ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນທາງປັນຍາ ແມ່ນຫຍັງ?
ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນທາງປັນຍາ ແມ່ນຫຍັງ?
ແມ່ນການແກ້ໄຂຂໍ້ຜິດພາດ ທາງດ້ານຊັບສິນທາງປັນຍາທາງດ້ານບໍລິຫານ ກ່ຽວກັບ ການຈົດທະບຽນຊັບສິນອຸດສາຫະກຳ, ພັດພືດໃໝ່ ແລະ ການແຈ້ງ ຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ລະຫວ່າງ ນິຕິບຸກຄົນດ້ວຍກັນ, ນິຕິບຸກຄົນກັບບຸກຄົນ ແລະ ບຸກຄົນກັບບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ.
1. ການປະນີປະນອມ;
2. ການໄກ່ເກັ່ຍ;
3. ການແກ້ໄຂທາງດ້ານບໍລິຫານ;
4. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
5. ການຮ້ອງຟ້ອງຕໍ່ສານປະຊາຊົນ;
6. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.
ການປະນີປະນອມ
ຄູ່ກໍລະນີ ສາມາດປະນີປະນອມກັນ ກ່ຽວກັບ ການລະເມີດສິດຕໍ່ຊັບສິນທາງ ປັນຍາ.
ການຕົກລົງຈາກການປະນີປະນອມ ໃຫ້ປະຕິບັດຕາມຫຼັກການຂອງການເຮັດ ສັນຍາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກ ສັນຍາ.
ການໄກ່ເກັ່ຍ
ຄູ່ກໍລະນີ ສາມາດເລືອກເອົາຮູບການແກ້ໄຂຂໍ້ຂັດແຍ່ງ ດ້ວຍການໄກ່ເກັ່ຍ ໄດ້ ທຸກເວລາ ໂດຍສອດຄ່ອງກັບກົດໝາຍ.
ການແກ້ໄຂທາງດ້ານບໍລິຫານ
ຄູ່ກໍລະນີ ສາມາດສະເໜີຕໍ່ອົງການຄຸ້ມຄອງຊັບສິນທາງປັນຍາ ເພື່ອແກ້ໄຂຂໍ້ ຂັດແຍ່ງ ກ່ຽວກັບຊັບສິນທາງປັນຍາ ໂດຍສອດຄ່ອງກັບກົດໝາຍ.
ຂໍ້ຂັດແຍ່ງທີ່ນຳມາແກ້ໄຂທາງດ້ານບໍລິຫານ ແມ່ນ ຂໍ້ຂັດແຍ່ງກ່ຽວກັບການຈົດ ທະບຽນຊັບສິນອຸດສາຫະກຳ, ພັນພືດໃໝ່ ແລະ ການແຈ້ງຂໍ້ມູນລິຂະສິດ ແລະ ສິດ ກ່ຽວຂ້ອງກັບລິຂະສິດ.
ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
ຄູ່ກໍລະນີ ສາມາດຮ້ອງຂໍຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ທຸກເວລາ ເພື່ອໃຫ້ແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບຊັບສິນທາງປັນຍາ ໂດຍສອດຄ່ອງ ກັບກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ກົດໝາຍອື່ນທີ່ ກ່ຽວຂ້ອງ.
ການຮ້ອງຟ້ອງຕໍ່ສານປະຊາຊົນ
ຄູ່ກໍລະນີ ສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອຕັດສິນຄະດີ ກ່ຽວກັບ ຊັບສິນທາງ ປັນຍາຕາມກົດໝາຍ.
ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ
ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບ ຊັບສິນທາງປັນຍາ ທີ່ມີລັກສະນະສາກົນ ໃຫ້ປະຕິບັດ ຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ການດໍາເນີນຄະດີກ່ຽວກັບການລະເມີດສິດຕໍ່ຊັບສິນທາງປັນຍາ
ຜູ້ຖືກເສຍຫາຍຈາກການລະເມີດສິດຕໍ່ຊັບສິນທາງປັນຍາຂອງຕົນ ມີສິດຮ້ອງຟ້ອງ ຕໍ່ສານປະຊາຊົນ ເພື່ອຕັດສິນຄະດີ ກ່ຽວກັບຊັບສິນທາງປັນຍາຕາມກົດໝາຍ.
ຂັ້ນຕອນການພິຈາລະນາຄຳສະເໜີ ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ
