ໃນລະຫວ່າງວັນທີ 15-16 ມັງກອນ 2024 ຜ່ານມາ, ທີ່ຫ້ອງປະຊຸມຂອງ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຄຳມ່ວນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ ການແບ່ງຂັ້ນການຄຸ້ມຄອງ ວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມ ໃນການຮັບຄໍາຮ້ອງຂໍຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ໃຫ້ແກ່ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາແລະ ການຄ້າ ແລະ ທ່ານ ປອ. ສົມສະອາດ ອຸ່ນສີດາ, ຮອງເຈົ້າແຂວງໆ ຄໍາມ່ວນ.
ກອງປະຊຸມຄັ້ງນີ້, ມີທ່ານ ນ. ສີດາ ຢູຕຼີຈັນທະຈັກ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີທ່ານ ບຸນໂຮມ ບຸກດາສັກ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ, ມີຄະນະພະແນກ ອຄ ແຂວງ, ມີຄະນະວິຊາການຈາກສູນກາງ, ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາແລະ ການຄ້າ ໃຫ້ກຽດກ່າວເປີດກອງປະຊຸມຄັ້ງນີ້ ວ່າ: ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕໍ່ກັບການສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ ກໍຄື ການສ້າງເສດຖະກິດແຫ່ງຊາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຍົກສູງຄວາມອາດສາມາດໃນການແຂ່ງຂັນ ທາງດ້ານຊັບສິນທາງປັນຍາ, ຊຶ່ງຊັບສິນທາງປັນຍາກໍເປັນເຄື່ອງມືອັນໜຶ່ງທີ່ສຳຄັນ ໃນການກະຕຸກຊຸກຍູ້ ແລະ ຂັບເຄື່ອນເສດຖະກິດແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄວາມຈຳເປັນຢ່າງຍິ່ງ ໃນການສ້າງຄວາມອາດສາມາດ ສ້າງຄວາມຊໍານິຊໍານານທາງດ້ານວິຊາການ ແກ່ຂະແໜງການໃນທ້ອງຖິ່ນ, ສົ່ງເສີມຜູ້ປະກອບການ ແລະ ສັງຄົມ. ໂດຍສະເພາະ ແມ່ນສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ແລະ ນັກທຸລະກິດ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ກໍຄື ການນຳໃຊ້ຊັບສິນທາງປັນຍາ ເພື່ອປົກປ້ອງພູມປັນຍາ ໃນການປະດິດສ້າງ ແລະ ປະດິດຄິດແຕ່ງ ທັງເປັນການປົກປ້ອງຜົນປະໂຫຍດຂອງຕົນ ເຂົ້າໃນການສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້.
ທ່ານກ່າວຕື່ມອີກ ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖືເອົາວຽກງານການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ກົມຊັບສິນທາງປັນຍາ ແລະ ບັນດາພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ເປັນໜຶ່ງໃນວຽກງານທີ່ສຳຄັນ ແລະ ເປັນໜຶ່ງໃນແຜນບູລິມະສິດຂອງກົມ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ ທ້ອງຖິ່ນ, ຊຶ່ງກົມຊັບສິນທາງປັນຍາ ກໍໄດ້ສຸມໃສ່ ແລະ ເອົາໃຈໃສ່ໃນວຽກງານດັ່ງກ່າວ ຢ່າງຕັ້ງໜ້າຈົນສຳເລັດຜົນ ໃນການຜັນຂະຫຍາຍ ດໍາລັດ ສະບັບເລກທີ 275/ນຍ, ລົງວັນທີ 1 ກັນຍາ 2023, ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 34/ນຍ, ລົງວັນທີ 23 ສິງຫາ 2016 ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ທັງເປັນການຈັດຕັ້ງຜັນຂະຫຍາຍວຽກງານສາມສ້າງໃນຂະແໜງອຸດສາຫະກຳ ແລະ ການຄ້າ ແນໃສ່ປະກອບສ່ວນສົ່ງເສີມວຽກງານຊັບສິນທາງປັນຍາ ໃຫ້ມີການຂະຫຍາຍຕົວສູງຂຶ້ນ.
