ໃນຕອນເຊົ້າວັນທີ 28 ສິງຫາ 2025 ທີ່ໂຮງແຮມສຸພັດຕາ, ມີກອງປະຊຸມທາບທາມຄຳເຫັນໃສ່ ຮ່າງຂໍ້ຕົກລົງວ່າດ້ວຍການສ້າງຕັ້ງອົງການລິຂະສິດລວມໝູ່ (CMO), ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບົວເງິນ ຊາພູວົງ, , ອາດີດຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ສີລະປິນແຫ່ງຊາດ, ປະທານສະມາຄົມສີລະປິນລາວ ແລະ ປະທານ ບໍລິສັດ ລາດສ໌ແຄັບ ຈໍາກັດຜູ້ດຽວ. ໃນກອງປະຊຸມຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາ, ມີບັນດາຜູ້ຕາງ ໜ້າຫ້ອງການ, ກົມ, ສະຖາບັນ, ພະນັກງານພາຍໃນ ກະຊວງ ອຄ, ບັນດາກະຊວງອ້ອມຂ້າງທີ່ກ່ຽວຂ້ອງ, ພະນັກງານກົມດັ່ງກ່າວ ແລະ ບໍລິສັດ ລາດສ໌ແຄັບ ຈໍາກັດຜູ້ດຽວ ເຂົ້າຮ່ວມ.
ທ່ານ ໄຊສົມເພັດ ນໍລະສິງ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມເປີດກວ້າງໃນຄັ້ງນີ້ ແມ່ນເພື່ອທາບທາມຄໍາເຫັນຈາກບັນດາທ່ານຜູ້ເຂົ້າຮ່ວມ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການສ້າງຕັ້ງອົງການລິຂະສິດລວມໝູ່ (CMO) ຊຶ່ງເປັນນິຕິກຳທີ່ກົມຄຸ້ມຄອງຊັບສິນທາງປັນຍາ ໄດ້ຮ່າງຂຶ້ນໃໝ່ ເພື່ອເປັນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ກ່ຽວກັບການຄຸ້ມຄອງສິດທາງດ້ານເສດຖະກິດ ຂອງຜູ້ສ້າງສັນຜົນງານ ກໍຄື ນັກແຕ່ງເພງ ຕາມມາດຕາ 115, 116, 117 ຊຶ່ງໃນກົດໝາຍ ກໍໄດ້ກຳນົດຫຼັກການລວມ ກ່ຽວກັບ ອົງການຄຸ້ມຄອງລິຂະສິດລວມໝູ່ ໂດຍກຳນົດໃຫ້ເປັນອົງການຈັດຕັ້ງທີ່ບໍ່ຫັວງຜົນກຳໄລ ເປັນອົງການເກີດມາຈາກການລວມຕົວກັນຂອງນັກແຕ່ງເພງ, ນັກສ້າງສັນຜົນງານ ເພື່ອເປັນຕົວແທນໃນການຈັດເກັບຄ່າຕອບແທນ ຈາກການອະນຸຍາດໃຫ້ນຳໃຊ້ຜົນງານ ຫຼື ບົດເພງ ລວມທັງປົກປ້ອງສິດຜົນປະໂຫຍດທາງດ້ານກົດໝາຍ ຂອງສະມາຊິກຂອງຕົນ.
ຮ່າງຂໍ້ຕົກລົງສະບັບນີ້ ມີເປົ້າໝາຍໃນການກຳນົດຫຼັກການ ໃນການອະນຸມັດສ້າງຕັ້ງອົງການລິຂະສິດລວມໝູ່ ໂດຍໄດ້ກຳນົດລະອຽດກ່ຽວກັບຫຼັກການ, ຂັ້ນຕອນ ກ່ຽວກັບການອະນຸຍາດສ້າງຕັ້ງ ແລະ ການເຄື່ອນໄຫວຂອງອົງການລິຂະສິດລວມໝູ່ ຊຶ່ງມີທັງໝົດ 7 ໝວດ, 28 ມາດຕາ ເພື່ອແນໃສ່ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ. ສະນັ້ນ, ການເປີດກອງປະຊຸມໃນຄັ້ງນີ້ ເພື່ອຮັບຟັງຄຳເຫັນ ຫຼື ຄຳແນະນໍາ ຈາກບັນດາທ່ານຜູ້ເຂົ້າຮ່ວມ ຕໍ່ຮ່າງຂໍ້ຕົກລົງສະບັບນີ້ ເພື່ອໃຫ້ຮ່າງດັ່ງກ່າວ ມີເນື້ອໃນທີ່ຄົບຖວ້ນ ແລະ ສົມບູນຂຶ້ນຕື່ມ.
