ໃນວັນທີ 20/12/2023 ໂຄງການຊັບສິນທາງປັນຍາສໍາລັບ MSMEs ທຶນຊ່ວຍເຫຼືອການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າໄດ້ລົງຢ້ຽມຢາມບໍລິສັດ ແກ້ວຈະເລີນໂຊກໄຊ ໂບຼກເກີ ລາວ ຈຳກັດຜູ້ດຽວ ຫນຶ່ງໃນບໍລິສັດທີ່ຜ່ານເຂົ້າຮ່ວມໂຄງການ, ເຊິ່ງການລົງຢ້ຽມຢາມຄັ້ງນີ້ເຂົ້າຮ່ວມໂດຍ:
ຕົວແທນຈາກກົມຊັບສິນທາງປັນຍາ ແລະ ຄະນະຄູຝຶກຊ່ຽວຊານດ້ານການສ້າງຍີ່ຫໍ້ ແລະ ເຄື່ອງໝາຍການຄ້າ, ການຕະຫລາດຈຸດປະສົງໃນການລົງຢ້ຽມຢາມໃນຄັ້ງນີ້ແມ່ນແນ່ໃສ່ການສ້າງຄວາມເຂົ້າໃຈເພີ່ມເຕີມກ່ຽວກັບຊັບສິນທາງປັນຍາໃຫ້ແກ່ຜູ້ປະກອບການພ້ອມທັງຖືໂອກາດໃນການໂອ້ລົມແລກປ່ຽນເພື່ອແນ່ໃສ່ການພັດທະນາ, ການແກ້ໄຂບັນຫາ ຍີ່ຫໍ້ ແລະ ເຄື່ອງໝາຍການຄ້າໃຫ້ແກ່ວິສາຫະກິດ ໃຫ້ດີຂຶ້ນ ແລະ ຖືກຈຸດໄດ້ປະສິດທິພາບສູງສຸດແທດເຫມາະກັບຕະຫລາດໃນປັດຈຸບັນ.

ແປພາສາ: