ວັນທີ 25–26 ພະຈິກ 2025 ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມ “ການກວດສອບເນື້ອໃນແບບອຸດສາຫະກໍາ ແລະ ການກະກຽມເຂົ້າເປັນພາຄີຂອງສັນຍາ Hague” ການຝຶກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ອົງການຊັບສິນທາງປັນຍາໂລກ (WIPO), ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ນາງ Violeta GHETU, ເຈົ້າໜ້າທີ່ຜູ້ຊໍານານພິເສດດ້ານກົດໝາຍ ແລະ ການອອກແບບ–ສ້າງຍີ່ຫໍ້ ຈາກ WIPO. ໃນການຝຶກອົບຮົມ ມີບັນດາ ຄະນະ ກົມຊັບສິນທາງປັນຍາ, ພະນັກງານຈາກກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໃນພິທີເປີດ, ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວວ່າ ຈຸດປະສົງການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃນການຍົກລະດັບຄວາມຮູ້, ຄວາມຊໍານິຊໍານານ ແລະ ທັກສະ ໃຫ້ແກ່ພະນັກງານຢູ່ສູນກາງ ແລະ ທ້ອງຖິ່ນ, ຜູ້ທີ່ຮັບຜິດຊອບວຽກງານກວດສອບແບບອຸດສາຫະກໍາ ແລະ ເພື່ອຮອງຮັບການຂະຫຍາຍຕົວດ້ານການປົກປ້ອງຊັບສິນທາງປັນຍາຂອງ ສປປ ລາວ ໃນລະດັບສາກົນ. ພ້ອມນັ້ນ ຍັງໄດ້ຮັບຟັງບົດຮຽນ, ປະສົບການຈາກຊ່ຽວຊານຂອງ WIPO, ການແລກປ່ຽນບົດຮຽນ, ການປຶກສາຫາລືແບບເປີດກວ້າງ ແລະ ການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເຂົ້າເປັນພາຄີຂອງ ສັນຍາ Hague ໃນທ້າຍປີ 2026.
ທ່ານ ໄຊສົມເພັດ ນໍລະສິງ ໄດ້ເນັ້ນຕື່ມວ່າ ການປົກປ້ອງແບບອຸດສາຫະກໍາ ແມ່ນພັນທະກິດທີ່ສຳຄັນທີ່ບັນດາປະເທດສະມາຊິກຂອງ WIPO ຈຳເປັນຕ້ອງປະຕິບັດ ແລະ ເປັນຫຼັກສຳຄັນໃນການພັດທະນາເສດຖະກິດສ້າງສັນ, ສັນຍາ Hague ແມ່ນກອບກົດໝາຍສາກົນ ໃນການຈົດທະບຽນແບບອຸດສາຫະກໍາໃນຫຼາຍປະເທດ ໂດຍ “ການຍື່ນຄຳຮ້ອງຄັ້ງດຽວ” ຈະປະຫຍັດເວລາ–ຄ່າໃຊ້ຈ່າຍ ໃຫ້ແກ່ນັກອອກແບບ ແລະ ຜູ້ຜະລິດຂອງລາວ, ເປັນສ່ວນໜຶ່ງຂອງຄວາມພ້ອມດ້ານການເຊື່ອມໂຍງເສດຖະກິດ ຕາມກອບ ASEAN (AWGIPC), ຊຶ່ງເປັນການຍົກສະຖານະຂອງລາວ ໃນການປົກປ້ອງຊັບສິນທາງປັນຍາສາກົນ, ທີ່ຜູ້ຮ້ອງຂໍສາມາດຍື່ນຄຳຮ້ອງຂໍໃນຊຸດດຽວ ແລະ ຈ່າຍຄ່າທຳນຽມພຽງເທື່ອດຽວເທົ່ານັ້ນ ໂດຍຍື່ນຕໍ່ຫ້ອງການຕົ້ນທາງ ຫຼື ສຳນັກງານທະບຽນສາກົນ (International Bureau) ຂອງ WIPO.
ໃນການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ຝຶກປະຕິບັດ ກ່ຽວກັບ: ຫຼັກເກນການກວດສອບແບບອຸດສາຫະກໍາ, ກົດໝາຍ ແລະ ຂໍ້ກຳນົດສາກົນທີ່ໃຊ້ໃນການກວດສອບ, ວິທີການສະມັກຈົດທະບຽນແບບອຸດສາຫະກໍາຜ່ານລະບົບ Hague, ການຈັດໝວດໝູ່ ແລະ ການແປລະຫັດຕາມມາດຕະຖານ, ການວິເຄາະກໍລະນີຕົວຢ່າງຈາກມາດຕະຖານສາກົນ ແລະ ການຖາມ–ຕອບ ເພື່ອເຂົ້າໃຈເນື້ອຫາຢ່າງລຶກຊຶ້ງ.
ການຝຶກອົບຮົມດັ່ງກ່າວ ບໍ່ພຽງແຕ່ຈະຊ່ວຍເພີ່ມທັກສະ ແລະ ສ້າງຄວາມເຂັ້ມແຂງເທົ່ານັ້ນ ແລະ ຍັງຊ່ວຍສ້າງຄວາມອາດສາມາດ ໃຫ້ກັບພະນັກງານໃນການປະຕິບັດວຽກງານຕົວຈິງໄດ້.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ
 

ແປພາສາ: