ໃນວັນທີ 26 ພຶດສະພາ 2025, ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ. ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ອົງການຊັບສິນທາງປັນຍາໂລກ ຈັດກອງປະຊຸມ ເປີດໂຄງການ ການສ້າງຍຸດທະສາດຊັບສິນທາງປັນຍາ ແຫ່ງຊາດ (NIPS Launching Meeting), ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ເຢມິນ ທັນ, ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ (WIPO), ມີບັນດາທ່ານຫົວໜ້າກົມ, ຮອງກົມ, ມີຜູ້ຕາງໜ້າຫ້ອງການ, ກົມ, ສະຖາບັນ ອ້ອມຂ້າງກະຊວງ, ຜູ້ຕາງໜ້າຈາກ ກະຊວງຕ່າງໆທີ່ກ່ຽວຂ້ອງ, ຊ່ຽວຊານຈາກພາຍໃນ ແລະ ຕ່າງປະເທດ, ບໍລິສັດ ແລະ ພະນັກງານທີ່ກ່ຽວຂ້ອງຂອງ ກົມຊັບສິນທາງປັນຍາ ເຂົ້າຮ່ວມ.
ຈຸດປະສົງ ແມ່ນເພື່ອເປັນການເປີດໂຄງການສ້າງຍຸດທະສາດຊັບສິນທາງປັນຍາແຫ່ງຊາດ ແລະ ຍັງເປັນໂອກາດສໍາຄັນ ໃນການເຊື້ອເຊີນຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມ ເພື່ອຮັບຟັງຄວາມໝາຍຄວາມສໍາຄັນ ຂອງການສ້າງຍຸດທະສາດດັ່ງກ່າວ, ພ້ອມທັງເປັນການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ທິດທາງການສ້າງຍຸດທະສາດຊັບສິນທາງປັນຍາ ແຫ່ງຊາດ ຂອງ ສປປ ລາວ, ເພື່ອໃຫ້ສອດຄ່ອງ ແລະ ໄປລວງດຽວກັນ ກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການພັດທະນາຂະແໜງການຕ່າງໆ ທີ່ຕິດພັນ.
ທ່ານ ບັນຊາ ຈັນມິ່ງ, ຮອງຫົວໜ້າ ກົມຊັບສິນທາງປັນຍາ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ແມ່ນໄດ້ລິເລີ່ມມາຈາກ ທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ AEM ໃນເດືອນ ກັນຍາ ປີ 2024, ຊຶ່ງໃນຄະນະນັ້ນ ກໍໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ດາເຣັນ ຕັງ, ຜຸ້ອໍານວຍການໃຫຍ່ ອົງການ (WIPO) ກັບ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງ ອຄ ຂອງ ສປປ ລາວ, ຊຶ່ງການພົບປະສອງຝ່າຍ ກໍໄດ້ເນັ້ນໜັກເຖິງຄວາມໝາຍ, ຄວາມສໍາຄັນ ຂອງການສ້າງຍຸດທະສາດຊັບສິນທາງປັນຍາ ແຫ່ງຊາດຂອງລາວ, ໃນການກໍານົດທິດທາງທີ່ຊັດເຈນ ໃຫ້ແກ່ການພັດທະນາວຽກງານຊັບສິນທາງປັນຍາຂອງລາວ ໂດຍສະເພາະ ເນັ້ນໜັກໃສ່ການພັດທະນາແນວຄວາມຄິດສ້າງສັນ, ນະວັດຕະກໍາໃໝ່, ຈິນຕະນາການໃໝ່ ເພື່ອຊຸກຍູ້ ການຫັນເອົາແນວຄວາມຄິດທີ່ອຸດົມຮັ່ງມີຂອງຄົນລາວ ໃຫ້ກາຍເປັນຊັບສິນ ເພື່ອເປັນການປະກອບສ່ວນອັນສໍາຄັນ ໃນການສ້າງເສດຖະກິດຂອງລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ຕາມທິດທາງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ລັດຖະບານ.
ພາຍຫຼັງທີ່ໂຄງການດັ່ງກ່າວ ໄດ້ຮັບການອະນຸມັດ ແລະ ສະໜັບສະໜູນ ຈາກອົງການ WIPO ຢ່າງເປັນທາງການ ແລະ ໄດ້ແຈ້ງ ໃນລະຫວ່າງ ກອງປະຊຸມໜ່ວຍປະຕິບັດງານຊັບສິນທາງປັນຍາອາຊຽນ ຄັ້ງທີ 74 (AWGIPC) ໃນເດືອນ 12/ 2024 ຜ່ານມາ, ທີ່ ສປປ ລາວ ເປັນເຈົ້າພາບ ທີ່ແຂວງຫຼວງພະບາງ, ກຊປ ກໍໄດ້ປະສານສົມທົບກັບ ອົງການ WIPO ຢ່າງໃກ້ຊິດ ເພື່ອຮ່ວມກັນວາງແຜນໂຄງການດັ່ງກ່າວ ຢ່າງຮອບດ້ານ. ໄດ້ຈັດກອງປະຊຸມ ທາງໄກຮ່ວມກັບ ອົງ ການ WIPO ຈໍານວນ 04 ຄັ້ງ. ພ້ອມນັ້ນ, ກໍໄດ້ຈັດຫາຊ່ຽວຊານຈາກຕ່າງປະເທດ ຈໍານວນ 01 ທ່ານ ແລະ ຊ່ຽວຊານ ພາຍໃນ ຈໍານວນ 01 ທ່ານ, ມາເປັນທີ່ປຶກສາການສ້າງຍຸດທະສາດຊັບສິນທາງປັນຍາ ແຫ່ງຊາດດັ່ງກ່າວ, ສໍາເລັດການຕອບແບບສອບຖາມເບື້ອງຕົ້ນ ຕໍ່ຄວາມຄາດຫວັງ ແລະ ຂອບເຂດລະດັບຍຸດທະສາດດັ່ງກ່າວ. ພ້ອມດຽວກັນນັ້ນ, ເພື່ອເຮັດໃຫ້ຍຸດທະສາດດັ່ງກ່າວ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ເພື່ອໃຫ້ໄປລວງດຽວກັນກັບວຽກງານປິ່ນອ້ອມ, ກຊປ ກໍໄດ້ສົມທົບກັບ ກະຊວງກ່ຽວຂ້ອງ ແລະ ຂະແໜງການທີ່ຕິດພັນ ເພື່ອປະສານເອົາຂໍ້ມູນ ແລະ ສໍາເລັດການອອກຂໍ້ຕົກລົງຄະນະຮັບຜິດຊອບ ສ້າງຍຸດທະສາດຊັບສິນທາງປັນຍາ ຂອງລາວ, ຊຶ່ງແຜນຂອງໂຄງການ ການສ້າງຍຸດທະສາດດັ່ງກ່າວ ຄາດວ່າຈະຖືກຮັບຮອງຈາກ ສໍານັກງານນາຍົກລັດຖະມົນຕີ ແລະ ສໍາເລັດໃນຕົ້ນປີ 2026 ທີ່ຈະມາເຖິງນີ້.
ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າ ກົມຊັບສິນທາງປັນຍາ ກໍໄດ້ກ່າວເປີດກອງປະຊຸມໃນຄັ້ງນີ້ ຊຶ່ງທ່ານ ໄດ້ສະແດງຄວາມຂອບໃຈມາຍັງ ອົງການ WIPO ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ກະຊວງ ອຄ ກໍຄື ກຊປ ຂອງ ລາວ ໃນຫຼາຍໆໂຄງການ ໂດຍສະເພາະ ຊ່ວຍເຫຼືອໃນໂຄງການສ້າງຍຸດທະສາດຊັບສິນທາງປັນຍາ ປີ 2026-2045, ພ້ອມນັ້ນ ຍັງຊ່ວຍສ້າງແຜນພັດທະນາຍຸດທະສາດຊັບສິນທາງປັນຍາຂອງອາຊຽນ ໃນປີ 2026-2030 ຈົນສໍາເລັດ.
ສະນັ້ນ, ແຜນໃຫຍ່ຂອງວຽກງານຊັບສິນທາງປັນຍາຢຸ່ໃນຂອບອາຊຽນ ທີ່ອົງການ WIPO ໄດ້ວາງໄວ້ ແລະ ສຸມໃສ່ ໃນປີ 2045 ນີ້, ມີຂະແໜງການດັ່ງນີ້: ເສດຖະກິດດິຈິຕ໋ອນ (Digital economic), ເວົ້າເຖິງວຽກງານຊັບສິນທາງປັນຍາ ເຂົ້າໄປມີບົດບາດໃນການພັດທະນາເລື່ອງເສດຖະກິດດິຈິຕ໋ອນ ໃນການຫັນເປັນທັນສະໄໝ, ເພື່ອເຊື່ອມໂຍງຂໍ້ມູນຂ່າວສານຂອງອາຊຽນ-ສາກົນ ແລະ ບັນດາ ບໍລິສັດ ຕົວແທນຕ່າງໆໄດ້; ເສດຖະກິດ ສີຟ້າ (Blue economic), ເວົ້າເຖິງຊີວະນາໆພັນ ເປັນຂະແໜ່ງໜຶ່ງທີ່ ອົງການ WIPO ສຸມໃສ່ ເພື່ອເຮັດແນວໃດໃຫ້ເປັນຊັບສິນທາງປັນຍາ ຫຼື ເປັນຊັບສິນທາງປັນຍາຂອງປະເທດທີ່ຄົ້ນຄວ້າ-ວິໃຈ ລວມເຖິງຢາຮັກສາໂລກ ແລະ ອື່ນໆ; ເສດຖະກິດ ສີຂຽວ (Green economic) ນີ້, ເວົ້າເຖິງເລື່ອງກະສິກຳ ຊຶ່ງເໝາະສົມກັບ ສປປ ລາວ ທີ່ເປັນປະເທດກະສິກຳ ທີ່ຈະສາມາດນໍາໃຊ້ທ່າແຮງທີ່ບົ່ມຊ້ອນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຂອງລາວໄດ້, ຕົວຢ່າງ ພັນພືດໃໝ່, ການຈົດພັນພືດໃໝ່, ການຂະຫຍາຍພັນພືດໃໝ່ ແລະ ການປົກປ້ອງພັນພືດໃໝ່; ອຸດສາຫະກຳສ້າງສັນ (Creative Economic) ນີ້, ຈະສຸມໃສ່ໃນຂະແໜງການສື່ມວນຊົນ, ໃຫ້ມີການພັດທະນາສິ່ງໃໝ່ໆເກີດຂຶ້ນ ຊຶ່ງເວົ້າເຖິງການຂະຫຍາຍຕົວຂອງ ສີລະປະ, ວັນນະຄະດີ, ການປົກປ້ອງວັດທະນະທຳພື້ນເມືອງ, ການຮັກສາລວດລາຍຂອງຊົນເຜົ່າ, ການສ້າງຖານຂໍ້ມູນ ເພື່ອປົກປ້ອງສິ່ງທີ່ເປັນເອກກະລັກຂອງລາວ, ໃນການສ້າງຄວາມຄິດສ້າງສັນນີ້ຂຶ້ນມາ ແລະ ເພື່ອປະສ່ວນເຂົ້າໃນການສ້າງເສດຖະກິດ-ສັງຄົມ ຂອງລາວ; ແລະ ເສດຖະກິດ ວິທະຍາສາດ ແລະ ເຕັກໂນໂລຊີ (Science and Technology Economic) ນີ້, ເວົ້າເຖິງການພັດທະນາວິທະຍາສາດ, ການພັດທະນາເຕັກໂນໂລຊີໃໝ່ໆ, ການປົກປ້ອງການລົງທຶນ ແລະ ການປົກປ້ອງຊັບສິນທາງປັນຍາ ເຊັ່ນ: ຍີ່ຫໍ້, ເຄື່ອງໝາຍການຄ້າ ແລະ ແບບອຸດສາຫະກຳ.
