ກອງປະຊຸມຝຶກອົບຮົມ ໃນຫົວຂໍ້: ວັນລິຂະສິດ (Copyright Day)
ໃນວັນທີ 24 ພະຈິກ 2023 ຜ່ານມາ, ທີ່ ຫ້ອງປະຊຸມຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ LASCAP, ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້: ວັນລິຂະສິດ (Copyright Day), ໃຫ້ກຽດຂຶ້ນບັນຍາຍ ໃນກອງປະຊຸມຝຶກອົບຮົມໃນຄັ້ງນີ້, ມີທ່ານ ສັນຕິສຸກ ພູນສະຫວັດ, ອະດີດຫົວໜ້າກົມຊັບສິນທາງປັນຍາ, ມີ ທ່ານ ນ. ວິລົມພອນ, ຮອງຫົວໜ້າພະແນກ ລິຂະສິດ, ກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ກົມສິລະປະການສະແດງ, ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ນ. ສຸກພາພອນ ທົງສະຫວັນ, ອໍານວຍການສໍານັກພິມ ສານຝັນອາຄາເດມີ, ທ່ານ ບຸນຫຼາຍ ກວ້າງມະນາວັນ ຜູ້ຈັດການທົ່ວໄປ ບໍລິສັດ



















