DIP: 021 213470-148 | IP Service Center: 021 218710
Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ເຄື່ອງໝາຍການຄ້າ

ເຄື່ອງໝາຍການຄ້າ

ເຄື່ອງໝາຍການຄ້າ ອາດຈະແມ່ນ ຕົວໜັງສື, ຕົວເລກ, ຊື່, ຄຳສັບ, ຂໍ້ຄວາມ, ຮູບຖ່າຍ, ຮູບແຕ້ມ, ຮູບປະດິດ, ກຸ່ມຂອງສີ, ຮູບຮ່າງ ຫຼື ຮູບຊົງຂອງວັດຖຸ ແລະ ເຄື່ອງໝາຍສະຖິຕິ.

ເຄື່ອງໝາຍການຄ້າ ແມ່ນ ສັນຍາລັກໃດໜຶ່ງ ຫຼື ຫຼາຍສັນຍາລັກລວມກັນ ເພື່ອນຳໃຊ້ກັບ ສິນຄ້າ ຫຼື ການບໍລິການ ທັງເປັນການຈຳແນກລະຫວ່າງສິນຄ້າ ຫຼື ການບໍລິການນີ້ ກັບ ສິນຄ້າ ຫຼື ການບໍລິການອື່ນ.

ເຄື່ອງໝາຍການຄ້າ

ເຄື່ອງໝາຍການຄ້າ

ເຄື່ອງໝາຍການຄ້າ

ເຄື່ອງໝາຍບໍລິການ

ເຄື່ອງໝາຍການຄ້າ

ເຄື່ອງໝາຍຮັບຮອງ

ເຄື່ອງໝາຍການຄ້າ

ເຄື່ອງໝາຍລວມໝູ່

ຄວາມຮູ້ພື້ນຖານກ່ຽວກັບເຄື່ອງໝາຍການຄ້າ

ເຄື່ອງໝາຍການຄ້າແມ່ນຫຍັງ?

  • ເຄື່ອງໝາຍການຄ້າ ອາດຈະແມ່ນ ຕົວໜັງສື, ຕົວເລກ, ຊື່, ຄຳສັບ, ຂໍ້ຄວາມ, ຮູບຖ່າຍ, ຮູບແຕ້ມ, ຮູບປະດິດ, ກຸ່ມຂອງສີ, ຮູບຮ່າງ ຫຼື ຮູບຊົງຂອງວັດຖຸ ແລະ ເຄື່ອງໝາຍສະຖິຕິ.

    ເຄື່ອງໝາຍການຄ້າ ແມ່ນ ສັນຍາລັກໃດໜຶ່ງ ຫຼື ຫຼາຍສັນຍາລັກລວມກັນ ເພື່ອນຳໃຊ້ກັບ ສິນຄ້າ ຫຼື ການບໍລິການ ທັງເປັນການຈຳແນກລະຫວ່າງສິນຄ້າ ຫຼື ການບໍລິການນີ້ ກັບ ສິນຄ້າ ຫຼື ການບໍລິການອື່ນ.

ເຄື່ອງໝາຍການຄ້າ ປະກອບມີ 4 ປະເພດ ຄື:

  • ເຄື່ອງ​ໝາຍ​ສຳ​ລັບ​ສິນ​ຄ້າ (Goods Mark) ແມ່ນ​ເຄື່ອງ​ໝາຍ ທີ່​ໃຊ້​ກັບ​ສິນ​ຄ້າ​ປະ​ເພດ ອຸ​ປະ​ໂພກ ແລະ ບໍ​ລິ​ໂພກ ທົ່ວ​ໄປ;
  • ເຄື່ອງ​ໝາຍ​ບໍ​ລິ​ການ (Service Mark) ແມ່ນ​ເຄື່ອງ​ໝາຍ ​ທີ່​ໃຊ້ກັບ​ການ​ບໍ​ລິ​ການ​ຕ່າງໆ;
  • ເຄື່ອງ​ໝາຍ​ຮັບ​ຮອງ (Certification Mark) ແມ່ນ​ເຄື່ອງ​ໝາຍ​ ທີ່​ໃຊ້​ຮັບ​ຮອງ​ຄຸນ​ນະ​ພາບຂອງ​ສິນ​ຄ້າ ຫຼື ການ​ບໍ​ລິ​ການ​ຕ່າງໆ;
  • ເຄື່ອງ​ໝາຍ​ລວມໝູ່ (Collective Mark) ແມ່ນ​ເຄື່ອງ​ໝາຍ ​ທີ່​ໃຊ້​ກັບ​ສິນ​ຄ້າ ຫຼື ການ​ບໍ​ລິ​ການ ທີ່​ຜະ​ລິດ​ຈາກ​ກຸ່ມ​ບໍ​ລິ​ສັດ​ ຫຼື ບໍ​ລິ​ສັດໃນ​ເຄືອ​ດຽວ​ກັນ.

ບຸກຄົນທີ່ມີສິດໄດ້ຮັບການປົກປ້ອງ?

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ.

ອາຍຸການປົກປ້ອງ

ອາຍຸການປົກປ້ອງ ມີກຳນົດ 10 ປີ, ນັບແຕ່ວັນຈົດທະບຽນເປັນຕົ້ນໄປ ແລະ ສາມາດຕໍ່ອາຍຸໄດ້ຕະຫຼອດ ເທື່ອລະ 10 ປີ.

ອົງການຈັດຕັ້ງທີ່ຮັບຜິດຊອບຈົດທະບຽນເຄື່ອງໝາຍການຄ້າ?

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກົມຊັບສິນທາງປັນຍາ, ພະແນກເຄື່ອງໝາຍການຄ້າ ແລະ ຖິ່ນກໍາເນີດ.

