ໃນວັນທີ 30 ມັງກອນ 2024 ທີ່ ຫ້ອງປະຊຸມຊັ້ນ 4 ກົມຊັບສິນທາງປັນຍາ, ໄດ້ສໍາເລັດ ຝຶກອົບຮົມກ່ຽວກັບການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ, ໂດຍການຮ່ວມມື ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ອານຸວົງ ມາເກັດຕີ້ງ ໂຊລູຊັ່ນ ແລະ ອົງການຊັບສິນທາງປັນຍາໂລກ (WIPO), ໂດຍຜ່ານໂຄງການສ້າງມູນຄ່າຊັບສິນທາງປັນຍາ ສໍາລັບ SMEs ທືນຊ່ວຍເຫຼືອການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າ, ໃຫ້ກຽດເປັນປະທານກ່າວປິດຝຶກອົບຮົມໂດຍ ທ່ານ ນ. ສີດາ ຢູຕຼີຈັນທະຈັກ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.
ໃນພິທີປີດຝຶກອົບຮົມຄັ້ງນີ້ ທ່ານ ນ. ສີດາ ຢູຕຼີຈັນທະຈັກ ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ໃຫ້ກຽດມອບໃບຢັ້ງຢືນການຝຶກອົບຮົມ ໃຫ້ແກ່ບັນດານັກສໍາມະນາກອນ, ພ້ອມທັງ ກ່າວປິດຝຶກອົບຮົມ ທ່ານ ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ ບັນດານັກສໍາມະນາກອນ ແມ່ນລົງເລີກກ່ຽວກັບເຄັດລັບຕ່າງໆໃນການສ້າງຍີ່ຫໍ້ ໃຫ້ເປັນທີ່ຮັບຮູ້ ແລະ ຈົດຈຳ ຈາກຜູ້ບໍລິໂພກ ແລະ ຍີຫໍ້ດັ່ງກ່າວ ຈະໄດ້ຮັບການປົກປ້ອງພາຍໃຕ້ເຄື່ອງໝາຍການຄ້າ ຕາມກົດໝາຍຊັບສິນທາງປັນຍາຂອງ ສປປ ລາວ ແລະ ໄດ້ຮຽນຮູ້ກ່ຽວກັບຜົນປະໂຫຍດຂອງສິ່ງຫຸ້ມຫໍ່ຜະລິດຕະພັນທີ່ດີ ຊຶ່ງຈະກ້າວໄປສູ່ການຂະຫຍາຍຖານຕະຫຼາດ ແລະ ສ້າງຄວາມສາມາດແຂ່ງຂັນທຸລະກິດຂອງຕົນ.
ການຝຶກອົບຮົມໄດ້ດໍາເນີນມາເປັນເວລາ 2 ວັນ, ຊຶ່ງຄະນະຄູຝືກໄດ້ຖ່າຍທ້ອດຄວາມຮູ້ ຫຼາຍຢ່າງໃຫ້ແກ່ນັກສໍາມະນາກອນຈາກ 10 ບໍລິດສັດ SMEs ທີ່ຖືກຄັດເລືອກເຂົ້າຮ່ວມໂຄງການ ເປັນຕົ້ນແມ່ນການນໍາສະເໜີຄຸນຄ່າຂອງແບຣນ (Brand Value), ຕົ້ນແບບຂອງແບຣນ (Brand Archetype), ການເລົ່າເລື່ອງຂອງແບຣນ, ເອກະລັກຂອງແບຣນ (Brand Identity), ການສື່ສານຂອງເເບຣນ (Communication), ການເລືອກສີຂອງເເບຣນ, ສີ່ງຫູ້ມຫໍ່ ແລະ ການສ້າງເຄື່ອງໝາຍການຄ້າແນວໃດຈື່ງສາມາດປົກປ້ອງຢູ່ ສປປ ລາວ ໄດ້. ການຈັດຝຶກອົບຮົມໃນມື້ນີ້ ເປັນກິດຈະກໍາທີ່ 4 ພາຍໃຕ້ ໂຄງການສ້າງມູນຄ່າຊັບສິນທາງປັນຍາສໍາລັບ MSMEs ທຶນຊ່ວຍເຫຼືອການສ້າງຍີ່ຫໍ້, ຫຼັງຈາກນັ້ນ ແຕ່ລະບໍລິສັດຈະໄດ້ນໍາເອົາຄວາມຮູ້ດັ່ງກ່າວ ມາສ້າງເປັນແບຣນຂອງຕົນເອງ ຊຶ່ງຈະມີຄະນະຄູຝືກໃຫ້ຄໍາປຶກສາຢ່າງໃກ້ຊິດ ແລະ ຈະສາມາດຢື່ນຈົດທະບຽນເຄື່ອງໝາຍການຄ້າ ພາຍໃນເດືອນ ກຸມພາ ຫຼື ມີນາ 2024 ນີ້ ແລະ ນໍາສະເໜີຜົນງານຂອງຕົນທີ່ໄດ້ຮັບຈາກໂຄງການ, ສ້າງວິດີໂອປະຫວັດຄວາມເປັນມາ ກ່ອນ ແລະ ຫຼັງເຂົ້າຮ່ວມໂຄງການ ເພື່ອຈະໄດ້ປະເມີນຜົນໄດ້ຮັບຂອງໂຄງການດັ່ງກ່າວ, ພ້ອມທັງໄດ້ມີໂອກາດເຂົ້າຮ່ວມງານວາງສະແດງ ທີ່ກົມຊັບສິນທາງປັນຍາຈະໄດ້ຈັດຂຶ້ນ.
ພ້ອມນັ້ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈມາຍັງ ຄະນະຄູຝຶກ ທີ່ໄດ້ສຸມທຸກເຮື່ອແຮງ ແລະ ສະຕິປັນຍາຂອງຕົນ ເພື່ອໃຫ້ຄວາມຮູ້ ແລະ ແລກປ່ຽນປະສົບການກັບ ນັກສຳມະນາກອນ ໄດ້ເປັນຢ່າງດີ ແລະ ບັນດານັກສໍາມະນາກອນ ໄດ້ເອົາໃຈໃສ່ ສຸມຈິດສຸມໃຈ ສຶກສາຮຽນຮູ້ຍາດແຍ່ງເອົາຄວາມຮູ້ ແລະ ປະຊົບການຈາກຄູຝຶກໄດ້ໄດ້ເປັນຢ່າງດີ, ເພື່ອເຮັດແນວໃດໃຫ້ບັນດາທ່ານສາມາດນຳໃຊ້ຊັບສິນທາງປັນຍາ ເຂົ້າໃນການຕໍ່ຍອດທຸລະກິດ ແລະ ສ້າງມູນຄ່າເພີ່ມ ກໍຄື ການສ້າງຍີ່ຫໍ້ ໃຫ້ເປັນປະໂຫຍດສູງສຸດແກ່ທຸລະກິດຂອງຕົນ, ພ້ອມນັ້ນ ກໍເພື່ອສ້າງເປັນບໍລິສັດຕົວແບບ ໃຫ້ແກ່ ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ບໍ່ໄດ້ເຂົ້າຮ່ວມໂຄງການດັ່ງກ່າວ, ເພື່ອພ້ອມກັນພັດທະນາທຸລະກິດ ຢູ່ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນພິທີປີດຝຶກອົບຮົມຄັ້ງນີ້ ມີທ່ານ ແພງທອງ ແຈ່ມມາໄລ ຫົວໜ້າພະແນກສົ່ງເສີມຊັບສິນທາງປັນຍາ ແລະ ລິຂະສິດ, ມີທ່ານ ທີລະກອນ ອານຸວົງ, ປະທານບໍລິສັດ ອານຸວົງ ມາເກັດຕີ້ງ ໂຊລູຊັ່ນ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ, ມີທີມງານຄູຝຶກທັງພາຍໃນ ແລະ ຕ່າງປະເທດ, ບັນດານັກສໍາມະນາກອນຈາກ ບໍລິດສັດ SMEs ທີ່ຖືກຄັດເລືອກເຂົ້າຮ່ວມໂຄງການ ຈໍານວນ 10 ບໍລິສັດ ແລະ ພະນັກງານວິຊາການຂອງ ກົມຊັບສິນທາງປັນຍາ ເຂົ້າຮ່ວມ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ:

ຂ່າວທີ່ທ່ານອາດສົນໃຈ