DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມເຜີຍແຜ່ ວຽກງານຊັບສິນທາງປັນຍາ ໃຫ້ແກ່ພາກລັດ ແລະ ຜູ້ປະກອບການ ທີ່ແຂວງອັດຕະປື

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແລະ ອຳນາດການປົກຄອງແຂວງ ແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາ ໃຫ້ແກ່ພາກລັດ ແລະ ຜູ້ປະກອບການ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການກ່ຽວກັບການຮັບຄໍາຮ້ອງ ແບບ ອຸດສາຫະກຳ, ເຄື່ອງໝາຍການຄ້າ, ແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ແກ້ໄຂຂໍ້ຂັດແຍ່ງໃນຕອນເຊົ້າຂອງວັນທີ 10 ກຸມພາ 2020 ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງອັດຕະປື. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດການເຂົ້າຮ່ວມເປັນປະທານຮ່ວມ ຂອງ ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ ແລະ ທ່ານ ພອນສະໄໝ ມຽງລາວັນ, ຮອງເຈົ້າແຂວງ ແຂວງອັດຕະປື.

ໂອກາດນີ້, ທ່ານ ພອນສະໄໝ ມຽງລາວັນ, ຮອງເຈົ້າແຂວງ ແຂວງອັດຕະປື ໄດ້ໃຫ້ກຽດມີຄຳເຫັນຕໍ່ກອງປະຊຸມສຳມະນາ ໃນຄັ້ງນີ້ ວ່າ: ເພື່ອເປັນການຈັດຕັ້ງປະຕິບັດສາມພາລະບົດບາດສິດ ແລະ ໜ້າທີ່ ຂອງຂະແໜງ ວິທະຍາສາດ ແລະ ເຕັກໂນໂລຊີ ກໍຄື ການປະຕິບັດກົດໝາຍວ່າດ້ວຍຊັບສິນທາງປັນຍາ ລຸ່ມກົດໝາຍທີ່ຈຳເປັນໃນການຂັບເຄື່ອນຊຸກຍູ້, ຊຸກດັນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງອັດຕະປືຂອງພວກເຮົາ ໃຫ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງໃນການຜະລິດເປັນສິນຄ້າ ທັງສາມາດຄໍ້າປະກັນໄດ້ທາງດ້ານສະບຽງອາຫານທີ່ຍຶນຍົງ, ຄຽງຄູ່ກັບການຫັນເປັນອຸດສະຫະກຳ ແລະ ທັນສະໄໝ ໂດຍຕິດພັນຕາມທິດສີຂຽວ ເປັນມິດກັບສິ່ງແວດລ້ອມ.

ກອງປະຊຸມມື້ນີ້ ຖືເປັນຂີດໝາຍຂອງໜ່ວຍງານວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍສະເພາະ ແມ່ນວຽກງານຊັບສິນທາງປັນຍາ ຊຶ່ງຈະສ້າງຄວາມເຂັ້ມແຂງ ທາງດ້ານຄວາມຮູ້ ຄວາມເຂົ້າໃຈໃຫ້ແກ່ບັນດາ ພະນັກງານຂະແໜງການແຂວງ ແລະ ເມືອງ ທັງພາກລັດ ແລະ ຜູ້ປະກອບການທຸລະກິດ ພາຍໃນແຂວງ ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ນະໂຍບາຍຂອງລັດ ກ່ຽວກັບວຽກງານຊັບສິນທາງປັນຍາ. ຖ້າເວົ້າເຖິງວຽກງານຊັບສິນທາງປັນຍາ ແມ່ນເຫັນວ່າມີຄວາມສຳຄັນຫຼາຍ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໃນຍຸກໂລກາພິວັດ ຊຶ່ງມັນໄດ້ສົ່ງເສີມຫົວຄິດປະດິດສ້າງ, ການຜະລິດຄິດແຕ່ງ, ເສດຖະກິດພູມປັນຍາ, ການປົກປ້ອງສິດຕໍ່ກັບຜົນປະໂຫຍດອັນຊອບທຳຂອງເຈົ້າຂອງຊັບສິນທາງປັນຍາ, ຜົນປະໂຫຍດຂອງລັດຂອງສັງຄົມ ອັນເປັນການຊຸກຊຸ້ສົ່ງເສີມໃຫ້ການຄ້າ, ການລົງທຶນ ອຳນວຍຄວາມສະດວກໃຫ້ແກ່ການສ້າງເສດຖະກິດຂອງພວກເຮົາ ໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້.

ທ່ານ ເຊື່ອໝັ້ນວ່າ: ໃນການຊຸກຍູ້ ແລະ ສົ່ງເສີມນີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະພ້ອມກັນເອົາໃຈໃສ່ຖ່າຍທອດຄວາມຮູ້, ຖ່າຍທອດບົດຮຽນ ແລະ ປະສົບການຢ່າງຈະແຈ້ງ ໃຫ້ແກ່ນັກສຳມະນາກອນທີ່ໄດ້ເຂົ້າຮ່ວມໃນຄັ້ງນີ້. ທ່ານ ໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມທັງໝົດ ຈົ່ງສຸມຈິດສຸມໃຈ, ສຸມທຸກກຳລັງແຮງສະຕິປັນຍາ ແລະ ປະຕິບັດໂມງເວລາ, ຍາດແຍ່ງເອົາບົດຮຽນອັນລໍ້າຄ່າ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງ ແລະ ການດຳເນີນທຸລະກິດຂອງຕົນ ໃຫ້ຖືກຕ້ອງຕາມລະບຽບການທີ່ວາງອອກ. ທັງໝົດທີ່ກ່າວມານີ້ ກໍເພື່ອປະຕິບັດຕາມນະໂຍບາຍຂອງພັກ-ລັດ ໃນການສ້າງສາພັດທະນາປະເທດຊາດຂອງພວກເຮົາ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ ໃຫ້ກຽດກ່າວເປີດກອງປະຊຸມສໍາມະນາຄັ້ງນີ້ ຊຶ່ງມີເນື້ອໃນບາງຕອນວ່າ: ໃນຍຸກປະຈຸບັນເປັນຍຸກການປະຕິວັດອຸດສາຫະກໍາ 4.0 ຊຶ່ງການສື່ສານ, ຄົມມະນາຄົມຂົນສົ່ງ ມີຄວາມກ້າວໜ້າ ແລະ ທັນສະໄໝຢ່າງກ້າວກະໂດດ ຊຶ່ງສາມາດເຫັນໄດ້ຈາກ ສິ່ງທີ່ໃກ້ຕົວ ເຊັ່ນ: ໂທລະສັບມືຖື ທີ່ສາມາດຕິດຕໍ່ສື່ສານກັນພຽງແຕ່ໃຊ້ປາຍນີ້ວ ກໍສາມາດຕິດຕໍ່ ແລະ ເຫັນໜ້າກັນໄດ້ ຊຶ່ງເມື່ອກ່ອນ ແມ່ນຈຳຕ້ອງຂຽນດ້ວຍມື ຫຼື ພິມດິດ ແລ້ວສົ່ງທາງໄປສະນີ ຫຼື ການເດີນທາງໃນເມື່ອກ່ອນ ທີ່ຕ້ອງໃຊ້ເວລາດົນນານກວ່າຈະຮອດຈະເຖິງ ເປັນຕົ້ນ. ຄວາມກ້າວໜ້າທີ່ກ່າວມານີ້ ລ້ວນແລ້ວແຕ່ເປັນຊັບສິນທາງປັນຍາທີ່ບົ່ງບອກເຖິງຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ສຳລັບການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ ສປປ ລາວ ເຮົາແລ້ວ, ກວຕ ໄດ້ນຳໃຊ້ວິໄສທັດ ແລະ ຍຸດທະສາດ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ທີ່ມີ 6 ແຜນງານໃຫຍ່ ເພື່ອເຮັດໃຫ້ວິທະຍາສາດ ແລະ ເຕັກໂນໂລຊີ ຕິດພັນກັບການຜະລິດ ກາຍເປັນກຳລັງຂັບເຄື່ອນ ຂອງການພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມທຸກຍາກ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ແລະ ກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາໃນມື້ນີ້ ກໍເປັນ 1 ໃນ 6 ແຜນງານໃຫຍ່ ຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນການເຜີຍແຜ່ ໂຄສະນາ ສ້າງຈິດສຳນຶກ ແລະ ຄວາມເຂົ້າໃຈ ໃນທົ່ວສັງຄົມ.

ວຽກ​ງານວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນວຽກໜຶ່ງທີ່ມີບົດບາດສຳຄັນຕໍ່ກັບການພັດທະນາເສດຖະ ກິດ-ສັງຄົມ, ເປັນກໍາລັງແຮງ ແລະ ພາຫະນະບຸກທະລຸ ທີ່ມີປະສິດທິຜົນສູງ ເພື່ອຊຸກຍູ້ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຍືນຍົງ ແລະ ຕາມທິດສີຂຽວ.

ການ​ຈັດກອງ​ປະ​ຊຸມໃນ​ມື້ນີ້ ກໍ​ແມ່ນ​ນກິດ​ຈະ​ກຳໜຶ່ງ ຊຶ່ງ​ຈັດ​ຂຶ້ນເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນທັງພາກລັດ ແລະ ເອກະຊົນ, ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ (SME), ນັກທຸລະກິດ, ກຸ່ມ​ຜູ້​ຜະ​ລິດ, ຊາວກະສິກອນ ເຫັນໄດ້ຄວາມສໍາຄັນຂອງວຽກ​ງານ​ຊັບ​ສິນ​ທາງ​ປັນ​ຍາ ກໍຄື ​ເຫັນ​ຄວາມ​ສຳ​ຄັນ​ໃນການປົກປ້ອງສິດ​ຊັບ​ສິນ​ທາງ​ປັນ​ຍາ ໃນການປະສິດສ້າງ ແລະ ປະດິດຄິດແຕ່ງ ແລະ ເພື່ອສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້. ກົມຊັບສິນທາງປັນຍາ ຈະໄດ້ແນະນຳ ແລະ ສ້າງຄວາມເຂົ້າໃຈໃນການດຳເນີນງານ ກໍຄື ການແບ່ງຂັ້ນຄຸ້ມຄອງຂອງວຽກງານຊັບສິນທາງປັນຍາ ໃນຂັ້ນ ພວຕ ແຂວງ ເພື່ອເຮັດໃຫ້ຜູ້ປະກອບການໃນທ້ອງຖິ່ນ ສະດວກແກ່ການເຂົ້າເຖິງວຽກງານຊັບສິນທາງປັນຍາອີກດ້ວຍ.

ກອງ​ປະ​ຊຸມ​ເຜີຍແຜ່​ຄັ້ງນີ້​, ຜູ້ເຂົ້າຮ່ວມ ​ໄດ້​ມີ​ໂອ​ກາດ​ຮັບ​ຟັງ​ກ່ຽວກັບ ການພັດທະນາວຽກງານຊັບສິນທາງປັນຍາ ໂດຍສະເພາະ ວຽກງານສິດທິບັດ, ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ ຊຶ່ງຈະໃຫ້ຮູ້ໄດ້ວ່າ ແຕ່ລະປະເພດຊັບສິນທາງປັນຍາຂອງເຮົາ ສາມາດໄດ້ຮັບການປົກປ້ອງ ແນວໃດພາຍໃຕ້ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະ ມີມູນຄ່າເພີ່ມໄດ້ແນວໃດ ໃນການປະກອບທຸລະກິດ ແລະ ເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ວັດທະນາທໍາແບບຍືນຍົງ.

ທ່ານ ຮອງລັດຖະມົນຕີ ກວຕ ໄດ້ຮຽກ​ຮ້ອງ​ມາ​ຍັງ​ບັນ​ດາ​ທ່ານຜູ້ເຂົ້າຮ່ວມກອງປະຊຸມ ​ຈົ່ງ​ໄດ້​ສຸມ​ຈິດ​ສຸມ​ໃຈ ແລະ ສຸມ​ທຸກ​ກຳ​ລັງ​ເຫື່ອ​ແຮງ ແລະ ສະ​ຕິ​ປັນ​ຍາ​ ເພື່ອ​ຍາດ​ແຍ່ງ​ເອົາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຈາກ​ບັນ​ດາ​ນັກ​ວິ​ທະ​ຍາ​ກອນ ເພື່ອ​ນຳ​ມາ​ໝູນ​ໃຊ້ ເຂົ້າໃນວຽກ​ງານ ແລະ ໃນ​ທຸ​ລ​ະກິດ​ຂອງ​ທ່ານ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ແລະ ວັດທະນະທໍາຂອງ​ຊາດ ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ເຂົ້າຮ່ວມກອງປະຊຸມທີ່ດຳເນີນເປັນເວລາ 1 ວັນຄັ້ງນີ້ ມີ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ກວຕ, ທ່ານ ນ. ພູວັນລະມາລີ ພົມມະສານ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອັດຕະປື, ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ, ຜູ້ປະກອບການ ແລະ ພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນ ຈຳນວນ 100 ກວ່າຄົນ.

ໂອກາດດຽວກັນນີ້, ຫົວໜ້າກົມຊັບສິນທາງປັນຍາ, ກວຕ ໄດ້ຕາງໜ້າໃຫ້ແກ່ກະຊວງ ມອບຄອມພິວເຕີຕັ້ງໂຕະຈຳນວນ 1 ຊຸດ, ເຄື່ອງພິມເອກະສານ 1 ໜ່ວຍ ໃຫ້ແກ່ ພວຕ ແຂວງດັ່ງກ່າວ ຊຶ່ງ ຫົວໜ້າ ພວຕ ແຂວງ ເປັນຜູ້ຕາງໜ້າຮັບອຸປະກອນດັ່ງກ່າວ.