ແປພາສາ:

ປົກປ້ອງຜົນງານປະດິດຄິດແຕ່ງທາງ‌ດ້ານ‌ສິລະ‌ປະກຳ, ‌ວັນນະ‌ກຳ ຫຼື ວິ‌ທະຍາ‌ສາດ.

ອາຍຸການປົກປ້ອງ: ຕາມແຕ່ລະປະເພດ, ແຕ່ໂດຍທົ່ວໄປແມ່ນ ຫ້າສິບປີ ຫຼັງຈາກວັນເສຍຊີວິດຂອງຜູ້ປະດິດຄິດແຕ່ງ
ເວລາ: ສິດຈະເກີດຂຶ້ນແບບອັດໂຕໂນມັດ ຄ່າໃຊ້ຈ່າຍ: 0 ກີບ
ຂັ້ນຕອນການແຈ້ງ ນິຕິກຳສະເພາະ: ຂໍ້ຕົກລົງວ່າດ້ວຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ
  • ຮູບ‌ວາດ, ຮູບ‌ແຕ້ມ, ຮູບ‌‌ແກະ‌ສະຫຼັກ, ຮູບ‌ພິມຫີນ, ການ‌ເກັບ‌ຂິດລາຍພົມ ຫຼື ລາຍ‌ແພ ແລະ ຜົນ‌ງານ‌ວິຈິດ‌ຕະກຳ‌ ອື່ນໆ;
  • ຮູບປັ້ນ, ຮູບ‌ຄວັດ‌ຫີນ ແລະ ຜົນ‌ງານ‌‌ປະຕິມາ‌ກຳ ‌ອື່ນໆ;
  • ການ‌ອອກ‌ແບບ‌ອາຄານ ຫຼື ສິ່ງ‌ປຸກ‌ສ້າງ, ການ‌ອອກ‌ແບບ‌ຕົບ‌ແຕ່ງພາຍ‌ໃນ ພາຍນອກ ‌ແລະ ຜົນ‌ງານສະຖາປັດຕິ‌ຍະ‌ກຳ ອື່ນໆ;
  • ຮູບ‌ຖ່າຍດ້ວຍ‌ວິທີ‌ການ‌ເຕັກ‌ນິກ‌ຕ່າງໆ‌ ແລະ ‌ຜົນງານທີ່‌ສະ‌ແດງ‌ອອກ‌ ດ້ວຍຂັ້ນຕອນອານາລ໋ອກ (analogous process);
  • ຮູບ‌ຈຳລອງ, ‌ແຜນ‌ທີ່, ‌‌ແຜນ‌ຜັງ, ຮູບ‌ສະ‌ເກັດ ຫຼື ຮູບ‌ສາມ‌ມິ‌ຕິ‌ ກ່ຽວ‌ກັບ ພູມສາດ, ພູມປະ‌ເທດ, ງານ‌ສະຖາ‌ປັດ‌ຕິ‌ຍະ‌ກຳ ຫຼື ວິ‌ທະຍາ‌ສາດ;
  • ດົນ‌ຕີ‌ປະກອບ‌ບົດ‌ລະຄອນ, ‌ແບບລະຄອນ‌ໄບ້ ຫຼື ລະຄອນ‌ຈັດ‌ສາກ, ການ‌ອອກ‌ແບບ‌ທ່າ‌ຟ້ອນ, ທ່າ‌ເຕັ້ນ ແລະ ຜົນ‌ງານ‌ອື່ນ ທີ່‌‌ປະດິດ‌ຄິດແຕ່ງ‌ຂຶ້ນ‌ ເພື່ອ‌ການ‌ສະ‌ແດງ;
  • ການ‌ປະກອບດົນຕີ ທີ່‌ມີ ‌ຫຼື‌ ບໍ່‌ມີ ‌ເນື້ອຮ້ອງລວມຢູ່‌ນຳ ‌‌ລວມ‌ເຖິງ‌‌ນົ‌ດ‌ເພງ ທີ່‌ໄດ້‌ແຍກ ‌ແລະ ຮຽບຮຽງ‌ສຽງ‌ປະສານ‌ແລ້ວ;
  • ການບັນທຶກສຽງ; ຜົນງານ‌ສິລະ‌‌ປະ‌ປັບ‌ໃຊ້;
  • ຟີມ ຫຼື‌ ຜົນງານ‌ດ້ານຮູບ‌ເງົາ‌ອື່ນໆ ຫຼື ຜົນງານ‌ ທີ່‌ສະ‌ແດງ‌ອອກ‌ ດ້ວຍການ‌ລຳດັບ‌ພາບ ‌ທີ່ສາມາດ‌ນຳ‌ອອກ‌ສາຍ‌ຕໍ່‌ເນື່ອງ‌ໄດ້‌ເປັນ‌ຮູບ‌ເງົາ ແລະ ສາມາດ‌ບັນທຶກ‌ລົງ‌‌ໃສ່‌ວັດ‌ສະດຸອື່ນໆ ທີ່‌ສາມາດ‌‌‌ນຳ‌ອອກ‌ສາຍ‌ຕໍ່‌ເນື່ອງ‌ໄດ້ຄື‌ກັນ ‌ລວມທັງ‌ສຽງ‌ປະກອບ‌ໃນ‌ຜົນງານນັ້ນ
  • ປຶ້ມອ່ານ, ວິ‌ທະຍາ‌ນິພົນ, ‌ແຜ່ນ‌ພັບ, ວາລະສານ, ສິ່ງ‌ພິມ ແລະ ສິ່ງ‌ຂີດ‌ຂຽນ‌ອື່ນໆ;
  • ບົດ‌ປາຖະກະຖາ, ‌ບົດ‌ຄຳ‌ເຫັນ, ສຸນ‌ທອນ‌ພົດ, ບົດ‌ຄຳ‌ສອນ, ບົດ‌ສອນ ແລະ ບົດເວົ້າ ອື່ນໆ ທີ່‌ໄດ້‌ມີ‌ການ‌ບັນທຶກ‌;
  • ບົດ‌ລະຄອນ, ບົດ‌ເລື່ອງ, ບົດກະວີ;
  • ໂປຣແກຣມ‌ຄອມ‌ພິວ‌ເຕີ‌ ແລະ ການ‌ລວບ‌ລວມຂໍ້‌ມູນ ລວມທັງພາສາ‌ຕົ້ນກຳ‌ເນີ‌ດ (source code) ‌ແລະ ພາສາ‌ວັດຖຸ (object code).
  • ການ‌ລວບ‌ລວມຜົນງານ ສິລະ‌ປະກຳ ‌‌ຫຼື ວັນນະກຳ ‌ເປັນຕົ້ນ ສາລານຸກົມ, ການລວບລວມບົດປະພັນ ຫຼື ການລວບລວມຂໍ້ມູນດ້ວຍ‌ການຈັດລຽງ, ການ‌ຄັດ‌ເລືອກ, ການ‌ລວບ‌ລວມບັນດາ‌ຫົວ‌ຂໍ້‌ຕ່າງໆ ທີ່‌ປະກອບ‌ເຂົ້າກັນ ‌ເປັນ‌ການ‌ປະດິດຄິດແຕ່ງ‌ທາງປັນຍາ.

ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດ

  • ຂ່າວປະຈຳວັນ
  • ເຫດການຕົວຈິງທີ່ເກີດຂື້ນ ທີ່ມີລັກສະນະເປັນຂໍ້ມູນຂ່າວສານ
  • ຄວາມຄິດ
  • ກຳມະວິທີ
  • ວິທີການປະຕິບັດ ຫຼື ຫຼັກການຄະນິດສາດ
  • ບັນດານິຕິກຳຕ່າງໆ ລະບຽບການປົກຄອງ
  • ເອກະສານທາງດ້ານຕຸລາການ ແລະ ເອກະສານເຫຼົ່ານັ້ນ ທີ່ແປເປັນທາງການ

ຄຸນປະໂຫຍດ

  • ປົກປ້ອງບໍ່ໃຫ້ຜູ້ອື່ນສະແຫວງຫາຜົນປະໂຫຍດ ໂດຍນຳໃຊ້ຜົນງານຂອງທ່ານ
  • ອະນຸຍາດໃຫ້ຜູ້ອື່ນ ນໍາໃຊ້ລິຂະສິດ ຫຼື ສິດທິ່ກ່ຽວຂ້ອງກັບລິຂະສິດ ເພື່ອສະແຫວງຫາຜົນປະໂຫຍດ (Copyright licensing)

(ລິຂະສິດ)​ 50 ປີ ຫຼັງຈາກວັນເສຍຊີວິດຂອງຜູ້ປະດິດຄິດແຕ່ງ ຫຼື ນັບແຕ່ວັນທີ່ຜົນງານໄດ້ມີການເຜີຍແຜ່ ຢ່າງຖືກຕ້ອງຕາມກົດໝາຍເປັນຕົ້ນໄປ ຫຼື ນັບແຕ່ວັນທີ່ຜົນງານໄດ້ຖືກເຜີຍແຜ່ສູ່ສາທາລະນະຊົນຄັ້ງທຳອິດ ສຳລັບຜົນງານທາງດ້ານຮູບເງົາ ໂດຍການເຫັນດີຂອງເຈົ້າຂອງຜົນງານ. ສ່ວນສຳລັບສິລະປະປັບໃຊ້ ແລະ ຮູບຖ່າຍ ແມ່ນ 25 ປີ ນັບແຕ່ວັນສ້າງຜົນງານ.

(ສິດທີ່ກ່ຽວຂ້ອງກັບລິຂະສິດ): 50 ປີ ນັບແຕ່ວັນມີການສະແດງເປັນຕົ້ນໄປ ຫຼື ນັບແຕ່ວັນມີການບັນທຶກສຽງຄັ້ງທຳອິດເປັນຕົ້ນໄປ ຫຼື ນັບແຕ່ວັນກະຈາຍສຽງ-ແຜ່ພາບ.

ຄ່າບໍລິການ: 200.000 ກີບ/ຄຳຮ້ອງ (ດາວໂລດ ແບບຟອມ).

ທ່ານສາມາດຕິດຕໍ່ຫາ ບໍລິສັດທີ່ໃຫ້ບໍລິການຊັບສິນທາງປັນຍາ ເພື່ອຈ້າງໃຫ້ເຂົາດຳເນີນການແຈ້ງສິດແທນໄດ້*.

*ກົມຊັບສິນທາງປັນຍາ ຈະບໍ່ຮັບຜິດຊອບຕໍ່ການສະໜອງບໍລິການຈາກບໍລິສັດດັ່ງກ່າວແຕ່ຢ່າງໃດ.