ໃນວັນທີ 11 ມິຖຸນາ 2025, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ມີການພົບປະ 2 ຝ່າຍ ໃນເວລາ 9:00-10:00 ໂມງ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືໃນຕໍ່ໜ້າ. ພາຍຫຼັງສໍາເລັດການພົບປະ ທັງສອງຝ່າຍກໍໄດ້ເຂົ້າຮ່ວມ ພິທີລົງນາມຖະແຫຼງການຮ່ວມມື ລາວ-ຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນການກວດສອບເນື້ອໃນສິດທິບັດ ຢູ່ ສປປ ລາວ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ (JPO) ຊຶ່ງຕາງໜ້າຝາຍລາວ ລົງນາມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ຕາງໜ້າຝາຍຍີ່ປຸ່ນ ລົງນາມໂດຍ ທ່ານ Yasuda Futoshi, ຮອງຫົວໜ້າສໍານັກງານສິດທິບັດຍີ່ປຸ່ນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຄ, ມີບັນດາທ່ານຄະນະກົມຊັບສິນທາງປັນຍາ, ບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພະນັກງານທີ່ກ່ຽວຂ້ອງກໍໄດ້ມີໜ້າເຂົ້້າຮ່ວມ.
ໃນບົດບັນທຶກຖະແຫຼງການໃນຄັ້ງນີ້ ແມ່ນຕິດພັນກັບການຮ່ວມມືອັນຍາວນານຂອງທັງສອງຝ່າຍ ຊຶ່ງໄດ້ລົງເລິກບາງວຽກງານດ້ານວິຊາສະເພາະ ດັ່ງນີ້: ສະໜອງການຝຶກອົບຮົມທີ່ຈໍາເປັນ ຕາມການສະເໜີຂອງກົມຊັບສິນທາງປັນຍາ ສໍາລັບນັກກວດສອບໃໝ່ ເພື່ອຮອງຮັບໃຫ້ແກ່ການລິເລີ້ມວຽກງານການກວດສອບເນື້ອໃນ; ຮ່ວມມືໃນການສ້າງຄູ່ມືການກວດສອບສິດທິບັດ; ແລະ ສືບຕໍ່ການຮ່ວມມືທີ່ຈໍາເປັນ ເພື່ອຊຸກຍູ້ການນໍາໃຊ້ ຮູບແບບການຮ່ວມມືເພື່ອອໍານວຍຄວາມສະດວກໃຫ້ແກ່ການອອກສິດທິບັດ ລວມທັງກິດຈະກໍາອື່ນໆທີ່ກ່ຽວຂ້ອງ ສໍາລັບຜູ້ຊົມໃຊ້ ແລະ ສາທາລະນະຊົນ ໃຫ້ເປັນທີ່ຮັບຮູ້ຫຼາຍຂຶ້ນກວ່າເກົ່າ.
ໃນໄລຍະຜ່ານມາ ກົມຊັບສິນທາງປັນຍາ ແລະ ສໍານັກງານສິດທິບັດຍີ່ປຸ່ນ ໄດ້ເປັນຄູ່ຮ່ວມມືກັນອັນຍາວນານ ຊຶ່ງທັງສອງຝ່າຍໄດ້ຮ່ວມມືກັນ ດັ່ງນີ້: ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໃນຂົງເຂດຊັບສິນອຸດສາຫະກໍາ(Memorandum of Understanding on Cooperation In the field of Industrial Property) ລົງວັນທີ 24/5/2015, ອາຍຸການຮ່ວມມື 3 ປີ ແລະ ຕໍ່ເອງອັດຕະໂນມັດ; ເຊັນໜັງສືສະແດງເຈດຈໍານົງຮ່ວມ ວ່າດ້ວຍການຮ່ວມມື ເພື່ອອໍານວຍຄວາມສະດວກໃນການອອກສິດທິບັດ (Joint Statement of Intent on Cooperation for facilitating Patent Grant of Laos-related patent application) ລົງວັນທີ 5/10/2016, ອາຍຸການຮ່ວມມື 3 ປີ ແລະ ຕໍ່ເອງອັດຕະໂນມັດ.
ເລີ່ມແຕ່ມີການຮ່ວມມື ສໍານັກງານສິດທິບັດຍີ່ປຸ່ນ ໄດ້ຊ່ວຍເຫຼືອທຶນໃນການໄປຝຶກອົບຮົມ ໄລຍະສັ້ນ-ຍາວ ທັງພາຍໃນ ແລະ ຢູ່ປະເທດຍີ່ປຸ່ນ ໃນແຕ່ລະປີມີຫຼາຍຫົວຂໍ້ ເຊັ່ນ: ການກວດສອບສິດທິບັດ, ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ລະບົບຂໍ້ມູນຂ່າວສານຊັບສິນທາງປັນຍາ (ໄອທີ), ການເຜີຍແພ່ວຽກງານຊັບສີນທາງປັນຍາ, ການແກ້ໄຂຂໍ້ຂັດແຍ່ງ ແລະ ການສ້າງຄູຝຶກ ໃນຂົງເຂດວຽກງານຊັບສິນທາງປັນຍາ ອີກດ້ວຍ.
ໃນຕອນແລງຂອງວັນດຽວກັນ ທ່ານ Yasuda Futoshi, ຮອງຫົວໜ້າສໍານັກງານສິດທິບັດຍີ່ປຸ່ນ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງ ອຄ, ຊຶ່ງທ່ານ Yasuda Futoshi ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານເຖິງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຕໍ່ທ່ານລັດຖະມົນຕີ ຊາບ.
ພ້ອມນັ້ນ ທ່ານ ລັດຖະມົນຕີ ກະຊວງ ອຄ ກໍໄດ້ກ່າວຕ້ອນຮັບ ແລະ ກ່າວຄໍາຂອບໃຈຕໍ່ ສໍານັກງານສິດທິບັດຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ພ້ອມນັ້ນ ທ່ານຍັງໄດ້ມີຄໍາເຫັນບາງຕອນວ່າ ການລົງນາມໜັງສືຖະແຫຼງການໃນຄັ້ງນີ້ ແມ່ນການສະແດງເຖິງການພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ເປັນການສະໜູບສະໜູນຊ່ວຍເຫຼືອທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ທີ່ມີຄຸນຄ່າ ເປັນການຍົກລະດັບ ແລະ ພັດທະນາລະບົບການຄຸ້ມຄອງຊັບສິນທາງປັນຍາ ໃຫ້ມີຄວາມຈະເລີນກ້າວໜ້າໃນລະດັບເທົ່າທຽມກັບພາກພື້ນ ແລະ ສາກົນໄປເທື່ອລະກ້າວ.
ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ເນື່ອງໃນໂອກາດວັນແຫ່ງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຄົບຮອບ 10 ປີ ໃນການຍົກສູງການຮ່ວມມື ແລະ ຈັດຕັ້ງປະຕິບັດວຽກງານຮ່ວມກັນ ລະຫວ່າງ ກົມຊັບສິນທາງປັນຍາ ສປປ ລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ (JPO) ພ້ອມທັງ ສະເໜີໃຫ້ທັງສອງຝ່າຍເສີມຂະຫຍາຍການຮ່ວມມືຕື່ມອີກໃນຕໍ່ໜ້າ ໂດຍສະເພາະ ແມ່ນການສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນ ເພື່ອໃຫ້ ສປປ ລາວ ຍົກລະດັບການໃຫ້ບໍລິການດ້ານຊັບສິນທາງປັນຍາໃຫ້ສູງຂຶ້ນກວ່າເກົ່າ ພ້ອມທັງ ໝູນໃຊ້ນະວັດຕະກໍາ ເຕັກໂນໂລຊີ ຊັບສິນທາງປັນຍາ ຂອງປະເທດຢີ່ປູ່ນ ເຂົ້າມາພັດທະນາເສດຖະກີດ-ສັງຄົມ ສປປ ລາວ ໃຫ້ທັນສະໄໝ ທັງເປັນການສ້າງຄວາມເຊື່ອໝັ້ນ ແລະ ດຶງດູດນັກລົງທຶນ ຂອງຕ່າງປະເທດຢູ່ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນເທື່ອລະກ້າວ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