ໃນວັນທີ 02 ພະຈິກ 2023 ທີ່ ຫ້ອງປະຊຸມຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ, ມີການຈັດຝຶກອົບຮົມກ່ຽວກັບ ການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ, ໂດຍການເປັນປະທານກ່າວເປີດຝຶກອົບຮົມຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.
ເຂົ້າຮ່ວມເປັນນັກວິທະຍາກອນໃນຄັ້ງນີ້ ມີ ທ່ານ ແພງທອງ ແຈ່ມມາໄລ, ຫົວໜ້າພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ, ມີທ່ານ ທິລະກອນ ອານຸວົງ, ປະທານ ບໍລິສັດ ອານຸວົງ ມາເກັດຕີ້ງ ໂຊລູຊັ່ນ, ທ່ານ ສີສົງຄາມ ພິມມະແສນ ປະທານ ບໍລິສັດ ຊີອີໂອລາວ ຈໍາກັດ ແລະ ທ່ານ ນ. ພັດຊະລະພອນ ນັນທະວົງ, ຫົວໜ້າບໍລິຫານ ບໍລິສັດ ໂກອັບ ຄຣີເອຊັ່ນ ແອນດິຈິຕ໋ອນ ມາເກັດຕີ້ງ ຈໍາກັດ ແລະ ບັນດານັກສໍາມະນາມາຈາກກຸ່ມທຸລະກິດ ຢູ່ ສປປ ລາວ, ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງຂອງ ກົມຊັບສິນທາງປັນຍາ ແລະ ບໍລິສັດ ອານຸວົງ ມາເກັດຕີ້ງ ໂຊລູຊັ່ນ ຈໍານວນ 50 ກວ່າທ່ານ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ MSMEs, ໃນການນໍາໃຊ້ປະໂຫຍດຈາກກົນລະຍຸດຊັບສິນທາງປັນຍາ ແລະ ຊັບສິນທີ່ບໍ່ມີຕົວຕົນຂອງຕົນ ເພື່ອຜົນປະໂຫຍດທາງທຸລະກິດ, ການພັດທະນາວິສະຫະກິດຂອງຕົນ ແລະ ຍົກລະດັບໃນການຕະຫຼາດທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້ນ ຍັງມີການໃຫ້ຄໍາປຶກສາແບບລົງເລິກສະເພາະ ລະຫວ່າງ ນັກວິທະນຍາກອນ ແລະ ນັກສໍາມານາກອນ ເພື່ອຊ່ວຍໃຫ້ວິສາຫະກິດມີຜົນສໍາເລັດອັນພົ້ນເດັ່ນ ແລະ ເປັນຕົວແບບ ໃຫ້ແກ່ ວິສາຫະກິດອື່ນ ໃນການນໍາໃຊ້ຊັບສິນທາງປັນຍາ ເພື່ອສ້າງສູນຄ່າເພີ່ມໃຫ້ແກ່ວິສາຫະກິດຂອງຕົນ.
ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ ເປັນກິດຈະກໍາໜຶ່ງທີ່ສໍາຄັນໃນການສົ່ງເສີມ MSMEs ໃນການສ້າງມູນຄ່າເພີ່ມ ໃຫ່ແກ່ ຜະລິດຕະພັນ ແລະ ການບໍລິການ ຈາກການນໍາໃຊ້ຊັບສິນທາງປັນຍາ ໂດຍສະເພາະ ແມ່ນການສ້າງຍີ່ຫໍ້, ການສ້າງກິດຈະກໍານີ້ ແມ່ນໜຶ່ງໃນແຜນພັດທະນາວຽກງານຊັບສິນທາງປັນຍາ ຂອງ ສປປ ລາວ ຮອດປີ 2025 ຊຶ່ງໄດ້ກໍານົດໄວ້ໃນໂຄງການທີ່ 6 ໃນການສົ່ງເສີມ ໃຫ້ແກ່ທຸລະກິດນໍາໃຊ້ຊັບສິນທາງປັນຍາໃຫ້ຫຼາຍຂື້ນ, ນອກນັ້ນ ກົມຍັງມີຂໍ້ລິເລີ່ມໃນການຕໍ່ຍອດ ຈາກໜື່ງເມືອງໜື່ງຜະລິດຕະພັນ (ODOP) ມາເປັນໜື່ງຜະລິດຕະພັນໜື່ງຊັບສິນທາງປັນຍາ. ສະນັ້ນ ເພື່ອເປັນການຈັດຕັ້ງປະຕິບັດຕາມແຜນພັດທະນາດັ່ງກ່າວ ກົມຊັບສິນທາງປັນຍາ ກໍໄດ້ສະເໜີຂໍການສະໜັບສະໜູນ ຊ່ວຍເຫຼືອທາງດ້ານວິຊາການ ຈາກອົງການຊັບສິນທາງປັນຍາໂລກ (WIPO) ແລະ ໄດ້ສ້າງແຜນການຊ່ວຍເຫຼືອ ສປປ ລາວ ໃນການກະກຽມຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ໃນປີ 2024 ນີ້ ແລະ ໄດ້ຮັບໂຄງການຊັບສິນທາງປັນຍາສໍາລັບ MSMEs ທຶນຊ່ວຍເຫຼືອໃນການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າ, ໃນໂຄງການດັ່ງກ່າວ ປະກອບມີ 5 ໄລຍະຄື: ໄລຍະ 1. ຝຶກອົບຮົມຫຼັກສູດ ຊັບສິນທາງປັນຍາ ສໍາລັບທຸລະກິດຂະໜາດນ້ອຍ ແລະ ກາງ ການພັດທະນາຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າ; ໄລຍະ 2. ຮັບສະຫມັກເຂົ້າຮ່ວມໂຄງການຊັບສິນທາງປັນຍາ (presentation) ຄັດເລືອກເອົາ 10 ບໍລິສັດ; ໄລຍະ 3. ຝຶກອົບຮົມ 3ມື້; ໄລຍະ 4. ລົງຢ້ຽມຍາມວິສາຫະກິດທີ່ເຂົ້າຮ່ວມໂຄງການ (follow-up) ຕິດຕາມ; ໄລຍະ 5. ເຂົ້າຮ່ວມງານວາງສະແດງຂອງກົມຊັບສິນທາງປັນຍາ. ການເຂົ້າຮ່ວມໂຄງການດັ່ງກ່າວ ທ່ານຈະສາມາດສ້າງເຄື່ອງໝາຍການຄ້າຂອງຕົນໄດ້ ໂດຍສະເພາະ ສ້າງຍຸດທະສາດການສ້າງຍີ່ຫໍ້; ຈົດທະບຽນເຄື່ອງໝາຍການຄ້າ; ປັບປຸງສິ່ງຫຸ້ມຫໍ່ຂອງຜະລິດຕະພັນ ແລະ ສ້າງມູນຄ່າໃຫ້ແກ່ທຸລະກິດ.
ການຝຶກອົບຮົມໃນຄັ້ງນີ້ ແມ່ນຈະເນັ້ນໃສ່ການສ້າງຄວາມຮູ້ພື້ນຖານ ກ່ຽວກັບຄວາມໝາຍຄວາມສໍາຄັນຂອງການສ້າງຍີ່ຫໍ້ ໃຫ້ມີຄວາມໂດດເດັ່ນ ແລະ ສາມາດສື່ສານກັບຜູ້ບໍລິໂພກທີ່ຖືກຕ້ອງ, ການສ້າງຍີ່ຫໍ້ໃຫ້ສອດຄ່ອງກັບກົດໝາຍຊັບສິນທາງປັນຍາ ເພື່ອໃຫ້ສາມາດຮັບການປົກປ້ອງ ຢູ່ ສປປ ລາວ ແລະ ຂະຫຍາຍການປົກປ້ອງຢູ່ຕ່າງປະເທດ ໂດຍຜ່ານລະບົບການຈົດທະບຽນສາກົນ (Madrid) ໃນອານາຄົດ. ພ້ອມນັ້ນ, ໃນການຝຶກອົບຮົມໃນຄັ້ງນີ້ ບັນດານັກສໍາມານາກອນ ແລະ ນັກວິທະຍາກອນ ໄດ້ປະກອບຄໍາຄິດເຫັນ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ, ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຊັບສິນທາງປັນຍາ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃນທຸລະກິດຕົວຈິງຂອງຕົນໄດ້.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ: