ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງໜ່ວຍພັກຮາກຖານກົມຊັບສິນທາງປັນຍາ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ເປີດຂຶ້ນ ແລະ ປິດລົງໃນວັນທີ 12 ທັນວາ ທີ່ຫ້ອງປະຊຸມຊັ້ນ 1 (ສຳນັກງານບ້ານໂພນໄຊ), ໂດຍການເປັນທານຂອງສະຫາຍ ໄຊສົມເພັດ ນໍລະສິງ, ກໍາມະການຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ມະໂນທອງ ວົງໄຊ, ກຳມະການປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ.
ໃນກອງປະຊຸມ ມີຄະນະໜ່ວຍພັກຮາກຖານກົມ, ຄະນະຕິດຕາມຊຸກຍູ້, ສະມາຊິກພັກ ແລະ ແຂກຮັບເຊີນ ເຂົ້າຮ່ວມຢ່າງພ້ອມໜ້າ.
ໃນໂອກາດນີ້ ສະຫາຍ ເລຂາໜ່ວຍພັກຮາກຖານກົມ ຊັບສິນທາງປັນຍາ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ເພື່ອທົບທວນ ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ II ຂອງຕົນຕະຫຼອດໄລຍະ 05 ປີທີ່ຜ່ານມາ ແລະ ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ປັບປຸງແກ້ໄຂ, ພ້ອມທັງກຳນົດທິດທາງ, ແຜນການສູ້ຊົນແຕ່ນີ້ ຮອດປີ 2030 ບົນພື້ນຖານເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ອຸດສາຫະກຳ ແລະ ການຄ້າ ຄັ້ງທີ III ແລະ ແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ 05 ປີໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ຈາກນັ້ນ, ສະຫາຍ ສົມຫວາດ ໂພທິສັດ ຮອງເລຂາໜ່ວຍພັກ ກໍໄດ້ຂຶ້ນຜ່ານ ຮ່າງບົດສຳຫຼວດການນຳພາລວມ ຕໍ່ທີ່ປະຊຸມ.
ກອງປະຊຸມ ໄດ້ດໍາເນີນໄປຢ່າງຖືກຕ້ອງ ຕາມລະບຽບຂັ້ນຕອນຂອງພັກວາງອອກ ແລະ ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ເປັນເອກະພາບຕໍ່ຮ່າງລາຍງານການເມືອງ ແລະ ຮ່າງບົດສຳຫລວດການນຳພາລວມຂອງໜ່ວຍພັກຮາກຖານກົມຊັບສິນທາງປັນຍາ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍທິດທາງ, ຄາດໝາຍ ແລະ ໜ້າທີ່ແຕ່ລະດ້ານທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງນີ້.
ພາຍຫລັງການກ່າວອຳລາໜ້າທີ່ຂອງຄະນະໜ່ວຍພັກຮາກຖານຊຸດເກົ່າ, ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ໃນການເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານກົມກົມກົມ ຊັບສິນທາງປັນຍາ ຄັ້ງທີ III, ຊຶ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 7 ສະຫາຍ, ເລືອກເອົາ 5 ສະຫາຍ.
ຜົນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບ ແລະ ເລືອກເອົາຄະນະໜ່ວຍພັກຮາກຖານກົມຊັບສິນທາງປັນຍາ ຊຸດໃໝ່ ຈຳນວນ 5 ສະຫາຍ ລວມທັງເລຂາ, ຮອງເລຂາ ແລະ ປະທານກວດກາພັກ ປະກອບມີ: ຄະນະໜ່ວຍພັກຮາກຖານກົມຊັບສິນທາງປັນຍາ ມີທັງໝົດຈໍານວນ 05 ສະຫາຍ
1. ສະຫາຍ ໄຊສົມເພັດ ນໍລະສິງ ເປັນເລຂາໜ່ວຍພັກ
2. ສະຫາຍ ໄຊບັນດິດ ໄຊຍະວົງຄໍາດີ ເປັນຮອງເລຂາໜ່ວຍພັກ
3. ສະຫາຍ ບັນຊາ ຈັນມິ່ງ ເປັນຜູ້ກວດກາໜ່ວຍພັກ
4. ສະຫາຍ ກິແກ້ວ ວໍລະວົງສາ ເປັນກຳມະການໜ່ວຍພັກ
5. ສະຫາຍ ສໍລະສິນ ແສງສີລາວົງ ເປັນກຳມະການໜ່ວຍພັກ