ໃນວັນທີ 17-18 ພະຈິກ 2025, ທີ່ໂຮງແຮມສຸພັດຕາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳມະນາ ວ່າດ້ວຍ “ການບັງຄັບໃຊ້ສິດຊັບສິນທາງປັນຍາ ສຳລັບຜູ້ພິພາກສາ ແລະ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ” ໂດຍການສະໜັບສະໜູນຈາກ ອົງການຊັບສິນທາງປັນຍາໂລກ (WIPO). ໃຫ້ກຽດເປັນປະທານໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ Samer Al Tarawneh, ທີ່ປຶກສາກົດໝາຍ, ພະແນກສົ່ງເສີມການເຄົາລົບຊັບສິນທາງປັນຍາ ພາກຄວາມຮ່ວມມື ແລະ ສິ່ງທ້າທາຍໃນສາກົນ, WIPO (ຜ່ານທາງອອນລາຍ).
ໃນກອງປະຊຸມ ມີທ່ານ ກິແກ້ວ ວໍລະວົງສາ, ຮອງຫົວໜ້າ ກົມຊັບສິນທາງປັນຍາ, ມີບັນດາ ທີ່ປຶກສາກົດໝາຍຈາກ (WIPO), ຜູ້ຕາງໜ້າຈາກ ກົມກວດກາ, ກົມການຄ້າພາຍໃນ, ກົມພາສີ, ສານປະຊາຊົນ, ໄອຍະການ, ພະແນກຍຸຕິທຳ, ຕໍາຫຼວດເສດຖະກິດ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ກອງປະຕິບັດຄໍາຕັດສິນ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ພະນັກງານທີ່ກ່ຽວຂ້ອງຂອງ ກົມຊັບສິນທາງປັນຍາ ເຂົ້່າຮ່ວມ.
ການຈັດສໍາມະນາຄັ້ງນີ້ ມີເປົ້າໝາຍເພື່ອຍົກລະດັບຄວາມຮູ້-ຄວາມເຂົ້າໃຈ, ການແລກປ່ຽນປະສົບການ ແລະ ເພີ່ມທັກສະໃນການແກ້ໄຂຂໍ້ຂັດແຍ່ງ ຂອງພາກສ່ວນບັງຄັບໃຊ້ກົດໝາຍໃນລາວ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.
ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວເປີດກອງປະຊຸມ ຊຶ່ງມີເນື້ອໃນບາງຕອນ ວ່າ: ສປປ ລາວ ກຳລັງດຳເນີນການສ້າງຍຸດທະສາດ ຊັບສິນທາງປັນຍາ (IP) ແຫ່ງຊາດ 2026–2035 ແລະ ວິໄສທັດ 2045, ໂດຍຮ່ວມມືກັບ WIPO ແລະ ພາກສວນທີ່ກ່ຽວຂ້ອງຕ່າງໆ. ຍຸດທະສາດນີ້ ໄດ້ກຳນົດທິດທາງທີ່ຊັດເຈນ ໃຫ້ແກ່ການພັດທະນາວຽກງານ IP ຂອງ ສປປ ລາວ ໂດຍສະເພາະ ເນັ້ນໜັກໃສ່ການພັດທະນາແນວຄິດສ້າງສັນ, ນະວັດຕະກຳ ແລະ ຈິນຕະນາການໃໝ່ ເພື່ອຊຸກຍູ້ການຫັນເອົາແນວຄິດຂອງຄົນລາວ ໃຫ້ກາຍເປັນຊັບສິນ ເພື່ອເປັນການປະກອບສ່ວນສຳຄັນໃນການສ້າງເສດຖະກິດຂອງລາວ ໃຫ້ມີຄວາມເຂັ້ມແຂງ, ຕາມທິດສີຂຽວ ແລະ ແບບຍືນຍົງ ຂອງລັດຖະບານ. ນອກຈາກນີ້ ຍຸດທະສາດການພັດທະນາ ຂອງກົມຊັບສິນທາງປັນຍາ ຍັງສອດຄ່ອງກັບ ແຜນບູລິມະສິດ 5 ປີ ຂອງກະຊວງອຸດສາຫະກຳ ແລະ ການຄ້າ (2026–2030) ໂດຍມີເນື້ອຫາສຳຄັນເກືອບ 7 ຈຸດສຸມ ທີ່ກ່ຽວກັບການປົກປ້ອງ IP, ການຮ່ວມມືອາຊຽນ ແລະ ການຕ້ານອາຊະຍາກຳຊັບສິນທາງປັນຍາ ຂ້າມຊາດ.
ທ່ານ ກ່າວຕື່ມອີກວ່າ: ບັນດາປະເທດໃນພາກພື້ນ ແລະ ສາກົນ, ໄດ້ມີການພັດທະນາມາດຕະການບັງຄັບໃຊ້ກົດໝາຍ IP ຢ່າງກວ້າງຂວາງ, ຕັ້ງແຕ່ການບັງຄັບໃຊ້ TRIPS, ການພັດທະນາສານຊັບສິນທາງປັນຍາ ໄປຈົນເຖິງການນຳເຕັກໂນໂລຊີ e-litigation ເຂົ້າມາໃຊ້. ນີ້ແມ່ນແນວທາງທີ່ ສປປ ລາວ ກຳລັງສຶກສາເພື່ອພັດທະນາລະບົບຂອງຕົນ.
ທ່ານ ເຊື່ອໝັ້ນວ່າ ກອງປະຊຸມສອງວັນນີ້ ຈະເປັນໂອກາດອັນດີໃນການແລກປ່ຽນຄວາມຮູ້ ແລະ ສ້າງຄວາມເຂົ້າໃຈ ເພື່ອຮ່ວມກັນຍົກລະດັບການປົກປ້ອງຊັບສິນທາງປັນຍາ ເພື່ອຜົນປະໂຫຍດລວມຂອງ ສປປ ລາວ.
ໃນກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງ ແລະ ແລກປ່ຽນຄໍາຄິດເຫັນ ໃນຫົວຂໍ້ຕ່າງໆ ເຊັ່ນ: ພາບລວມ ແລະ ຂອບກົດໝາຍກ່ຽວກັບການບັງຄັບໃຊ້ IP ໃນ ສປປ ລາວ; ຄວາມສໍາຄັນຂອງການບັງຄັບໃຊ້ IP – ການສ້າງຄວາມເຄົາລົບຕໍໍ່ IP; ຂອບກົດໝາຍລະຫວ່າງປະເທດ – ພາກທີ 3 ຂອງສັນຍາວ່າດ້ວຍການຄ້າ ທີ່ຕິດພັນກັບສິດ IP (TRIPS); ການລະເມີດ IP ໃນສະພາບແວດລ້ອມດິຈິຕ໋ອນ – ພາບລວມຂອງສາກົນ; ຂອບກົດໝາຍວ່າດ້ວຍການບັງຄັບໃຊ້ສິດ IP ໃນ ສປປ ລາວ, ສິີ່ງທ້າທາຍ ແລະ ປະສົບການ; ມາດຕະການທາງແພ່ງ: ມາດຕະການຊົົ່ວຄາວ, ຄໍາສັ່ງຫ້າມ ແລະ ການຊົດເຊີຍຄວາມເສຍຫາຍ; ການສືບສວນ ແລະ ດໍາເນີນຄະດີອາຍາກ່ຽວກັບ IP – ປະສົບການຈາກສາກົນ; ການບັງຄັບໃຊ້ສິດ IP ຕາມຊາຍແດນ – ຂໍໍ້ພິຈາລະນາທີ່ສໍາຄັນ; ພາລະບົດບາດຂອງເຈົົ້າຂອງສິດຕໍໍ່ກັບການຕ້ານການປອມແປງ ແລະ ການລະເມີດລິຂະສິດ; ຂະບວນການ ແລະ ມາດຕະການທາງອາຍາ; ທ່າແຮງ ແລະ ໂອກາດໃນການສືບສວນອາດຊະຍາກໍາ IP ທາງອອນລາຍ; ປະເດັນກ່ຽວກັບເຄືີ່ອງໝາຍການຄ້າ ແລະ ການລະເມີດລິຂະສິດ – ກໍລະນີສຶກສາ; ໂຄງການສ້າງຂີດຄວາມສາມາດຂອງ WIPO, ຄວາມລິເລີ່ມ ແລະ ການດໍາເນີນການຮ່ວມກັບຜູ້ພິພາກສາຂອງ WIPO ແລະ ຍຸດທະສາດ ແລະ ການຮ່ວມມືຊັບສິນທາງປັນຍາ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ: