ໃນວັນທິີ 21-22 ພະຈິກ 2023 ທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຫ້ອງການຊັບສິນທາງປັນຍາໂລກ ປະຈຳປະເທດ ສິງກະໂປ, ໄດ້ຈັດກອງປະຊຸມຝຶກອົບຮົມພາຍໃຕ້ໂຄງການຄລີນິກການບໍລິຫານຈັດການຊັບສິນທາງປັນຍາສຳລັບວິສາຫະກິດອາຊຽນ, ໂດຍສະເພາະວິສາຫະກິດຂອງ ສປປ ລາວ ແລະ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສີງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຄ ແລະ ທ່ານ Kenichiro NATSUME, ຜູ້ຊ່ວຍອໍານວຍການອົງການຊັບສິນທາງປັນຍາໂລກ.
ກອງປະຊຸມຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຊ່ຽວຊານຈາກຕ່າງປະເທດເຂົ້າຮ່ວມບັນຍາຍ ທ່ານ ນາງ Thitapha Wattanapruttipaisan ຫົວໜ້າຫ້ອງການຊັບສິນທາງປັນຍາໂລກ ປະຈຳປະເທດ ສິງກະໂປ, ທ່ານ Dixon Soh, ຫົວໜ້າພະແນກ ຊັບສິນທາງປັນຍາ ແລະ ຊັບສິນທາງປັນຍາ ບໍ່ມີຕົວຕົນ ປະຈໍາ ປະເທດ ສິງກະໂປ ແລະ ທ່ານ ນ. ມົນມະນີ ຢາການາກີ, ຕາງໜ້າຈາກບໍລິສັດ ລາວອິນເຕີຄອນຊາວສ, ບໍລິສັດທີ່ປືກສາທາງດ້ານກົດໝາຍຂອງ ສປປ ລາວ ແລະ ຫົວໜ້າສູນບໍລິການຊັບສິນທາງປັນຍາ ພ້ອມດ້ວຍຄະນະວິຊາການ. ໃນກອງປະຊຸມຝຶກອົບຮົມຄັ້ງນີ້ ມີຜູ້ຕາງໜ້າຈາກ ບັນດາບໍລິສັດ, ວິສາຫະກິດ ແລະ ພະນັກງານກົມຊັບສິນທາງປັນຍາ ຈຳນວນ 40 ທ່ານ.
ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອຊ່ວຍວິສາຫະກິດໃນການສ້າງ, ບໍລິຫານຈັດການ ແລະ ນຳໃຊ້ປະໂຫຍດຈາກກົນລະຍຸດຊັບສິນທາງປັນຍາ ແລະ ຊັບສິນທີ່ບໍ່ມີຕົວຕົນຂອງພວກເຂົາ ເພື່ອຜົນປະໂຫຍດທາງທຸລະກິດ ແລະ ພັດທະນາວິສາຫະກິດຂອງຕົນແບບຍົກລະດັບສູງໃນຕະຫຼາດພາຍໃນ ແລະ ຕ່າງປະເທດ ແລະ ເພື່ອໃຫ້ຄວາມຮູ້ສຳຄັນກ່ຽວກັບການສ້າງມູນຄ່າໃຫ້ແກ່ເຄື່ອງໜາຍການຄ້າຂອງວິສາຫະກິດ.
ນອກຈາກນີ້ ແຜນກິດຈະກໍາຂອງໂຄງການດັ່ງກ່າວ ຜູ້ຊຽວຊານ ຈາກຕ່າງປະເທດ ແລະ ພາຍໃນປະເທດ ແລະ ບັນດາວິສາຫະກິດ ທີ່ເຂົ້າຮ່ວມ ຈະໄດ້ວິເຄາະ ເຖິງເປົ້າໜາຍຂອງທຸລະກິດ ຫຼື ວິສາຫະກິດ ແລະ ປະຕິບັດຍຸດທະສາດຊັບສິນທາງປັນຍາເພື່ອບັນລຸເປົ້າໜາຍທີ່ວາງໄວ້. ໂດຍສະເພາະວິສາຫະກິດຈະໄດ້ຮັບການໃຫ້ຄຳປຶກສາກ່ຽວກັບຍຸດທະສາດຊັບສິນທາງປັນຍາທີ່ເໜາະສົມ ແລະ ການສ້າງຫຼັກຊັບ, ການຄຸ້ມຄອງຊັບສິນທາງປັນຍາ ເພື່ອສົ່ງເສີມເປົ້າໜາຍຂອງທຸລະກິີດ ແລະ ຜູ້ຊ່ຽວຊານຈະມີການນຳສະເໜີຂໍ້ມູນແມ່ນເລິກເຊິ່ງໃນການນຳໃຊ້ຊັບສິນທາງປັນຍາ ຈະນຳໃຊ້ຍຸດທະສາດຊັບສິນທາງປັນຍາໃນລະດັບໃດ ເພື່ອເພີ່ມມູນຄ່າໃຫ້ທຸລະກິດ ເພື່ອຂັບເຄື່ອນການຈະເລີນເຕີບໂຕຂອງທຸລະກິດ ແລະ ໂລກາພິວັດ
ກອງປະຊຸມສໍາມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີ ຈາກນັກວິທະຍາກອນທັງພາຍໃນ ແລະ ຕ່າງປະເທດ ໃນຫົວຂໍ້ຕ່າງໆ ເຊັ່ນ: ໂຄງການຊັບສິນທາງປັນຍາ ຂອງອົງການຊັບສິນທາງປັນຍາໂລກ ແລະ ເຄື່ອງມືສຳລັບວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ຍຸດທະສາດໃນການວາງແຜນດ້ານຊັບສິນທາງປັນຍາທີ່ດີ ສາມາດນຳສິ່ງໃດແດ່ມາສູ່ທຸລະກິດຂອງທ່ານ, ກົນລະຍຸດໃນການນຳໃຊ້ຊັບສິນທາງປັນຍາ ເພື່ອໃຫ້ໄດ້ຜົນສຳລັບທຸລະກິດຂອງທ່ານ, ການວິເຄາະ ແລະ ພາກວາງແຜນຍຸດທະສາດ. ພ້ອມດຽວກັນນັ້ນ ກໍໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການ ຈາກຊ່ຽວຊານທີ່ມີປະສົບການສູງຜ່ານການຈັດຕັ້ງປະຕິບັດຕົວຈິງ, ກ່ຽວກັບບັນຫາ ແລະ ສິ່ງທ້າທາຍຕ່າງໆ ເພື່ອເປັນບົດຮຽນໃຫ້ແກ່ ນັກສໍາມະນາກອນ ນໍາມາປັບປຸງ ແລະ ໜູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຂອງຕົນ ໃຫ້ເກີດປະໂຫຍດ ແລະ ມີປະສິດຜົນສູງ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ: