ໃນວັນທີ 04 ຕຸລາ 2025, ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາຄະນະ ຈໍານວນ 02 ທ່ານ ເດີນທາງໄປຮ່ວມກອງປະຊຸມສາກົນ ໃນຫົວຂໍ້: “ສົ່ງເສີມການນໍາໃຊ້ຊັບສິນທາງປັນຍາ ເຂົ້າໃນວຽກງານເປົ້າໝາຍສະຫັດສະວັດເພື່ອການພັດທະນາ SDGs” , ຮ່ວມກັບບັນດາຕົວແທນຈາກອົງການຊັບສິນທາງປັນຍາທັງໃນພາກພື້ນ ແລະ ສາກົນ, ຕາມການເຊື້ອເຊີນ ຂອງອົງການສິດທິບັດ ຍີ່ປຸ່ນ (JPO), ກອງປະຊຸມປຶກສາຫາລືດັ່ງກ່າວ ເປັນຫນື່ງໃນກອງປະຊຸມ ຄູ່ຂະຫນານກັບ ງານວາງສະແດງໂລກ ໂອຊາກາ 2025 ແລະ ໄດ້ຮັບກຽດ ກ່າວເປີດພິທີໂດຍ: ທ່ານ ດາເຣນ ຕັງ, ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO), ແລະ ທ່ານ ຄາຊາອິ ຢາຊູຢູກິ, ຫົວໜ້າຫ້ອງການສິດທິບັດຍີ່ປຸ່ນ (JPO).




