DIP: 021 213470-148 | IP Service Center: 021 218710


Nguyễn Văn Ánh


Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກອງປະຊຸມພາກພື້ນ ເພື່ອລະດົມຄວາມຄິດເຫັນໃນການກຳນົດຂອບແຜນປະຕິບັດງານການຮ່ວມມືວຽກງານຊັບສິນທາງປັນຍາຂອງອາຊຽນ ໃນ 10 ປີ (2026-2035) ແລະ ການຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ

ກອງປະຊຸມພາກພື້ນ ເພື່ອລະດົມຄວາມຄິດເຫັນໃນການກຳນົດຂອບແຜນປະຕິບັດງານການຮ່ວມມືວຽກງານຊັບສິນທາງປັນຍາຂອງອາຊຽນ ໃນ 10 ປີ (2026-2035) ແລະ ການຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ

ໃນລະຫວ່າງວັນທີ 17-20 ຕຸລາ 2023 ທີ່ໂຮງແຮມເມືອງແທ້ງ, ນະຄອນຫຼວງວຽງຈັນ, ສປປ ລາວ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ກອງ​ເລຂາ​ອາ​ຊຽນ ແລະ ​​ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ ໄດ້ຮ່ວມກັນຈັດ​ກອງ​ປະຊຸມ​ ລະດົມ​ຄວາມ​ຄິດ​ ເພື່ອ​ສ້າງ​ແຜນ​ປະຕິບັດ​ງານການຮ່ວມມືດ້ານ ຊັບສິນທາງປັນຍາອາ​ຊຽນ 10 ປີ (2026-2035) ​ແລະ ເພື່ອ​ຍົກລະດັບ​ສັນຍາ​ຂອບວຽກ​ອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ, ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສະຫະກໍາ ແລະ ການຄ້າ ແລະ ມີຜູ້ຕາງໜ້າຈາກ ອົງການຊັບສິນທາງປັນຍາໂລກ, ຜູ້​ຊ່ຽວຊານ​ດ້ານຊັບສິນທາງປັນຍາ ແລະ ຈາກຫ້ອງການຊັບສິນທາງປັນຍາຂອງ ບັນດາປະເທດສະມາຊິກອາຊຽນ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງກົມຊັບສິນທາງປັນຍາ ເຂົ້າຮ່ວມທັງໝົດ 30 ກວ່າທ່ານ.

ໃນກອງ​ປະຊຸມ​ຄັ້ງ​ນີ້ ແມ່ນໄດ້ມີການປຶກສາຫາລືຫຼາຍບັນຫາທີ່ປິ່ນອ້ອມ ວຽກງານຊັບສິນທາງປັນຍາ ເຊັ່ນ: ສະພາບໃນ​ປະຈຸ​ບັນ, ບັນຫາ​ທ້າ​ທາຍ ​ແລະ ກາລະ​ໂອກາດ​ຂອງວຽກງານຊັບສິນທາງປັນຍາ, ພ້ອມທັງ ດ້ານນະໂຍບາຍ, ດ້ານນິຕິກໍາ, ການຄຸ້ມຄອງ ແລະ ການບັງຄັບໃຊ້ສິດໃນຊັບສິນທາງປັນຍາ, ຄວາມຮັບຮູ້ຕໍ່ຊັບສິນທາງປັນຍາ ແລະ ການສຶກສາ, ຊັບສິນທາງປັນຍາ ແລະ ນະວັດຕະກໍາ, ຊັບສິນທາງປັນຍາ ແລະ ການຄ້າ, ຊັບສິນທາງປັນຍາ ແລະ ວັດທະນະທໍາ, ຊັບສິນທາງປັນຍາ ແລະ ສາທາລະນະສຸກ, ຊັບສິນທາງປັນຍາ ແລະ ສິ່ງແວດລ້ອມ, ຊັບສິນທາງປັນຍາ ແລະ ເສດຖະກິດດິຈິຕ໋ອນ, ການບັນລຸວິໄສທັດປະຊາຄົມອາຊຽນ 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເພື່ອແນໃສ່ ການ​ກຳນົດ​ທິດ​ທາງແຜນ​ຍຸດ​ທະ​ສາດ ​ແລະ ແຜນບູລິມະສິດ​ໃນ​ການ​ພັດທະນາຊັບສິນທາງປັນຍາ ​ຂອງປະເທດອາຊຽນໃນ 10 ປີຕໍ່ໜ້າ (2026-2035). ພ້ອມນັ້ນ, ກອງປະຊຸມ ຍັງຈະໄດ້ປຶກສາຫາລື ກ່ຽວກັບການຍົກລະດັບສັນຍາຂອບວຽກ ວ່າດ້ວຍການຮ່ວມມືວຽກງານຊັບສິນທາງປັນຍາຂອງອາຊຽນ ຊຶ່ງເປັນໜຶ່ງໃນວຽກບູລິມະສິດຂອງ ສປປ ລາວ ທີ່ເປັນເຈົ້າພາບອາຊຽນໃນປີ 2024.

