ແປພາສາ:

ປົກປ້ອງ: ອົງປະກອບ ແລະ ການເຊື່ອມຕໍ່ກັນຂອງຊິບ ອາຍຸການປົກປ້ອງ: 12 ປີ
ເວລາ:​ ~3 ເດືອນ ຄ່າໃຊ້ຈ່າຍ: ~9 ແສນ ກີບ
ຂັ້ນຕອນຂໍຈົດທະບຽນ ນິຕິກຳສະເພາະ: ຂໍ້ຕົກລົງວ່າດ້ວຍແບບຜັງວົງຈອນລວມ

ຂັ້ນຕອນການຈົດທະບຽນ

1. ປະກອບຄຳຮ້ອງຕາມແບບພິມຂອງກົມຊັບສິນທາງປັນຍາ ແລະ ຍື່ນ ຄຳຮ້ອງນຳກົມຊັບສິນທາງປັນຍາ. ກົມຊັບສິນທາງປັນຍາ ຈະຮັບເອົາຄຳຮ້ອງ ແລະ ອອກໃບຮັບຄຳຮ້ອງໃຫ້ສະເພາະຄຳຮ້ອງທີ່ມີເອກະສານຄົບຖ້ວນຕາມເງື່ອນໄຂຕໍ່າສຸດເທົ່ານັ້ນ. ຊຶ່ງເງື່ອນໄຂຕໍ່າສຸດປະກອບມີດັ່ງນີ້:

(i) ຄຳຮ້ອງ;
(ii) ບົດອະທິບາຍຂອງແບບຜັງວົງຈອນລວມ;
(iii) ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ.
(iv) ຖ້າຫາກຍື່ນຜ່ານຜູ້ຕາງໜ້າ ຕ້ອງມີໃບມອບສິດ.
 
2. ຜູ້ຮ້ອງຂໍ ຕ້ອງປະກອບເອກະສານເພີ່ມເຕີມໃຫ້ສຳເລັດພາຍໃນ 15 ວັນ ກົມຊັບສິນທາງປັນຍາ ຈິ່ງຈະກວດສອບເບື້້ອງຕົ້ນ. ການກວດສອບເບື້ອງຕົ້ນ ຈະດຳເນີນການ ພາຍໃນ 60 ວັນ ນັບແຕ່ວັນທີທີ່ໄດ້ຮັບເອົາຄຳຮ້ອງ. ຖ້າເອກະສານບໍ່ຄົບຖ້ວນ ທາງກົມຊັບສິນທາງປັນຍາ ຈະອອກແຈ້ງການໃຫ້ຜູ້ຮ້ອງຂໍ ແລະ ຜູ້ຮ້ອງຂໍ ຕ້ອງປະຕິບັດຕາມແຈ້ງການ ພາຍໃນ 60 ວັນ ນັບຈາກວັນທີທີ່ໄດ້ອອກແຈ້ງການ ຖ້າບໍ່ປະຕິບັດຕາມ ຄຳຮ້ອງຈະບໍ່ຖືກພິຈາລະນາ ແລະ ຖືວ່າສະຫຼະສິດ. ຖ້າເອກະສານຄົບຖ້ວນຕາມເງື່ອນໄຂຂອງການກວດສອບເບື້ອງຕົ້ນ ທາງກົມຊັບສິນທາງປັນຍາ ຈະເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ ພາຍໃນ 15 ວັນ ພາຍຫຼັງສຳເລັດການກວດສອບເບື້ອງຕົ້ນ.
3. ເມື່ອມີການເຜີຍແຜ່ຄຳຮ້ອງແລ້ວ ພາຍໃນ 60 ວັນ ບຸກຄົນທີສາມ ສາມາດຍື່ນຂໍຄັດຄ້ານໄດ້ ໂດຍປະກອບຄຳຮ້ອງຕາມແບບພິມຂອງກົມຊັບສິນທາງປັນຍາ ແລະ ຈ່າຍຄ່າບໍລິການ. ຖ້າຫາກຜົນຂອງການຄັດຄ້ານມີເຫດຜົນພຽງພໍ ທາງກົມຊັບສິນທາງປັນຍາຈະປະຕິເສດຄຳຮ້ອງ ແຕ່ຖ້າຫາກບໍ່ມີເຫດຜົນພຽງພໍທາງກົມຊັບສິນທາງປັນຍາ ຈະສືບຕໍ່ພິຈາລະນາຄຳຮ້ອງ.
4. ພາຍຫຼັງທີ່ສຳເລັດການພິຈາລະນາແລ້ວ ກົມຊັບສິນທາງປັນຍາ ຕ້ອງຈົດທະບຽນໃຫ້ ແລະ ເຜີຍແຜ່ຜົນຂອງການຈົດທະບຽນ ພາຍໃນ 15 ວັນ.