ການນຳໃຊ້ ແລະ ການປົກປ້ອງຊັບສິນທາງປັນຍາ ໃນການຂັບເຄື່ອນທຸລະກິດ ໄດ້ຮັບຄວາມສົນໃຈ ແລະ ໄດ້ສ້າງຄວາມເຂົ້າໃຈຫຼາຍຂຶ້ນ ໃນມະຫາວິທະຍາແຫ່ງຊາດ, ການຈັດສຳມະນາໃນຄັ້ງນີ້ ໂດຍການຮ່ວມມື ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຮັກສາການຫົວໜ້າ ກົມຊັບສິນທາງປັນຍາ ແລະ ທ່ານ ຮອງສາດສະດາຈານ ປອ. ນາງ ສົມຈັນ ບຸນພັນມີ, ຮອງອະທິການບໍດີ ມະຫາວິທະຍາແຫ່ງຊາດ. ຈັດຂຶ້ນໃນວັນທີ 09 ກຸມພາ 2022 ທີ່ຜ່ານມາ, ໂດຍຜ່ານລະບົບກອງປະຊຸມທາງໄກ.
ຈຸດປະສົງ ຂອງການສຳມະນາໃນຄັ້ງນີ້, ແມ່ນເພື່ອສືບຕໍ່ສ້າງຄວາມເຂົ້າໃຈ ກ່ຽວກັບວຽກງານຊັບສິນທາງປັນຍາ ໃຫ້ແກ່ ບັນດາຄູອາຈານ, ນັກຄົ້ນຄວ້າ, ນັກວິໄຈ ສາມາດນຳໃຊ້ຊັບສິນທາງປັນຍາ ເປັນເຄື່ອງມືຊ່ວຍໃນການປົກປ້ອງສິດຜົນປະໂຫຍດຂອງຕົນ ໃຫ້ປະກົດເປັນຈິງ.
ການສຳມະນາຄັ້ງນີ້ ໄດ້ເນັ້ນເຖິງຜົນທີ່ໄດ້ຮັບຈາກການນຳໃຊ້ເຄື່ອງໝາຍການຄ້າ ເພື່ອຂັບເຄື່ອນທຸລະກິດ ແລະ ການດໍາເນີນການຕໍ່ກັບສິນຄ້າ ທີ່ຖືກລະເມີດເຄື່ອງໝາຍການຄ້າ ຈາກບໍລິສັດ Lao Interconsult ອີກດ້ວຍ.
ໃນໂອກາດນີ້, ທ່ານ ຮັກສາການຫົວໜ້າກົມ ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ຍັງເປັນເວທີຂອງການຮຽນຮູ້, ພ້ອມທັງໄດ້ສະແດງເຈດຈໍານົງ ເພື່ອສ້າງຈຸດປະສານ-ເຊື່ອມໂຍງ ໃນການຮ່ວມມື ລະຫວ່າງ ທຸລະກິດກັບມະຫາວິທະຍາໄລ, ເພື່ອໃຫ້ ມະຫາວິທະຍາໄລແຫ່ງຊາດ ເປັນຫົວຈັກຫຼັກແຫຼ່ງໃນການຄົ້ນຄວ້າ, ຄົ້ນຄິດ ສິ່ງໃໝ່ໆໃຫ້ກັບພາກສ່ວນທຸລະກິດ, ຊຶ່ງທາງກົມກໍພ້ອມໃຫ້ຄວາມຮ່ວມມືໃນການສົ່ງເສີມວຽກງານດັ່ງກ່າວ.
ພ້ອມດຽວກັນນັ້ນ, ໃນຕອນທ້າຍຂອງກອງປະຊຸມ ທ່ານຮອງອະທິການບໍດີ ຍັງສະແດງຄວາມຂອບໃຈມາຍັງ ທ່ານ ຮັກສາການຫົວໜ້າກົມ ທີ່ສະແດງເຈດຈຳນົງ ໃນການສ້າງຈຸດປະສານ-ເຊື່ອມໂຍງ ໃນການຮ່ວມມື ກັບ ມຊ ໃນການສ້າງສູນ ແລະ ສ້າງຂີດຄວາມສາມາດໃຫ້ກັບ ມະຫາວິທະຍາໄລແຫ່ງຊາດ ຊຶ່ງທາງ ມຊ ກໍມີຄວາມຍິນດີ ເຫັນດີ ແລະ ຫວັງວ່າຢ່າງຍິ່ງວ່າ ຈະໄດ້ຮັບການຮ່ວມມືກັນຢ່າງເປັນຮູບປະທຳ ໃນອານາຄົດອັນໃກ້ນີ້.
ການຈັດສຳມະນາໃນຄັ້ງນີ້ ຈັດຂຶ້ນເປັນຄັ້ງທີສອງ ເຂົ້າຮ່ວມມີ ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີຫົວໜ້າພະແນກ, ຮອງພະແນກ, ພະນັກງານ ແລະ ຄູ-ອາຈານ ຈາກ ມຊ ທີ່ກ່ຽວຂ້ອງ.
ຂ່າວ ແລະ ຮັບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