນຍາ ກາຍເປັນເຄື່ອງມືທີ່ເອື້ອອຳນວຍໃຫ້ແກ່ການພັດທະນາທຸລະກິດ; (To promote intellectual property as a powerful tool
    to enhance business development;)

  •      ຍົກລະດັບການບໍລິການວຽກງານຊັບສິນທາງປັນຍາ ໃຫ້ທັນສະໄໝແລະ ໂປ່ງໃສ; (To upgrade the intellectual property services as modern and transparent;)
  •      ສົ່ງເສີມຄວາມຮັບຮູ້ ແລະ ສ້າງຂີດຄວາມສາມາດທາງດ້ານຊັບສິນທາງປັນຍາ ໃຫ້ແກ່ ສາທາລະນະຊົນ, ທຸລະກິດ ແລະ ສະຖາບັນການສຶກສາ; (To enhance awareness and capacity on intellectual property for the public, business, and academic institutions;) 

ຄ່ານິຍົມ

  •      ຄວາມເປັນມືອາຊີບ (Professionalism)
  •      ຈັນຍາບັນ (Integrity)
  •      ຄວາມໂປ່ງໃສ (Transparency)
  •      ຄວາມຮັບຜິດຊອບ (Accountability)