ທ່ານ ກ່າວຕື່ມອີກວ່າ: ປັດຈຸບັນ ສປປ ລາວ ມີການເຕີບໃຫຍ່ຂະຫຍາຍຕົວ ຂອງອຸດສາຫະກຳດົນຕຼີຢ່າງຫຼວງຫຼາຍ ທີ່ມີຊື່ສຽງໂດ່ງດັງໃນທົ່ວສັງຄົມທັງພາຍໃນ ແລະ ຕ່າງປະເທດ, ນີ້ແມ່ນຄວາມຄິດສ້າງສັນຂອງຄົນລາວ ແມ່ນຊັບສິນທາງປັນຍາ ທີ່ພາກລັດ ຕ້ອງໃຫ້ການປົກປ້ອງ ແລະ ຊ່ວຍໃຫ້ເຈົ້າຂອງລິຂະສິດ ໄດ້ນຳໃຊ້ສິດຂອງຕົນຢ່າງເຕັມທີ່ ທັງສິດທາງດ້ານເສດຖະກິດ ແລະ ສິດທາງດ້ານຈາລິຍະທໍາ, ສະນັ້ນ ມັນຈຳເປັນຕ້ອງມີໜ່ວຍງານຕາງໜ້າໃຫ້ເຈົ້າຂອງລິຂະສິດ ທີ່ເອີ້ນວ່າ: ອົງການລິຂະສິດລວມໝູ່ (Collective management organization), ພາຍຫຼັງສ້າງຕັ້ງອົງການດັ່ງກ່າວແລ້ວ ວຽກງານດັ່ງກ່າວ ຈະໄປກະຕຸກຊຸກຍູ້ການປົກປ້ອງສິດ ຂອງນັກແຕ່ງເພງ, ນັກສິລະປິນ, ເຈົ້າຂອງລິຂະສິດ ທີ່ເກີດມາຈາກຄວາມຄິດສ້າງສັນຜົນງານຂອງຕົນ ໃນຂົງເຂດວັນນະກຳ ແລະ ສິລະປະກຳ ບໍ່ວ່າຈະເປັນຜົນງານດ້ານດົນຕີ, ການສະແດງ, ການບັນທຶກສຽງ, ກາຍກະຈາຍສຽງ-ແຜ່ພາບ, ຜົນງານການຂຽນການປະພັນຕ່າງໆ ລ້ວນແລ້ວແຕ່ມີເອກະລັກ ມີຄຸນຄ່າທາງດ້ານເສດຖະກິດ ດັ່ງນັ້ນເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຈຶ່ງຄວນໄດ້ຮັບການເຄົາລົບສິດ ແລະ ໄດ້ຮັບການປົກປ້ອງຕາມກົດໝາຍ. ນອກນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ພວກເຂົາມີການພັດທະນາຜົນງານໃໝ່ໆ ຂຶ້ນມາຮັບໃຊ້ສັງຄົມ ໃຫ້ກາຍເປັນສິນຄ້າ, ການບໍລິການ ແລະ ສ້າງລາຍໄດ້ ສ້າງວຽກເຮັດງານທຳ ພ້ອມທັງເປັນການດຶງດູດການລົງທຶນໃນຂົງເຂດອຸດສາຫະກຳສ້າງສັນ ເຮັດໃຫ້ມີການຂະຫຍາຍຕົວທາງດ້ານເສດຖະກິດ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ແລະ ເປັນການອະນຸລັກຮັກສາມູນເຊື້ອສິລະປະ, ວັດທະນະທຳ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດ ເພື່ອເຮັດແນວໃດໃຫ້ອຸດສາຫະ ກຳສ້າງສັນຂອງລາວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເໜື່ອງທຽບເທົ່າກັບພາກພື້ນ ແລະ ສາກົນໄດ້.
ຂ່າວ ແລະ ຮູບພາບ: ກົມຄຸ້ມຄອງຊັບສິນທາງປັນຍາ

ແປພາສາ: