ໃນວັນທີ 24 ພະຈິກ 2023 ຜ່ານມາ, ທີ່ ຫ້ອງປະຊຸມຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ LASCAP, ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້: ວັນລິຂະສິດ (Copyright Day), ໃຫ້ກຽດຂຶ້ນບັນຍາຍ ໃນກອງປະຊຸມຝຶກອົບຮົມໃນຄັ້ງນີ້, ມີທ່ານ ສັນຕິສຸກ ພູນສະຫວັດ, ອະດີດຫົວໜ້າກົມຊັບສິນທາງປັນຍາ, ມີ ທ່ານ ນ. ວິລົມພອນ, ຮອງຫົວໜ້າພະແນກ ລິຂະສິດ, ກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ກົມສິລະປະການສະແດງ, ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ນ. ສຸກພາພອນ ທົງສະຫວັນ, ອໍານວຍການສໍານັກພິມ ສານຝັນອາຄາເດມີ, ທ່ານ ບຸນຫຼາຍ ກວ້າງມະນາວັນ ຜູ້ຈັດການທົ່ວໄປ ບໍລິສັດ LASCAP ແລະ ຕາງໜ້າ MCT ຈາກປະເທດໄທ, ພ້ອມດ້ວຍ ນັກສໍາມະນາກອນຈາກ ຄ້າຍເພັງຕ່າງ ແລະ ນັກສີລະປິ ເຂົ້າຮ່ວມ.
ຈຸດປະສົງການຝືກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນ, ແບ່ງປັນ ແລະ ສົນທະນາ ໂດຍເນັ້ນໃສ່ການສ້າງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເຊິ່ງເປັນໜຶ່ງໃນຫົວຂໍ້ທີ່ສໍາຄັນຂອງວຽກງານຊັບສິນທາງປັນຍາ, ບົດບາດ ແລະ ຄວາມສໍາຄັນ ຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ມີຫຼາຍຕໍ່ບັນດາຜົນງານການສ້າງສັນທາງດ້ານສິລະປະກໍາ, ວັນນະກໍາ, ບົດເພງ, ຮູບເງົາ ແລະ ອື່ນໆ ທີ່ເຈົ້າຂອງສິດ ກໍຄື ຜູ້ສ້າງສັນທີ່ໄດ້ລິເລີ່ມດ້ວຍການນໍາໃຊ້ສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ຄວາມອຸສະຫະ ໃນການສ້າງຜົນງານເຫຼົານັ້ນ.
ໃນປັດຈຸບັນ ກໍຄື ຍຸກດິຈິຕອລ, ມີຫຼາຍເຄື່ອງມືທີ່ເຂົ້າມາມີບົດບາດໃນການສ້າງຜົນງານຕ່າງໆ ໂດຍສະເພາະ ແມ່ນສິລະປະກໍາ, ວັນນະກໍາ, ບົດເພງ ແລະ ອື່ນໆ ຕາມທີ່ບັນດາທ່ານຫຼາຍຄົນອາດພົບເຫັນ ຫຼື ຜ່ານຕາໃນສື່ສັງຄົມອອນລາຍຕ່າງໆ ເຊິ່ງໃນອະນາຄົດ ບັນດາຜົນງານທີ່ສ້າງດ້ວຍເຄື່ອງມືເຫຼົານັ້ນ ອາດເຂົ້າມາມີອິດທິພົນ ແລະ ສົ່ງຜົນກະທົບ ຕໍ່ຜູ້ສ້າງສັນຜົນງານ ແລະ ຜົນງານ ທີ່ກ່າວມານັ້ນ ກໍອາດເປັນໄປໄດ້. ສະນັ້ນ, ເພື່ອເປັນການສ້າງຄວາມຮູ້ຄວາມເຂົ້າໃຈ ໃຫ້ກັບເຈົ້າຂອງສິດ ໃນການປົກປ້ອງຜົນປະໂຫຍດອັນຊອບທໍາ ລວມເຖິງການບໍລິຫານຈັດການ ແລະ ຮັບມືກັບບັນດາປັນຫາທີ່ອາດເກີດຂື້ນກັບຜົນງານ ກໍຄື ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຂອງຕົນ.
ໃນກອງປະຊຸມຝຶກອົບຮົມ ຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຝັງກ່ຽວກັບຜົນງານ, ສິດທີີ່ເກີດຈາກການສ້າງສັນຜົນງານ, ເຈົ້າຂອງລິຂະສິດໃນເພງ ມີຫຍັງແດ່, ສິດດ້ານເສດຖະກິດ ແລະ ສິດດ້ານຈາລິຍະທໍາ, ການດັດແປງຜົນງານ, ສົນທະນາກ່ຽວກັບລິຂະສິດ ວັນນະກໍາເລື່ອງສັັ້ນ ໃນຍຸກດິຈິຕອນ, ລິຂະສິດທີີ່ກ່ຽວຂ້ອງກັບວັນນະກໍາ, ບັນຫາທ້າທາຍຂອງວັນນະກໍາລາວໃນຍຸກດິຈິຕອນ,ທິດທາງ ແລະ ອະນາຄົດຂອງວັນນະກໍາລາວ “ລິຂະສິດຂອງວຽກງານການດົນຕີ”, ການສ້າງລາຍໄດ້ ແລະ ການຮັກສາສິດດ້ານເສດຖະກິດຂອງ ຕົນຈາກການສ້າງສັນຜົນງານເພງ (ເນື້ອເພງ, ທໍານອງ, ຜູ້ຮ້ອງ, ການບັນທຶກສຽງ), ອົງການຈັດຕັັ້ງລິຂະສິດລວມໝູ່ ແລະ ປຶກສາຫາລື ກ່ຽວກັບການສ້າງຕັັ້ງອົງການຈັດຕັັ້ງລິຂະສິດລວມໝູ່ (CMO), ພ້ອມທັງແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອນຳເອົາບົດຮຽນ ແລະ ປະສົບການ ຈາກວິທະຍາກອນທີ່ເປັນປະໂຫຍດ ໄປຈັດຕັ້ງປະຕິບັດໃນການປົກປ້ອງສິດໃນຊັບສິນທາງປັນຍາ ຂອງຕົນໃນອະນາຄົດ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ:

ຂ່າວທີ່ທ່ານອາດສົນໃຈ