ວັນທີ 26 ພະຈິກ 2025 ທີ່ຄະນະວິສາວະກໍາສາດ ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ “ອານຸວົງ ໂຊລູຊັ້ນ ແລະຄະນະວິສາວະກໍາສາດ ມຊ, ໄດ້ຈັດກິດຈະກຳຝຶກອົບຮົມ “ການອອກແບບຍີ່ຫໍ້ຮ່ວມກັນ ລະຫວ່າງ ນັກສຶກສາ, ຄູອາຈານ ແລະ SMEs” ຄັ້ງທີ 2, ໂດຍມີ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ເປັນປະທານເປີດງານ ຮ່ວມດ້ວຍ ທ່ານ ຮສ ທາ ບຸນທັນ, ຫົວໜ້າພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ. ເຂົ້າຮ່ວມມີ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ຫົວໜ້າພະແນກ, ຮອງພະແນກ, ຄູ–ອາຈານ, ນັກສຶກສາ ແລະ ຜູ້ປະກອບການ SMEs ພ້ອມທັງ ບໍລິສັດ “ອານຸວົງ ໂຊລູຊັ້ນ” ຜູ້ຊ່ຽວຊານດ້ານອອກແບບເຄື່ອງໝາຍ.
ໃນພິທີເປີດ ທ່ານ ໄຊສົມເພັດ ນໍລະສິງ ໄດ້ກ່າວວ່າ ການຈັດຝຶກອົບຮົມຄັ້ງນີ້ ມີເປົ້າໝາຍເພື່ອໃຫ້ນັກສຶກສາ, ຄູອາຈານ ແລະ SMEs, ໄດ້ເຮັດວຽກຮ່ວມກັບຜູ້ຊ່ຽວຊານຈາກ ບໍລິສັດ ອານຸວົງ ໂຊລູຊັ້ນ ໃນການອອກແບບເຄື່ອງໝາຍການຄ້າ ເພື່ອກ້າວໄປສູ່ການຂໍຈົດທະບຽນໃນອະນາຄົດ, ພ້ອມດຽວກັນນັ້ນ ກໍເພື່ອເປັນການສ້າງຮູ້ຄວາມເຂົ້າໃຈກ່ຽວກັບຊັບສິນທາງປັນຍາ ໃຫ້ແກ່ນັກສຶກສາອອກແບບຍີ່ຫໍ້ ເພື່ອສ້າງຄວາມພ້ອມໃຫ້ເຂົາເຈົ້າສາມາດນຳໃຊ້ຄວາມຮູ້ດັ່ງກ່າວ ໃນການໃຫ້ບໍລິການແກ່ສັງຄົມ ພາຍຫຼັງຮຽນຈົບ.ທ່ານ ຍັງໄດ້ເວົ້າເຖິງການສະໜັບສະໜູນຈາກອົງການ WIPO ໂດຍຜ່ານໂຄງການ Design School ທີ່ຊ່ວຍສະໜັບສະໜູນ ໃນການເສີມສ້າງຄວາມສາມາດແຂ່ງຂັນໃຫ້ SMEs ຂອງລາວ.
ທ່ານ ໄຊສົມເພັດ ກ່າວຕື່ມວ່າ ກົມຊັບສິນທາງປັນຍາ ກຳລັງດຳເນີນແຜນພັດທະນາຊັບສິນທາງປັນຍາ 2026–2030 ທີ່ເນັ້ນໃສ່ 6 ໂຄງການຫຼັກ ແລະ ກິດຈະກຳຝຶກອົບຮົມຄັ້ງນີ້ ເປັນສ່ວນໜຶ່ງໃນການຊຸກຍູ້ໂຄງການເພື່ອຊ່ວຍ SMEs. ຊຶ່ງຜ່ານມາ ກົມໄດ້ຊ່ວຍຜູ້ປະກອບການຫຼາຍກວ່າ 30 ຍີ່ຫໍ້ໃນນະຄອນຫຼວງວຽງຈັນ, 26 ຍີ່ຫໍ້, ໃນຫຼວງພະບາງ ແລະ ແຂວງອື່ນໆ. ສຳລັບປີນີ້ ຈະເພີ່ມອີກ 5 ຍີ່ຫໍ້ ແລະ ກົມຈະອຸດໜູນຄ່າໃຊ້ຈ່າຍໃນການຂໍຈົດທະບຽນເຄື່ອງໝາຍການຄ້າໃຫ້ແກ່ SMEs.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ:

ຂ່າວທີ່ທ່ານອາດສົນໃຈ