ສິດຂອງເຈົ້າຂອງເຄື່ອງໝາຍການຄ້າຫຼັງຈາກໄດ້ຮັບການຈົດທະບຽນ

  1. ປ້ອງກັນບໍ່ໃຫ້ບຸກຄົນທີສາມ ນໍາໃຊ້ເຄື່ອງໝາຍການຄ້າ, ເຄື່ອງໝາຍບໍລິການ ທີ່ ຄືກັນ, ຄ້າຍຄືກັນ ຫຼື ກ່ຽວຂ້ອງກັນ ກັບ ສິນຄ້າ ຫຼື ການບໍລິການ ຊຶ່ງຄືກັນ, ຄ້າຍຄືກັນ ຫຼືກ່ຽວຂ້ອງກັນ ກັບເຄື່ອງໝາຍ ການຄ້າ ຫຼື ເຄື່ອງໝາຍບໍລິການທີ່ຕົນໄດ້ຈົດທະບຽນແລ້ວ ຊຶ່ງການນໍາໃຊ້ກໍ່ໃຫ້ເກີດຄວາມສັບສົນ. ການນໍາໃຊ້ສັນຍາລັກທີ່ຄືກັນ ສໍາລັບສິນຄ້າ ຫຼື ການບໍລິການທີ່ຄືກັນ ຈະຖືກສັນນິຖານວ່າເປັນການສ້າງຄວາມສັບສົນ;
  2. ປ້ອງກັນບໍ່ໃຫ້ບຸກຄົນທີສາມ ຂາຍ ຫຼື ໂຄສະນາສີນຄ້າ ທີ່ຕິດເຄື່ອງໝາຍ ຫຼືການນໍາໃຊ້ເຄື່ອງໝາຍ ກັບການບໍລິການ ແລະ ການນໍາເຂົ້າ ຫຼື ສົ່ງອອກສິນຄ້າ ທີ່ຕິດເຄື່ອງໝາຍດັ່ງກ່າວ;
  3. ປ້ອງກັນຜົນປະໂຫຍດຂອງຕົນ ຕາມລະບຽບກົດໝາຍ ຈາກການລະເມີດຂອງຜູ້ອື່ນ ເຊັ່ນ: ສິດໃນການຮ້ອງຟ້ອງ, ສິດໃນການໄດ້ຮັບການຊົດເຊີຍ ຈາກຄວາມເສັຍຫາຍ ທີ່ຜູ້ອື່ນໄດ້ກໍ່ຂື້ນ.
ເງື່ອນໄຂ ທີ່ຈະໄດ້ຮັບໃບຢັ້ງຢືນເຄື່ອງໝາຍການຄ້າ
  • ເຄື່ອງໝາຍ ທີ່ສາມາດ​ຈຳ​ແນ​ກ​ ສິນຄ້າ ຫຼື ການ​ບໍລິການ ຂອງ​ບໍລິສັດ​ໃດໜຶ່ງ​ ແຕກ​ຕ່າງຈາກບໍລິສັດອື່ນ;
  • ເຄື່ອງໝາຍ ​ທີ່​ບໍ່ຄື​ກັນ​ກັບ​ເຄື່ອງໝາຍການຄ້າ, ແຫຼ່ງກຳ​ເນີ​ດ ທີ່ໄດ້ຈົດ​ທະບຽນ ຫຼື​ ເຄື່ອງໝາຍທີ່ມີ​ຊື່ສຽງ;
  • ເຄື່ອງໝາຍ ​ທີ່​ບໍ່ຄ້າຍ​ຄື​ກັນ​ ກັບ​ເຄື່ອງໝາຍການຄ້າ ທີ່ີ່​​ໄດ້​ຈົດທະບຽນ ຫຼື ເຄື່ອງໝາຍທີ່ມີ​ຊື່ສຽງ;
  • ເຄື່ອງໝາຍ​ ທີ່​ບໍ່​ມີ​ລັກສະນະ​ຕ້ອງ​ຫ້າມ​ ທີ່ຂັດກັບຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.
ເຄື່ອງໝາຍ ທີ່ບໍ່ສາມາດໃຫ້ຈົດທະບຽນເຄື່ອງໝາຍການຄ້າ

ການ​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນ​ຍາ ໄດ້​ກຳ​ນົດ​ໄວ້​ວ່າ: ເຄື່ອງໝາຍ ທີ່ບໍ່ສາມາດໃຫ້ຈົດ​ທະບຽນເຄື່ອງໝາຍການຄ້າ ມີດັ່ງນີ້:

  • ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ບັນຈຸເຄື່ອງໝາຍຊາດ, ທຸງຊາດ, ກາໝາຍທາງການ, ສັນຍາລັກທາງວັດທະນະທຳ ຫຼື ຄຳຫຍໍ້ ຫຼື ຊື່ເຕັມ ຂອງຕົວເມືອງ, ເທດສະ ບານ ແລະ ແຂວງ, ນະຄອນຂອງ ສປປ ລາວ ແລະ ຂອງຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດຈາກ ອົງການຈັດຕັ້ງ ຂອງລັດຖະບານ ທີ່ກ່ຽວຂ້ອງ;
  • ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ບັນຈຸເຄື່ອງໝາຍ ຂອງອົງການຈັດຕັ້ງສາກົນ ຫຼື ສັນ ຍາລັກ ທີ່ເກີດຈາກສົນທິສັນຍາສາກົນ, ກາປະທັບທາງການ ຫຼື ສັນຍາລັກ ຂອງລັດ ຫຼື ອົງການຈັດຕັ້ງສາກົນ ໂດຍບໍ່ໄດ້ຮັບອະນຸຍາດ ຈາກລັດ ຫຼື ອົງການ ຈັດຕັ້ງສາກົນ ທີ່ກ່ຽວຂ້ອງ;
  • ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ມີ ຊື່, ຮູບ ຫຼື ມີຄວາມຄ້າຍຄືກັນກັບບຸກຄົນ ທີ່ຍັງມີຊີວິດຢູ່ ໂດຍບໍ່ໄດ້ຮັບອະນຸຍາດ;
  • ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ມີ ຮູບ ຂອງສັນຍາລັກທາງວັດທະນະທໍາ ຫຼື ອະນຸສອນສະຖານ, ປະຫວັດສາດ ຫຼື ຊື່ ຫຼື ຮູບ ຫຼື ຄວາມຄ້າຍຄືກັນກັບວິລະຊົນແຫ່ງຊາດ ຫຼື ຜູ້ນຳ ຫຼື ເຄື່ອງໝາຍ ທີ່ອາດເປັນການໝິ່ນປະໝາດ ຫຼື ຂັດກັບຮີດຄອງປະ ເພນີອັນດີງາມຂອງຊາດ;
  • ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ບັນຈຸ ສິ່ງທີ່ອາດສ້າງຄວາມເສື່ອມເສັຍ ຫຼື ສະແດງ ໃຫ້ເຫັນຄວາມສຳພັນທີ່ບໍ່ຖືກຕ້ອງກັບບຸກຄົນມີຊີວິດ ຫຼື ເສັຍຊີວິດແລ້ວ, ສະຖາບັນ, ຄວາມເຊື່ອຖື ຫຼື ສັນຍາລັກຂອງຊາດ ຫຼື ນຳມາແຫ່ງການໝິ່ນປະໝາດ ຫຼື ທຳລາຍ ຊື່ສຽງ ແລະ ອື່ນໆທີ່ກໍານົດໄວ້ໃນກົດໝາຍຊັບສິນທາງປັນຍາ.
ໝວດສິນຄ້າລາຍລະອຽດ
ໝວດ 1ຜະລິດຕະພັນເຄມີທີ່ໃຊ້ໃນອຸດສະຫະກຳ; …..
ໝວດ 2ສີ, ນ້ຳມັນຂັດເງົາ, ແລັກເກີ້; ສານກັນໝ້ຽງ ……
ໝວດ 3ເຄື່ອງຫອມ, ຫົວນ້ຳມັນຫອມລະເຫີຍ, ເຄື່ອງສຳອາງ,…
ໝວດ 4ນໍ້າມັນ ແລະ ໄຂມັນໃຊ້ໃນກອຸດສາຫະກຳ ….
ໝວດ 5ສິ່ງທີ່ກຽມຂຶ້ນເພື່ອການຮັກສາໃນທາງການແພດ …
ໝວດ 6ວັດສະດຸກໍ່ສ້າງເຮັດດ້ວຍໂລຫະ …
ໝວດ 7ເຄື່ອງຈັກ ແລະ ເຄືີ່ອງມືກົນຈັກ; ມໍເຕີ້ ແລະເຄື່ອງຈັກ…
ໝວດ 8ເຄື່ອງມື ແລະ ອຸປະກອນທີ່ໃຊ້ມື,ອາວຸດປະຈຳກາຍ…
ໝວດ 9ເຄື່ອງມື ເຄື່ອງໃຊ້ ແລະ ອຸປະກອນທາງວິທະຍາສາດ…
ໝວດ 10ເຄື່ອງມື, ເຄື່ອງໃຊ້ ແລະ ອຸປະກອນທາງການຢາ…

ຂັ້ນຕອນການຈົດທະບຽນເຄື່ອງໝາຍການຄ້າ

ເຄື່ອງໝາຍການຄ້າ

Trademark's Workflow

ເຄື່ອງໝາຍການຄ້າ

ຂໍ້ມູນທີ່ກ່ຽວຂ້ອງ

ຄວາມຮູ້ ກ່ຽວກັບ ຊັບສິນທາງປັນຍາ

ກິດຈະກຳ

april

No Events


hệ thống chữa cháy tự động

Recent Posts