DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ສິດທິບັດ

ສິດທິບັດ ແລະ ອະນຸສິດທິບັດ ແມ່ນຫຍັງ?

ສິດທິບັດ ແມ່ນຫຍັງ?

ສິດ​ທິ​ບັດ ​ແມ່ນ ເອ​ກະ​ສານ​ຢັ້ງ​ຢືນທີ່ເປັນທາງການຈາກ​​ການ​ຈັດຕັ້ງລັດ ​​ເພື່ອ​ປົກ​ປ້​​ອງ ​ການ​ປະ​ດິດ​ສ້າງທີ່ໃໝ່, ມີ​ຂັ້ນຕອນ​ການ​ປະດິດສ້າງ ​ແລະ ສາມາດ​ນຳ​ໃຊ້​ເຂົ້າສູ່ການ​ຜະລິດອຸດສາຫະກຳ​ໄດ້;

ການປະດິດສ້າງ ​​ໝາຍ​ເຖິງ ​​ການ​ນຳ​ໃຊ້ວິທີ​ການ​ທາງດ້ານເຕັກນິກ ​ເພື່ອ​ສ້າງຜະລິດຕະພັນ ຫຼື ກຳມະ​ວິທີການຜະລິດ​ ໃໝ່ ໃນ​ການ​ແກ້​ໄຂ​ບັນຫາ​ສະ​ເພາະ​ໃດໜຶ່ງ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ.

ເງື່ອນໄຂ ທີ່ຈະໄດ້ຮັບສິດທິບັດ

ການປະດິດສ້າງ ທີ່ຈະໄດ້ຮັບ​​​ສິດທິບັດ ຕ້ອງມີເງື່ອນໄຂຄົບຖ້ວນ ​ດັ່ງ​​ນີ້:

  • ຕ້ອງແມ່ນການປະດິດສ້າງໃໝ່ ການ​ປະ​ດິດ​ສ້າງ​ໃດ​ໜຶ່ງ ຖື​ວ່າ​ເປັນ​ການ​ປະ​ດິດ​ສ້າງ​ໃໝ່ ຖ້າ​ຫາກ​ການ​ປະ​ດິດ​ສ້າງ​ນັ້ນບໍ່ເຄີຍມີມາກ່ອນ, ບໍ່ເຄີຍຖືກເປີດເຜີຍ ສູ່ສາທາລະນະຊົນ ດ້ວຍວາລະສານ ຫຼື ດ້ວຍການນຳໃຊ້ຕົວຈິງ ຫຼື ດ້ວຍຮູບການອື່ນ ຢູ່ ສປປ ລາວ ຫຼື ແຫ່ງໃດໜຶ່ງໃນໂລກ ກ່ອນວັນ​ຍື່ນ​ຄຳຮ້ອງຂໍຮັບສິດທິບັດ.
  • ຕ້ອງມີຂັ້ນຕອນການປະດິດສ້າງທີ່ສູງຂື້ນ ຊຶ່ງ​ເປັນຂັ້ນຕອນການປະດິດສ້າງທີ່​ດີຂື້ນກວ່າເກົ່າ ເມື່ອທຽບໃສ່ການປະດິດສ້າງທີ່ເຄີຍມີມາກ່ອນ ໃນຂົງເຂດ ເຕັກໂນໂລຊີໃດໜຶ່ງ.
  • ຕ້ອງສາມາດນຳໃຊ້ໃຫ້ເປັນປະໂຫຍດໝາຍວ່າ ສາມາດນໍາໃຊ້ໂຕຈິງເຂົ້າໃນຂົງເຂດ ອຸດສາຫະກຳ, ຫັດຖະກຳ, ກະສິກຳ, ການປະມົງ, ການບໍລິການ ແລະ ອື່ນໆ.
ສິດທິບັດ ມີໄລຍະເວລາການປົກປ້ອງ 20 ປີ

ອະນຸສິດທິບັດ ແມ່ນຫຍັງ?

ອະນຸສິດ​ທິ​ບັດ ແມ່ນ ເອ​ກະ​ສານ​ຢັ້ງ​ຢືນທີ່ເປັນທາງການຈາກ​​ການ​ຈັດຕັ້ງລັດ ​​ເພື່ອ​ປົກປ້​​ອງ​ສິ່ງປະດິດ​.

ສິ່ງປະ​ດິດ ແມ່ນ ຜົນງານ​ການ​ປະດິດ​ໃໝ່ ທີ່​ໄດ້ຈາກການ​ປັບປຸງ ​ທາງ​ດ້ານ​ເຕັກ​ນິກ ດ້ວຍ​ການ​ນຳ​ໃຊ້​​ເຕັກ​ນິກ ທີ່​ບໍ່​ສູງ​ຄື​ການ​ປະດິດ​ສ້າງ.

ເງື່ອນໄຂ ທີ່ຈະໄດ້ຮັບອານຸສິດທິບັດ

ສິ່ງປະດິດ ທີ່ຈະໄດ້ຮັບ​​​ອະນຸສິດທິບັດ ຕ້ອງມີເງື່ອນໄຂຄົບຖ້ວນ ​ດັ່ງ​​ນີ້

  • ຕ້ອງແມ່ນສິ່ງປະດິດ​ໃໝ່ ຊຶ່ງ​ບໍ່​ໄດ້​ເປັນ​ທີ່​ຮູ້ຈັກ ຫຼື ຖືກນຳ​ໃຊ້ ໃນ ສປປ ລາວ ພາຍ​ໃນ ໜຶ່ງ​ປີ ກ່ອນ​ວັນ​ຍື່ນ​ຄຳ​ຮ້ອງຂໍຮັບອະນຸສິດທິບັດ;
  • ຕ້ອງມີກາ​ນປັບປຸງ​​ເຕັກ​ນິກ​ໃໝ່ ທີ່​ມີຂັ້ນຕອນການປະດິດ ທີ່ດີຂື້ນກວ່າເກົ່າ;
  • ຕ້ອງສາມາດນຳໃຊ້ໃຫ້ເປັນປະໂຫຍດໃນຂົງເຂດ ອຸດສາຫະກຳ, ຫັດຖະກຳ, ກະສິກຳ, ການປະມົງ, ການບໍລິການ ແລະ ອື່ນໆ.
ອະນຸສິດທິບັດ ມີໄລຍະເວລາການປົກປ້ອງ 10 ປີ
ສິ່ງທີ່ບໍ່ສາມາດ ຂໍຮັບ ສິດທິບັດ ຫຼື ອະນຸສິດທິບັດ

ການປະດິດສ້າງ ຫຼື ສິ່ງປະດິດ ທີ່ບໍ່ສາມາດຂໍຮັບສິດທິບັດ ຫຼື ອະນຸສິດທິບັດ ມີດັ່ງນີ້:

  • ການປະດິດສ້າງ ຫຼື ສິ່ງປະດິດ ທີ່ບໍ່ເປັນສິ່ງໃໝ່;
  • ສິ່ງ​ທີ່ບໍ່ແມ່ນການປະດິດສ້າງ ເຊັ່ນ: ຫຼັກການ ຫຼື ທິດສະດີວິທະຍາສາດ, ສູດຄິດໄລ່ຄະນິດສາດ ຫຼື ກົດເກນຄົບຊຸດ ເພື່ອດຳເນີນທຸລະກິດ ຫຼື ຫຼິ້ນເກມ;
  • ວິທີການບົ່ງມະຕິພະຍາດ, ວິທີການປິ່ນປົວ ​ແລະ ວິທີການຜ່າຕັດ ເພື່ອປິ່ນປົວຄົນ ແລະ ສັດ;
  • ພືດ ແລະ ສັດ ໂດຍສະເພາະ ຂະບວນການທາງຊີວະວິທະຍາ ເພື່ອຜະລິດພືດ ແລະ ສັດ, ນອກຈາກຈຸລິນຊີເທົ່ານັ້ນ;
  • ສິດທິບັດ ແລະ ອະນຸສິດທິບັດ ທີ່ຂັດກັບ ລະບຽບກົດໝາຍ, ວັດທະນະທຳ ຫຼື ຮີດຄອງປະເພນີອັນດີງາມຂອງຊາດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສຸຂານາໄມ, ສິ່ງແວດລ້ອມ.