
ໃນລະຫວ່າງວັນທີ 29 – 30 ຕຸລາ 2025, ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ. ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ອົງການຊັບສິນທາງປັນຍາໂລກ ຈັດກອງປະຊູມເປີດກວ້າງທາບທາມຮ່າງຍຸດທະສາດຊັບສິນທາງປັນຍາຂອງ ສປປ ລາວ ຮ່ວມກັບ ພາກລັດ ແລະ ເອກະຊົນ (Consultation Meetings on the Draft National IP Strategy with Stakeholders from the Public and Private Sectors), ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ເຢມິນ ຕັນ, ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ (WIPO), ມີບັນດາທ່ານຫົວໜ້າກົມ, ຮອງກົມ, ມີຜູ້ຕາງໜ້າຫ້ອງການ, ກົມ, ສະຖາບັນ ອ້ອມຂ້າງກະຊວງ, ຜູ້ຕາງໜ້າຈາກ ກະຊວງຕ່າງໆທີ່ກ່ຽວຂ້ອງ, ຊ່ຽວຊານຈາກພາຍໃນ ແລະ ຕ່າງປະເທດ, ບໍລິສັດ ແລະ ພະນັກງານທີ່ກ່ຽວຂ້ອງ ຂອງ ກົມຊັບສິນທາງປັນຍາ ເຂົ້າຮ່ວມ.
ຈຸດປະສົງ ແມ່ນເພື່ອປຶກສາຫາລື ແລະ ທາບທາມຄໍາຄິດເຫັນຂອງບັນດາທ່ານທີ່ເຂົ້າຮ່ວມ ໃສ່ຮ່າງຍຸດທະສາດດ້ານຊັບສິນທາງປັນຍາຂອງພວກເຮົາ ໂດຍສະເພາະແມ່ນເຮັດແນວໃດເພື່ອໃຫ້ຮ່າງເອກະສານດັ່ງກ່າວນີ້ ມີຄວາມສອດຄ່ອງ ແລະ ເຊື່ອມໂຍງຢ່າງແໜ້ນແຟ້ນກັບ ແນວທາງນະໂຍບາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໂດຍລວມ, ລວມທັງແຜນພັດທະນາອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ. ພ້ອມທັງ ແລກປ່ຽນຄໍາຄິດເຫັນ ທິດທາງການສ້າງຍຸດທະສາດຊັບສິນທາງປັນຍາ ແຫ່ງຊາດ ຂອງ ສປປ ລາວ, ເພື່ອໃຫ້ສອດຄ່ອງ ແລະ ໄປລວງດຽວກັນ ກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການພັດທະນາຂະແໜງການຕ່າງໆ ທີ່ຕິດພັນ.
ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ກ່າວເປີດກອງປະຊຸມໃນຄັ້ງນີ້ ຊຶ່ງທ່ານ ໄດ້ສະແດງຄວາມຂອບໃຈມາຍັງ ອົງການ WIPO ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ກະຊວງ ອຄ ກໍຄື ກຊປ ຂອງ ລາວ ໃນຫຼາຍໆໂຄງການ ໂດຍສະເພາະ ຊ່ວຍເຫຼືອໃນໂຄງການສ້າງຍຸດທະສາດຊັບສິນທາງປັນຍາ ປີ 2026-2045, ພ້ອມນັ້ນ ຍັງຊ່ວຍສ້າງແຜນພັດທະນາຍຸດທະສາດຊັບສິນທາງປັນຍາຂອງອາຊຽນ ໃນປີ 2026-2030 ຈົນສໍາເລັດ.
ສະນັ້ນ, ແຜນໃຫຍ່ຂອງວຽກງານຊັບສິນທາງປັນຍາຢູ່ໃນຂອບອາຊຽນ ທີ່ອົງການ WIPO ໄດ້ວາງໄວ້ ແລະ ສຸມໃສ່ ໃນປີ 2045 ນີ້, ມີຂະແໜງການດັ່ງນີ້: ເສດຖະກິດດິຈິຕ໋ອນ (Digital economic), ເວົ້າເຖິງວຽກງານຊັບສິນທາງປັນຍາ ເຂົ້າໄປມີບົດບາດໃນການພັດທະນາເລື່ອງເສດຖະກິດດິຈິຕ໋ອນ ໃນການຫັນເປັນທັນສະໄໝ, ເພື່ອເຊື່ອມໂຍງຂໍ້ມູນຂ່າວສານຂອງອາຊຽນ-ສາກົນ ແລະ ບັນດາ ບໍລິສັດ ຕົວແທນຕ່າງໆໄດ້; ເສດຖະກິດ ສີຟ້າ (Blue economic), ເວົ້າເຖິງຊີວະນາໆພັນ ເປັນຂະແໜ່ງໜຶ່ງທີ່ ອົງການ WIPO ສຸມໃສ່ ເພື່ອເຮັດແນວໃດໃຫ້ເປັນຊັບສິນທາງປັນຍາ ຫຼື ເປັນຊັບສິນທາງປັນຍາຂອງປະເທດທີ່ຄົ້ນຄວ້າ-ວິໃຈ ລວມເຖິງຢາຮັກສາໂລກ ແລະ ອື່ນໆ; ເສດຖະກິດ ສີຂຽວ (Green economic) ນີ້, ເວົ້າເຖິງເລື່ອງກະສິກຳ ຊຶ່ງເໝາະສົມກັບ ສປປ ລາວ ທີ່ເປັນປະເທດກະສິກຳ ທີ່ຈະສາມາດນໍາໃຊ້ທ່າແຮງທີ່ບົ່ມຊ້ອນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຂອງລາວໄດ້, ຕົວຢ່າງ ພັນພືດໃໝ່, ການຈົດພັນພືດໃໝ່, ການຂະຫຍາຍພັນພືດໃໝ່ ແລະ ການປົກປ້ອງພັນພືດໃໝ່; ອຸດສາຫະກຳສ້າງສັນ (Creative Economic) ນີ້, ຈະສຸມໃສ່ໃນຂະແໜງການສື່ມວນຊົນ, ໃຫ້ມີການພັດທະນາສິ່ງໃໝ່ໆເກີດຂຶ້ນ ຊຶ່ງເວົ້າເຖິງການຂະຫຍາຍຕົວຂອງ ສີລະປະ, ວັນນະຄະດີ, ການປົກປ້ອງວັດທະນະທຳພື້ນເມືອງ, ການຮັກສາລວດລາຍຂອງຊົນເຜົ່າ, ການສ້າງຖານຂໍ້ມູນ ເພື່ອປົກປ້ອງສິ່ງທີ່ເປັນເອກກະລັກຂອງລາວ, ໃນການສ້າງຄວາມຄິດສ້າງສັນນີ້ຂຶ້ນມາ ແລະ ເພື່ອປະສ່ວນເຂົ້າໃນການສ້າງເສດຖະກິດ-ສັງຄົມ ຂອງລາວ; ແລະ ເສດຖະກິດ ວິທະຍາສາດ ແລະ ເຕັກໂນໂລຊີ (Science and Technology Economic) ນີ້, ເວົ້າເຖິງການພັດທະນາວິທະຍາສາດ, ການພັດທະນາເຕັກໂນໂລຊີໃໝ່ໆ, ການປົກປ້ອງການລົງທຶນ ແລະ ການປົກປ້ອງຊັບສິນທາງປັນຍາ ເຊັ່ນ: ຍີ່ຫໍ້, ເຄື່ອງໝາຍການຄ້າ ແລະ ແບບອຸດສາຫະກຳ.
ທ່ານ ຮອງລັດຖະມົນຕີ ໄດ້ກ່າວຕື່ມອີກວ່າ: ປະຈຸບັນ ສປປ ລາວ ຂອງພວກເຮົາ ພວກສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປິ ຄັ້ງທີ 10 ເພື່ອສ້າງພື້ນຖານໃຫ້ປະເທດຂອງພວກເຮົາຫຼຸດຜ່ອນອອກຈາກສະພາບດ້ອຍພັດທະນາ. ໃນຂົງເຂດອຸດສາຫະກໍາ ແລະ ການຄ້າ ເອງກໍໄດ້ສຸມໃສ່ຜັນຂະຫຍາຍມະຕິດັ່ງກ່າວ ຊື່ງເກີດໃຫ້ມີການສ້າງຍຸດທະສາດດ້ານຊັບສິນທາງປັນຍາ ຂອງ ສປປ ລາວ ສະບັບນີ້ຂຶ້ນ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາໃນຂອບເຂດທົ່ວປະເທດ.
ວຽກງານຊັບສິນທາງປັນຍານີ້ ບໍ່ແມ່ນແຕ່ວຽກງານສະເພາະຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ, ແຕ່ມັນຍັງຕິດພັນ ແລະ ເປັນເຄື່ອງມືທີ່ສໍາຄັນໃນການຊຸກຍູ້ຫຼາຍຂົງເຂດເສດຖະກິດ ເປັນຕົ້ນ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຊຶ່ງຊັບສິນທາງປັນຍາ ເປັນກົນໄກສຳຄັນໃນການປົກປ້ອງການປະດິດສ້າງ, ນະວັດຕະກໍາ ແລະ ເຕັກໂນໂລຊີໃໝ່ໆ ທີ່ເປັນຫົວໃຈຫຼັກໃນການຍົກລະດັບອຸດສາຫະກຳ ການຜະລິດ ແລະ ການບໍລິການ; ໃນການເພີ່ມທະວີການຄ້າ ແລະ ການລົງທຶນ, ລະບົບຊັບສິນທາງປັນຍາທີ່ເຂັ້ມແຂງ ຈະຊ່ວຍສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ສົ່ງເສີມການສ້າງຍີ່ຫໍ້, ສ້າງມູນຄ່າເພີ່ມ ແລະ ຊື່ສຽງຂອງສິນຄ້າ ແລະ ຜະລິດຕະພັນຂອງລາວ ໃຫ້ສາມາດສ້າງເປັນເສດຖະກິດເອກະລາດ ແລະ ສົ່ງອອກໄດ້.
ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້, ກົມຊັບສິນທາງປັນຍາ ແລະ ທາງຄະນະຊ່ຽວຊານ ຂອງ WIPO ຈະນໍາເອົາຄໍາຄິດເຫັນຂອງແຕ່ລະບັນດາພາກສ່ວນທີ່ກ່ຽວຂ້ອງ ໄປປັບເຂົ້າໃນຮ່າງ ເພື່ອສະເໜີໃນຂັ້ນຕໍ່ໄປ.
———————
ພາບ ແລະ ບົດຂ່າວ ໂດຍ: ກົມຊັບສິນທາງປັນຍາ