ທ່ານ ຫົວໜ້າກົມ ໄດ້ກ່າວຕື່ມອີກວ່າ: ໂຄງການສ້າງຍຸດທະສາດຊັບສິນທາງປັນຍາ ແຫ່ງຊາດ ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ໃນການຍົກລະດັບການຄຸ້ມຄອງ ແລະ ພັດທະນາຊັບສິນທາງປັນຍາ ຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝ, ວ່ອງໄວ, ໂປ່ງໃສ ແລະ ເທົ່າທຽມກັບສາກົນ, ປະກອບສ່ວນອັນສໍາຄັນ ໃຫ້ແກ່ການຫັນແນວຄວາມຄິດຂອງຄົນລາວ ໃຫ້ກາຍເປັນຊັບສິນທາງປັນຍາ ໃນການສ້າງນະວັດຕະກຳໃໝ່ໆອອກມາຮັບໃຊ້ສັງຄົມ ບໍ່ວ່າຈະໃນຮູບແບບຜະລິດຕະພັນ ຫຼື ການບໍລິການ ຕ່າງໆ. ແຜນຍຸດທະສາດຊັບສິນທາງປັນຍາດັ່ງກ່າວ ຈະເຮັດບົດບາດຊຸກຍູ້ ສົ່ງເສີມແນະນໍາ ແລະ ຊ່ວຍເຫຼືອຜູ້ມີແນວຄິດປະດິດສ້າງ, ໃນການຫັນແນວຄິດ ດັ່ງກ່າວມາເປັນນະວັດຕະກໍາໃໝ່ ຫຼື ເປັນທຸລະກິດໃໝ່, ສົ່ງເສີມການພັດທະນາທ່າແຮງບົ່ມຊ້ອນຂອງປະຊາຊົນລາວ ໂດຍສະເພາະ ແມ່ນຊາວໜຸ່ມ, ນັກຄົ້ນຄວ້າວິໄຈ, ນັກສ້າງໂປຼແກມ, ນັກປະດິດສ້າງ-ນັກປະດິດຄິດແຕ່ງ, ນັກທຸລະກິດ ແລະ ອື່ນໆ ໃຫ້ມີໂອກາດເຂົ້າເຖິງແຫຼ່ງຂໍ້ມູນທີ່ເປັນປະໂຫຍດ ໃນຂະບວນການຫັນແນວຄວາມຄິດເປັນສິນຄ້າໃໝ່ໆອອກມາສູ່ທ້ອງຕະຫຼາດ ເພື່ອຫຼຸດຜ່ອນການນໍາຈາກຕ່າງປະເທດ, ຮຽນຮູ້ເຄື່ອງມືທາງດ້ານຊັບສິນທາງປັນຍາຕ່າງໆ ທີ່ຈະຊ່ວຍປົກປ້ອງສິດ ແລະ ຜົນປະໂຫຍດ ຈາກຜົນຂອງການຄົ້ນຄວ້າ-ວິໃຈດັ່ງກ່າວ. ການສົ່ງເສີມຈະເປັນການປະກອບສ່ວນສໍາຄັນ ໃນການສ້າງເສດຖະກິດຂອງລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ຕາມທິດທາງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ.
ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້, ທາງຄະນະຊ່ຽວຊານ ຂອງ WIPO ກໍມີແຜນຈະລົງໄປເຮັດວຽກຮ່ວມກັບ ບັນດາ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເກັບກຳຂໍ້ມູນຢ່າງລະອຽດເພີ່ມຕື່ມ ອີກດ້ວຍ.
ໂຄງການສ້າງຍຸດທະສາດດັ່ງກ່າວນີ້, ໂດຍແມ່ນ ທ່ານ ດາເຣັນ ຕັງ, ຜຸ້ອໍານວຍການໃຫຍ່ ອົງການ (WIPO) ໄດ້ຊ່ວຍສ້າງໃຫ້ແກ່ ສປປ ລາວ ຈາກການສະເໜີຂອງ ທ່ານ ລັດຖະມົນຕີ ກະຊວງ ອຄ ຂອງລາວ ເພື່ອສ້າງໃຫ້ວຽກງານຊັບສິນທາງປັນຍາ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ:

ຂ່າວທີ່ທ່ານອາດສົນໃຈ