ກອງປະຊຸມ ຍັງໃຫ້ຄວາມສຳຄັນຕໍ່ກັບຄວາມພະຍາຍາມຂອງ ບັນດາຜູ້ນຳອາຊຽນ ໃນການພັດທະນາແຜນແມ່ບົດປະຊາຄົມອາຊຽນ ສຳລັບ 20 ປີຕໍ່ໜ້າ. ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ ໃນ​ເດືອນ​ພຶດສະພາ​ທີ່ຜ່ານມານີ້​ ກໍໄດ້​ຮັບຮອງ​ເອົາ​ບັນດາ​ເນື້ອ​ໃນ​ຫຼັກ ​ຂອງ​ວິ​ໄສ​ທັດ​ຫຼັງ​ປີ 2025 ຂອງ​ປະຊາ​ຄົມ​ອາ​ຊຽນ ແລະ ໃນເດືອນກໍລະກົດ 2023, ຄະນະຜູ້ນຳລະດັບສູງດ້ານການເຊື່ອມໂຍງເສດຖະກິດ (HLTF-EI) ໄດ້ປະຊຸມປຶກສາຫາລື ກ່ຽວກັບທິດທາງ ແລະ ແຜນບຸລິມະສິດຂອງປະຊາຄົມເສດຖະກິດອາຊຽນ. ສະນັ້ນ, ບັນດາໜ່ວຍງານ​ຂະ​ແໜງ​ການອ (Sectoral Bodies) ໃນ​ອາ​ຊຽນ ຈະ​ຕ້ອງ​ກຽມພ້ອມ ​ແລະ ຮັບ​ປະ​ກັນ​ວ່າ ​ແຜນການ​ເຄື່ອນ​ໄຫວ ​ແລະ ວຽກ​ງານ​ໃນ​ໄລຍະ 10 ປີ​ຕໍ່ໜ້າ ຕ້ອງ​ໃຫ້​ສອດຄ່ອງ​ກັບ​ເປົ້າ​ ໝາຍ ​ແລະ ​ຈຸດປະສົງ​ໄລຍະຍາວ​ຂອງປະຊາຄົມເສດຖະກິດ​ອາ​ຊຽນ. ສະນັ້ນ, ໜ່ວຍງານຮ່ວມມືຊັບສິນທາງປັນຍາຂອງອາຊຽນ ຕ້ອງມີຄວາມພ້ອມ ເພື່ອຮັບປະກັນຜົນປະໂຫຍດຂອງພາກສ່ວນທີ່ກ່ຽວຂ້ອງກໍຄືຂອງປະຊາຊົນອາຊຽນຂອງພວກເຮົາ ຊຶ່ງໃນປັດຈຸບັນນີ້ ພວກເຮົາຢູ່ໃນໄລຍະຂ້າມຜ່ານທີ່ສຳຄັນທີ່ສຸດ ທີ່ຈະສົ່ງຜົນເຖິງທິດທາງການພັດທະນາວຽກງານຊັບສິນທາງປັນຍາໃນອະນາຄົດຂອງອາຊຽນ. ພ້ອມນັ້ນ, ສປປ ລາວ ໄດ້ກໍານົດເອົາການທົບທວນຄືນສັນຍາຂອບວຽກອາຊຽນວ່າດ້ວຍການຮ່ວມມືດ້ານຊັບສິນທາງປັນຍາ  ເປັນໜຶ່ງໃນບູລິມະສິດດ້ານເສດຖະກິດໃນການເປັນເຈົ້າພາບອາຊຽນ ປີ 2024.

