ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-17 ກໍລະກົດ 2025 ທີ່ ເຈນີວາ, ສະວິດເຊີເເລນ ໂດຍການເຂົ້າຮ່ວມຂອງທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາ ສປປ ລາວ ພ້ອມດ້ວຍຄະນະ ຊຶ່ງມີປະເທດສະມາຊິກຂອງອົງການດັ່ງກ່າວເຂົ້າຮ່ວມ ຫຼາຍກວ່າ 193 ປະເທດ. ກອງປະຊຸມດັ່ງກ່າວ ທ່ານຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາໄດ້ລາຍງານກ່ຽວກັບບົດບາດຊັບສິນທາງປັນຍາໃນການປະກອບສ່ວນເຂົ້າໃນການຂັບເຄື່ອນເສດຖະກິດສັງຄົມຂອງປະເທດ ແລະ ການຮ່ວມມືກັບບັນດາປະເທດສະມາຊິກໃນພາກພື້ນ ແລະ ສາກົນ. ກອງປະຊຸມໄດ້ມີການທົບທວນບັນດາກົດ ໝາຍ, ສະຖານະພາບດ້ານການເງິນ, ການລາຍງານບັນຊີ, ການລົງນາມການຊ່ວຍເຫຼືອບັນດາປະເທດສະມາຊິກ, ການປະເມີນການຈັດຕັ້ງຜົນວຽກງານ ສິດທິບັດ, ເຄື່ອງໝາຍການຄ້າ ແລະ ການນໍາໃຊ້ລະບົບການຈົດທະບຽນສາກົນຜ່ານລະບົບ Madrid, Hauge and Lisbon.
ຂ່າວ ແລະ ຮູບພາບ ກົມຄຸ້ມຄອງຊັບສິນທາງປັນຍາ
