ໃນວັນທີ 20/12/2023 ໂຄງການຊັບສິນທາງປັນຍາສໍາລັບ MSMEs ທຶນຊ່ວຍເຫຼືອການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າໄດ້ລົງຢ້ຽມຢາມທຸລະກິດ ໂຮງສີເຂົ້າ ບຸນໜັກ ສ່ວນບຸກຄົນ ໜຶ່ງໃນທຸລະກິດທີ່ຜ່ານເຂົ້າຮ່ວມໂຄງການ, ຈຸດປະສົງໃນການລົງຢ້ຽມຢາມໃນຄັ້ງນີ້ແມ່ນແນໃສ່ການສ້າງຄວາມເຂົ້າໃຈເພີ່ມເຕີມກ່ຽວກັບຊັບສິນທາງປັນຍາໃຫ້ແກ່ຜູ້ປະກອບການພ້ອມທັງຖືໂອກາດໃນການໂອ້ລົມແລກປ່ຽນເພື່ອແນໃສ່ການພັດທະນາ ຍີ່ຫໍ້ ແລະ ເຄື່ອງໝາຍການຄ້າໃຫ້ແກ່ວິສາຫະກິດ ເພື່ອການພັດທະນາທີ່ຖືກຕ້ອງ ແລະ ຖືກຈຸດໄດ້ປະສິດທິພາບສູງສຸດ.

ແປພາສາ:

ຂ່າວທີ່ທ່ານອາດສົນໃຈ