ໃນສະພາບການທີ່ມີຄວາມກ້າວໜ້າໃນແຕ່ລະວັນ ຕັ້ງແຕ່ມີລະບົບຊັບສິນທາງປັນຍາເຂົ້າມາ ສປປ ລາວ ການນຳໃຊ້ລະບົບດັ່ງກ່າວເຂົ້າຊ່ວຍ ແມ່ນມີທ່າອ່ຽງຂະຫຍາຍຕົວຢ່າງຫຼວງຫຼາຍ ເປັນຕົ້ນ ມີການຍື່ນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ 60 ພັນກວ່າເຄື່ອງໝາຍ, ແບບອຸດສາຫະກໍາຫລາຍກວ່າ 630 ສະບັບ, ມີການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຫຼາຍກວ່າ 800 ສະບັບ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ຫຼາຍກວ່າ 160 ກໍລະນີ, ນີ້ສະແດງໃຫ້ເຫັນເຖິງຄວາມຕື່ນຕົວ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ໃນ ສປປ ລາວ ທີ່ນັບມື້ນັບເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ. ໃນນັ້ນ ຢູ່ແຂວງຄຳມ່ວນ ມີການຍື່ນຄໍາຮ້ອງຂໍຈົດບຽນ ເຄື່ອງໝາຍການຄ້າ ຈຳນວນ 34 ເຄື່ອງໝາຍ.
ການສ້າງຄວາມເຂັ້ມແຂງ ໃຫ້ແກ່ ບຸກຄະລາກອນຂັ້ນທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຄວາມຊໍານິຊໍານານທາງດ້ານວິຊາການ ສາມາດນຳໃຊ້ລະບົບທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງຊັບສິນທາງປັນຍາ ແລະ ການໃຫ້ບໍລິການຊັບສິນທາງປັນຍາ ແກ່ສັງຄົມ ໂດຍການຝຶກອົບຮົມໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ໃນຂອບເຂດທົ່ວປະເທດ, ໃນການຮັບຄໍາຮ້ອງຂໍຈົດທະບຽນ ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ທາງດ້ານບໍລິຫານ ແມ່ນພວກເຮົາໄດ້ລິເລີ່ມຈັດຕັ້ງປະຕິບັດ ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ເປັນແຂວງຕົວແບບທໍາອິດ, ຈາກນັ້ນ ກໍໄດ້ຈັດຢູ່ ແຂວງ ໄຊສົມບູນ, ແຂວງຫຼວງນໍ້າທາ, ແຂວງ ບໍ່ແກ້ວ, ແຂວງ ໄຊຍະບູລີ, ແຂວງວຽງຈັນ ແລະ ໄດ້ມາຈັດຢູ່ ແຂວງ ຄຳມ່ວນ ເປັນແຂວງທີເຈັດ.
ພ້ອມດຽວກັນນັ້ນ ນອກຈາກພວກເຮົາຈະໄດ້ທໍາຄວາມເຂົ້າໃຈ ເຖິງຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາແລ້ວ ພວກເຮົາຍັງຈະໄດ້ສຶກສາຮ່ວມກັນ ໃຫ້ລະອຽດຂຶ້ນອີກຂັ້ນໜຶ່ງ ເປັນຕົ້ນ: ການຝຶກປະຕິບັດຕົວຈິງ ໃນການຮັບຄໍາຮ້ອງ ຂໍຈົດທະບຽນແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄຳສະ ເໜີແກ້ໄຂຂໍ້ຂັດແຍ່ງ ລວມທັງການປ້ອນຂໍໍ້ມູນ, ອັບໂຫຼດເອກະສານ ເຂົ້າໃນ ລະບົບ IPAS ອີກດ້ວຍ.
ແລະ ໃນລະຫວ່າງວັນທີ 18-19 ມັງກອນ 2024 ຄະນະດັ່ງກ່າວ ໄດ້ສືບຕໍ່ ຈັດກອງປະຊຸມເຜີຍແຜ່ ການແບ່ງຂັ້ນການຄຸ້ມຄອງ ວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມ ໃນການຮັບຄໍາຮ້ອງຂໍຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ໃຫ້ແກ່ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄໍາໄຊ, ທີ່ຫ້ອງປະຊຸມຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄໍາໄຊ, ພາຍໃຕ້ການເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາແລະ ການຄ້າ.
ກອງປະຊຸມຄັ້ງນີ້, ມີທ່ານ ນ. ສີດາ ຢູຕຼີຈັນທະຈັກ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີທ່ານ ຄອນສະຫັວນ ສຸກຂະເສີມ ຮອງຫົວໝ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄໍາໄຊ, ມີຄະນະວິຊາການຈາກສູນກາງ, ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ: