ສິດທິບັດ ແລະ ອະນຸສິດທິບັດ ແມ່ນຫຍັງ?
ສິດທິບັດ ແມ່ນຫຍັງ?
“ສິດທິບັດ” ແມ່ນ ເອກະສານຢັ້ງຢືນທີ່ເປັນທາງການຈາກການຈັດຕັ້ງລັດ ເພື່ອປົກປ້ອງ ການປະດິດສ້າງທີ່ໃໝ່, ມີຂັ້ນຕອນການປະດິດສ້າງ ແລະ ສາມາດນຳໃຊ້ເຂົ້າສູ່ການຜະລິດອຸດສາຫະກຳໄດ້;
“ການປະດິດສ້າງ” ໝາຍເຖິງ ການນຳໃຊ້ວິທີການທາງດ້ານເຕັກນິກ ເພື່ອສ້າງຜະລິດຕະພັນ ຫຼື ກຳມະວິທີການຜະລິດ ໃໝ່ ໃນການແກ້ໄຂບັນຫາສະເພາະໃດໜຶ່ງທາງດ້ານເຕັກໂນໂລຊີ.
ການປະດິດສ້າງ ທີ່ຈະໄດ້ຮັບສິດທິບັດ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
- “ຕ້ອງແມ່ນການປະດິດສ້າງໃໝ່” ການປະດິດສ້າງໃດໜຶ່ງ ຖືວ່າເປັນການປະດິດສ້າງໃໝ່ ຖ້າຫາກການປະດິດສ້າງນັ້ນບໍ່ເຄີຍມີມາກ່ອນ, ບໍ່ເຄີຍຖືກເປີດເຜີຍ ສູ່ສາທາລະນະຊົນ ດ້ວຍວາລະສານ ຫຼື ດ້ວຍການນຳໃຊ້ຕົວຈິງ ຫຼື ດ້ວຍຮູບການອື່ນ ຢູ່ ສປປ ລາວ ຫຼື ແຫ່ງໃດໜຶ່ງໃນໂລກ ກ່ອນວັນຍື່ນຄຳຮ້ອງຂໍຮັບສິດທິບັດ.
- “ຕ້ອງມີຂັ້ນຕອນການປະດິດສ້າງທີ່ສູງຂື້ນ” ຊຶ່ງເປັນຂັ້ນຕອນການປະດິດສ້າງທີ່ດີຂື້ນກວ່າເກົ່າ ເມື່ອທຽບໃສ່ການປະດິດສ້າງທີ່ເຄີຍມີມາກ່ອນ ໃນຂົງເຂດ ເຕັກໂນໂລຊີໃດໜຶ່ງ.
- “ຕ້ອງສາມາດນຳໃຊ້ໃຫ້ເປັນປະໂຫຍດ” ໝາຍວ່າ ສາມາດນໍາໃຊ້ໂຕຈິງເຂົ້າໃນຂົງເຂດ ອຸດສາຫະກຳ, ຫັດຖະກຳ, ກະສິກຳ, ການປະມົງ, ການບໍລິການ ແລະ ອື່ນໆ.
ອະນຸສິດທິບັດ ແມ່ນຫຍັງ?
“ອະນຸສິດທິບັດ” ແມ່ນ ເອກະສານຢັ້ງຢືນທີ່ເປັນທາງການຈາກການຈັດຕັ້ງລັດ ເພື່ອປົກປ້ອງສິ່ງປະດິດ.
“ສິ່ງປະດິດ” ແມ່ນ ຜົນງານການປະດິດໃໝ່ ທີ່ໄດ້ຈາກການປັບປຸງ ທາງດ້ານເຕັກນິກ ດ້ວຍການນຳໃຊ້ເຕັກນິກ ທີ່ບໍ່ສູງຄືການປະດິດສ້າງ.
ສິ່ງປະດິດ ທີ່ຈະໄດ້ຮັບອະນຸສິດທິບັດ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
- ຕ້ອງແມ່ນສິ່ງປະດິດໃໝ່ ຊຶ່ງບໍ່ໄດ້ເປັນທີ່ຮູ້ຈັກ ຫຼື ຖືກນຳໃຊ້ ໃນ ສປປ ລາວ ພາຍໃນ ໜຶ່ງປີ ກ່ອນວັນຍື່ນຄຳຮ້ອງຂໍຮັບອະນຸສິດທິບັດ;
- ຕ້ອງມີການປັບປຸງເຕັກນິກໃໝ່ ທີ່ມີຂັ້ນຕອນການປະດິດ ທີ່ດີຂື້ນກວ່າເກົ່າ;
- ຕ້ອງສາມາດນຳໃຊ້ໃຫ້ເປັນປະໂຫຍດໃນຂົງເຂດ ອຸດສາຫະກຳ, ຫັດຖະກຳ, ກະສິກຳ, ການປະມົງ, ການບໍລິການ ແລະ ອື່ນໆ.
ການປະດິດສ້າງ ຫຼື ສິ່ງປະດິດ ທີ່ບໍ່ສາມາດຂໍຮັບສິດທິບັດ ຫຼື ອະນຸສິດທິບັດ ມີດັ່ງນີ້:
- ການປະດິດສ້າງ ຫຼື ສິ່ງປະດິດ ທີ່ບໍ່ເປັນສິ່ງໃໝ່;
- ສິ່ງທີ່ບໍ່ແມ່ນການປະດິດສ້າງ ເຊັ່ນ: ຫຼັກການ ຫຼື ທິດສະດີວິທະຍາສາດ, ສູດຄິດໄລ່ຄະນິດສາດ ຫຼື ກົດເກນຄົບຊຸດ ເພື່ອດຳເນີນທຸລະກິດ ຫຼື ຫຼິ້ນເກມ;
- ວິທີການບົ່ງມະຕິພະຍາດ, ວິທີການປິ່ນປົວ ແລະ ວິທີການຜ່າຕັດ ເພື່ອປິ່ນປົວຄົນ ແລະ ສັດ;
- ພືດ ແລະ ສັດ ໂດຍສະເພາະ ຂະບວນການທາງຊີວະວິທະຍາ ເພື່ອຜະລິດພືດ ແລະ ສັດ, ນອກຈາກຈຸລິນຊີເທົ່ານັ້ນ;
- ສິດທິບັດ ແລະ ອະນຸສິດທິບັດ ທີ່ຂັດກັບ ລະບຽບກົດໝາຍ, ວັດທະນະທຳ ຫຼື ຮີດຄອງປະເພນີອັນດີງາມຂອງຊາດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສຸຂານາໄມ, ສິ່ງແວດລ້ອມ.
ຂັ້ນຕອນການອອກສິດທິບັດ ແລະ ອະນຸສິດທິບັດ

Patent and Petty-Patent's Workflow
