DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ພິທີເຊັນບົດບັນທຶກການຮ່ວມມື ວ່າດ້ວຍການອອກສິດທິບັດ ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສໍານັກງານຊັບສິນທາງປັນຍາ ສິງກະໂປ.

     ພິທີເຊັນບົດບັນທຶກການຮ່ວມມື ວ່າດ້ວຍການອອກສິດທິບັດ ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວ​ຕ) ສປປ ລາວ ແລະ ສໍານັກງານຊັບສິນທາງປັນຍາ ສິງກະໂປ (IPOS: Intellectual Property Office of Singapore) ໄດ້ຈັດຂຶ້ນ ໃນລະ​ຫວ່າງກອງປະຊຸມລະດັບຫົວໜ້າສໍານັກງານຊັບສິນທາງປັນຍາ ອາຊຽນ-ເກົາຫຼີ ໃນວັນທີ 27 ພະຈິກ 2019 ທີ່ ນະຄອນຫຼວງເຊອູນ, ປະເທດ ສ.ເກົາຫຼີ.

     ໃນພິ​ທີ​ດັ່ງ​ກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ປອ ສຸຣິອຸດົງ ສູນດາລາ, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ພະນັກງານ-ວິຊາການຈາກທັງສອງຝ່າຍ. ການລົງນາມບົດບັນທຶກການ​ຮ່ວມ​ມືຄັ້ງນີ້, ຕາງໜ້າ ໃຫ້ແກ່ ກົມຊັບສິນທາງປັນຍາ ສ​ປ​ປ ລາວ ແມ່ນ ທ່ານ. ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ແລະ ຕາງໜ້າ ໃຫ້ແກ່ສຳນັກງານຊັບສິນທາງປັນຍາ ສິງກະໂປ ແມ່ນ ທ່ານ ດາເຣັນຕັງ, ຫົວໜ້າສໍານັກງານຊັບສິນທາງປັນຍາ ສິງກະໂປ.

   ການ​ສ້າງບົດ​ບັນ​ທຶກ​ການ​ຮ່ວມ​ມື ລະ​ຫວ່າງ​ສອງ​ຝ່າຍສະ​ບັບ​ນີ້ແມ່ນມີ​ເປົ້າ​ໝາຍ ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກ ແລະ ຂັ້ນຕອນການອອກສິດທິບັດ ຂອງກົມ​ຊັບ​ສິນ​ທາງ​ປັນ​ຍາ ທັງນີ້ ກໍ່ເພື່ອການພັດທະນາ​ວຽກງານຊັບສິນທາງປັນຍາຢູ່ໃນ ສປປ ລາວ ໃຫ້ເທົ່າທຽມກັບລະດັບສາກົນ. ພ້ອມນີ້, ກໍ່ເປັນການສະແດງໃຫ້ເຫັນເຖິງ ຈຸດປະສົງຮ່ວມກັນຂອງທັງສອງຝ່າຍ ເພື່ອສົ່ງເສີມການຮ່ວມມື ກ່ຽວກັບຊັບສິນທາງປັນຍາ ແລະ ສອງຝ່າຍ ຈະເລີ່ມຈັດຕັ້ງປະຕິບັດ “ການຮ່ວມມືເພື່ອອໍານວຍຄວາມສະດວກໃນການອອກສິດທິບັດ” ສໍາລັບຄໍາຮ້ອງຂໍຮັບສິດທິບັດທີ່ຍື່ນຢູ່ ສປປ ລາວ ພາຍ​ຫຼັງ​ທີ່​​ບົດ​ບັນ​ທຶກ​ການ​ຮ່ວມ​ມືສະ​ບັບ​ນີ້ໄດ້​ຖືກ​ລົງ​ນາມໃນວັນທີ 27 ພະຈິກ 2019.

ຂໍ້ມູນໂດຍ: ກົມຊັບສິນທາງປັນຍາ