ທ່ານ ສັນຕິສຸກ ພຸນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ຊຶ່ງເປັນປະທານໜ່ວຍງານຮ່ວມມືຊັບສິນທາງປັນຍາອາຊຽນ ແລະ ປະທານໃນກອງປະຊຸມຄັ້ງນີ້ ໄດ້ໃຫ້ຄຳເຫັນ ວ່າ: ວຽກງານຊັບສິນທາງປັນຍາ ແມ່ນມີບົດບາດສໍາຄັນໃນການປະກອບສ່ວນ ເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ລະດັບພາກພື້ນ ຂອງປະຊາຄົມເສດຖະກິດອາຊຽນ; ນອກຈາກນີ້, ວຽກງານຊັບສິນທາງປັນຍາ ຍັງເປັນເຄື່ອງມືສຳຄັນ ເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ອຸດສາຫະກຳ ຄວາມຄິດສ້າງສັນ ໂດຍສະເພາະ ໃນດ້ານການຄ້າທີ່ຈະນຳໄປສູ່ການແຂ່ງຂັນ ແລະ ການພັດທະນາຂອງປະຊາຄົມອາຊຽນ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ກອງ​ປະ​ຊຸມ​ລະດົມຄວາມຄິດ​ໃນຄັ້ງນີ້​ ແມ່ນ​ມີຄວາມໝາຍສຳຄັນທີ່​ສຸດ ຊຶ່ງເປັນປະຫວັດສາດໜ້າໃໝ່ຂອງວຽກງານຊັບສິນທາງປັນຍາອາຊຽນ ໂດຍຈະໄດ້ມີການທົບທວນຄືນຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືຊັບສິນທາງປັນຍາອາຊຽນປີ 2016-2025 ໃນໄລຍະ 8  ປີທີ່ຜ່ານມາວ່າ ມີຜົນສໍາເລັດໜ້ອຍຫຼາຍປານໃດ, ຍັງມີບັນຫາໃດທີ່ຄວນປັບປຸງ,  ມີບູລິມະສິດໃດທີ່ຈະຕ້ອງໄດ້ສືບຕໍ່ ແລະ ເພີ່ມເຂົ້າໃໝ່, ລວມທັງ ກຳນົດທິດທາງວຽກຈຸດສຸມ 10 ປີຕໍ່ໜ້າ ຊຶ່ງອາຊຽນຈະຕ້ອງເອົາໃຈໃສ່ທັງໃນລະດັບຊາດ ແລະ ພາກພື້ນ ເພື່ອສ້າງຂອບວຽກການຮ່ວມມືດ້ານຊັບສິນທາງປັນຍາ ໃຫ້ເຂັ້ມແຂງກວ່າເກົ່າ, ສົ່ງເສີມນະວັດຕະກໍາ ແລະ ຫັນເອົາວຽກງານຊັບສິນທາງປັນຍາເຂົ້າໃນຍຸດທະສາດການພັດທະນາທຸລະກິດ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມຂອງອາຊຽນຕາມຄຳຂວັນອາຊຽນ ທີ່ວ່າ “ໜຶ່ງວິໄສທັດ, ໜຶ່ງເອກະລັກ, ໜຶ່ງປະຊາຄົມ”.

ບົດຂ່າວ: ກົມຊັບສິນທາງປັນຍາ

ກອງປະຊຸມພາກພື້ນ ເພື່ອລະດົມຄວາມຄິດເຫັນໃນການກຳນົດຂອບແຜນປະຕິບັດງານການຮ່ວມມືວຽກງານຊັບສິນທາງປັນຍາຂອງອາຊຽນ ໃນ 10 ປີ (2026-2035) ແລະ ການຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ

ກອງປະຊຸມພາກພື້ນ ເພື່ອລະດົມຄວາມຄິດເຫັນໃນການກຳນົດຂອບແຜນປະຕິບັດງານການຮ່ວມມືວຽກງານຊັບສິນທາງປັນຍາຂອງອາຊຽນ ໃນ 10 ປີ (2026-2035) ແລະ ການຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ ກອງປະຊຸມພາກພື້ນ ເພື່ອລະດົມຄວາມຄິດເຫັນໃນການກຳນົດຂອບແຜນປະຕິບັດງານການຮ່ວມມືວຽກງານຊັບສິນທາງປັນຍາຂອງອາຊຽນ ໃນ 10 ປີ (2026-2035) ແລະ ການຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ ກອງປະຊຸມພາກພື້ນ ເພື່ອລະດົມຄວາມຄິດເຫັນໃນການກຳນົດຂອບແຜນປະຕິບັດງານການຮ່ວມມືວຽກງານຊັບສິນທາງປັນຍາຂອງອາຊຽນ ໃນ 10 ປີ (2026-2035) ແລະ ການຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ ກອງປະຊຸມພາກພື້ນ ເພື່ອລະດົມຄວາມຄິດເຫັນໃນການກຳນົດຂອບແຜນປະຕິບັດງານການຮ່ວມມືວຽກງານຊັບສິນທາງປັນຍາຂອງອາຊຽນ ໃນ 10 ປີ (2026-2035) ແລະ ການຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ ກອງປະຊຸມພາກພື້ນ ເພື່ອລະດົມຄວາມຄິດເຫັນໃນການກຳນົດຂອບແຜນປະຕິບັດງານການຮ່ວມມືວຽກງານຊັບສິນທາງປັນຍາຂອງອາຊຽນ ໃນ 10 ປີ (2026-2035) ແລະ ການຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ ກອງປະຊຸມພາກພື້ນ ເພື່ອລະດົມຄວາມຄິດເຫັນໃນການກຳນົດຂອບແຜນປະຕິບັດງານການຮ່ວມມືວຽກງານຊັບສິນທາງປັນຍາຂອງອາຊຽນ ໃນ 10 ປີ (2026-2035) ແລະ ການຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາກອງປະຊຸມພາກພື້ນ ເພື່ອລະດົມຄວາມຄິດເຫັນໃນການກຳນົດຂອບແຜນປະຕິບັດງານການຮ່ວມມືວຽກງານຊັບສິນທາງປັນຍາຂອງອາຊຽນ ໃນ 10 ປີ (2026-2035) ແລະ ການຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