ໃນວັນທີ 18-19 ພະຈິກ 2025, ທີ່ຫ້ອງວ່າການແຂວງຜົ້ງສາລີ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນສິນລະປະ ແລະ ຊົນເຜົ່າວິທະຍາ (TAEC) ໄດ້ຈັດກອງປະຊຸມກ່ຽວກັບໂຄງການ ສ້າງເຄື່ອງໝາຍລວມໝູ່ ໃຫ້ກັບຊາວຊ່າງຫັດຖະກຳຊົນເຜົ່າໂອມາ ໂດຍການສະໜັບສະໜູນຈາກ ອົງການຊັບສິນທາງປັນຍາໂລກ (WIPO). ໃຫ້ກຽດເປັນປະທານໂດຍ ທ່ານ ໄຊບັນດິດ ໄຊຍະວົງຄຳດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອຸດອນ ມະນີຈັນ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ແລະ ທ່ານ ນ ທາຣາ ກຸຈາເດີ, ອຳນວຍການຮ່ວມ ສູນສິນລະປະ ແລະ ຊົນເຜົ່າວິທະຍາ.
ໃນກອງປະຊຸມ ມີທ່ານ ນ ທອງຄູນ ສຸດທິວິໄລ, ອຳນວຍການຮ່ວມ ສູນສິນລະປະ ແລະ ຊົນເຜົ່າວິທະຍາ, ບັນດາພະນັກງານຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສູນສິນລະປະ ແລະ ຊົນເຜົ່າວິທະຍາ, ບັນດາທ່ານຕົວແທນຈາກ 7 ໝູ່ບ້ານຊົນເຜົ່າໂອມາ ແລະ ພະນັກງານກົມຊັບສິນທາງປັນຍາເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້ ມີເປົ້າໝາຍເພື່ອຍົກລະດັບຄວາມຮັບຮູ້ກ່ຽວກັບຊັບສິນທາງປັນຍາໃຫ້ຊົນເຜົ່າໂອມາ ໃຫ້ມີຄວາມເຂົ້າໃຈກ່ຽວກັບແນວຄວາມຄິດຂອງຊັບສິນທາງປັນຍາ, ໂດຍສະເພາະດ້ານທີ່ກ່ຽວກັບມໍລະດົກວັດທະນະທຳ ເຊັ່ນ: ງານຫັດຖະກຳພື້ນບ້ານ, ລວດລາຍຕຳຜ້າ, ເພງພື້ນເມືອງ ຫຼື ການສະແດງສິນລະປະດັ້ງເດີມ ຈະຮັບຮູ້ເຖິງສິດຂອງຕົນໃນການປົກປ້ອງ ແລະ ນຳໃຊ້ຜົນປະໂຫຍດຈາກຜົນງານທາງວັດທະນະທຳ ໂດຍບໍ່ຖືກເອົາປຽບ ແລະ ຖືກລະເມີດໂດຍບຸກຄົນອືນ.
ທ່ານ ໄຊບັນດິດ ໄຊຍະວົງຄຳດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວເປີດກອງປະຊຸມ ຊຶ່ງມີເນື້ອໃນ ວ່າ: ກອງປະຊຸມຂອງພວກເຮົາ ໂດຍມີສອງຈຸດປະສົງຫຼັກ: 1. ສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວວຽກງານກັບຊັບສິນທາງປັນຍາທີ່ຕິດພັນກັບການປົກປັກຮັກສາລວດລາຍຂອງການທັກແຊ່ວຂອງຊົນເຜົ່າໂອມາ ໂດຍສະເພາະແມ່ນເຄື່ອງໝາຍການຄ້າລວມໝູ່ວ່າມັນຈະເປັນແນວໃດ, ນຳໃຊ້ແນວໃດ, ເຮົາຈະຮັກສາມາດຕະຖານໄດ້ ແນວໃດ, ມີໃຜແດ່ມີສິດນຳໃຊ້ ແລະ ໃຜແດ່ທີ່ສາມາດເປັນເຈົ້າຂອງ, ຈະສ້າງກົດລະບຽບແນວໃດ! ເຊິ່ງພວກເຮົາຈະໄດ້ເລີ່ມຄົ້ນຄວ້າປືກສາຫາລືກັນໃນລາຍລະອຽດໃນສອງວັນນີ້; 2. ພວກເຮົາໄດ້ນຳພາທີມງານອອກແບບເຄື່ອງໝາຍການຄ້າມານຳ ເພື່ອເກັບກຳຂໍ້ມູນ, ປະຫວັດຄວາມເປັນມາ ແລະ ຈຸດປະສົງຂອງການນຳໃຊ້ ເພື່ອຊ່ວຍເປັນຂໍ້ມູນໃນການອອກແບບເຄື່ອງໝາຍການຄ້າໃຫ້ພວກເຮົາ; ພ້ອມນັ້ນ, ພວກເຮົາຍັງໄດ້ນຳເອົາທີມງານຖ່າຍທຳສາລະຄະດີສັ້ນ ເພື່ອ ມາຖ່າຍທຳຂັ້ນຕອນການເຮັດວຽກຂອງພວກເຮົາເພື່ອນຳເອົາເລື່ອງລາວດີໆເຫຼົ່ານີ້ໄປເຜີຍແຜ່ຕໍ່ສັງຄົມໂລກນຳອີກ.
ທ່ານ ເຊື່ອໝັ້ນວ່າ ກອງປະຊຸມສອງວັນນີ້ ຈະເປັນໂອກາດອັນດີໃນການແລກປ່ຽນຄວາມຮູ້ ແລະ ສ້າງຄວາມເຂົ້າໃຈ ເພື່ອຮ່ວມກັນຍົກລະດັບການປົກປ້ອງຊັບສິນທາງປັນຍາ ເພື່ອຜົນປະໂຫຍດລວມຂອງ ສປປ ລາວ.
ໃນກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງ ແລະ ແລກປ່ຽນຄໍາຄິດເຫັນ ໃນຫົວຂໍ້ຕ່າງໆ ເຊັ່ນ: ສ້າງຄວາມເຂົ້າໃຈກ່ຽວກັບເຄື່ອງໝາຍລວມໝູ່, ສ້າງຂໍ້ຕົກລົງເບື້ອງຕົ້ນກ່ຽວກັບຫຼັກການ ແລະ ຂອບເຂດຂອງເຄື່ອງໝາຍລວມໝູ່ຊົນເຜົ່າໂອມາ, ຮ່ວມກັນສ້າງຮ່າງລະບຽບ, ປຶກສາຫາລືກ່ຽວກັບທາງເລືອກສຳລັບການຈັດການ ແລະ ການຄວບຄຸມເຄື່ອງໝາຍ, ລວບລວມແນວຄວາມຄິດສຳລັບເອກະລັກທາງຮູບພາບ ແລະ ອົງປະກອບການອອກແບບ, ສ້າງຄວາມໝັ້ນໃຈ ການມີສ່ວນຮ່ວມ ແລະ ຄວາມເປັນເຈົ້າຂອງ ແລະ ກະກຽມຂັ້ນຕອນສຳລັບໄລຍະສຸດທ້າຍຂອງໂຄງການ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ: