ໃນວັນທີ 26 ເມສາ ຂອງທຸກໆປີ ບັນດາປະເທດສະມາຊິກຂອງ ອົງການຊັບສິນທາງປັນຍາໂລກ ລວມທັງ ສປປ ລາວ ມີ ຈໍານວນ 193 ປະເທດ ກໍໄດ້ມີການຈັດພິທີໂຮມຊຸມນຸມກັນ ເພື່ອສະເຫຼີມສະຫຼອງວັນຊັບສິນທາງປັນຍາ ໃນແຕ່ລະປີ, ຊຶ່ງປີນີ້ ພາຍໃຕ້ຄໍາຂັວນ “ບົດບາດແມ່ຍິງ ແລະ ຊັບສິນທາງປັນຍາ: ຊຸກຍູ້ສົ່ງເສີມ ນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່ (Women and IP: Accelerating innovation and creativity)” ໂດຍການໃຫ້ກຽດເປັນປະທານເປີດພິທີຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນ. ທຳມາ ເພັດວິໄຊ, ຮອງປະທານສູນກາງສະຫະພັນແມ່ຍິງລາວ.
ໃນພິທີຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ, ພະນັກງານຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີ ຜູ້ຕາງໜ້າສູນກາງສະຫະພັນແມ່ນຍິງລາວ, ຕາງໜ້າຈາກກະຊວງອ້ອມຂ້າງ ແລະ ມີຄູອາຈານ-ນັກສຶກສາຈາກມະຫາວິທະ ຍາໄລ ແຫ່ງຊາດ, ສະມາຄົມນັກທຸລະກິດຍິງ ແລະ ຜູ້ປະກອບການ 200 ກວ່າທ່ານ ເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີ ກໍໄດ້ກ່າວເປີດພິທີໃນຄັ້ງນີ້ ວ່າ: ຈຸດປະສົງຂອງການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ເພື່ອເຜີຍແຜ່ວຽກງານຊັບສິນທາງປັນຍາ ໂດຍສະເພາະ ຍົກສູງບົດບາດຄວາມສຳຄັນຂອງການປົກປ້ອງສິດຊັບສິນທາງປັນຍາ ໃຫ້ແກ່ສາລະນະຊົນໄດ້ຮັບຮູ້ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານດັ່ງກ່າວ ເປັນຕົ້ນ ແມ່ນການຊຸກຍູ້ສົ່ງເສີມ ການສ້າງນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່ໆ ທີ່ອອກສູ່ສາຍຕາມວນຊົນ ກໍຄື ສັງຄົມ, ແມ່ຍິງລາວໃນຍຸກໃໝ່ ຍັງມີຜົນງານທີ່ເກີດຈາກຄວາມຄິດສ້າງສັນໃນຫຼາຍດ້ານ ບໍ່ວ່າຈະຢູ່ຂົງເຂດເສດຖະກິດ ວັດທະນະທຳສັງຄົມ, ຜົນງານການຄົ້ນຄວ້າ ແລະ ການປະດິດຄິດແຕ່ງ ເປັນຕົ້ນບົດຟ້ອນ, ບົດລໍາ ແລະ ການສະແດງສິນລະປະຕ່າງໆ ທີີ່ສືີ່ໃຫ້ເຫັນເຖິງພູມປັນຍາທີີ່ເປັນເອກະລັກແມ່ນມີຄວາມພົ້ນເດັ່ນ; ແມ່ຍິງລາວມີບົດບາດໃນການສ້າງສັນງານຫັດຖະກໍາທີີ່ມີຄວາມປານີດ ແລະ ງົດງາມ ເຊັ່ນ ລາຍຜ້າໄໝມ້ອນ, ເຄືີ່ອງປະດັບທີີ່ເຮັດຈາກໄໝ ແລະ ອືີ່ນໆອີກ ຊຶ່ງສິີ່ງຕ່າງໆເຫຼົົ່ານີ້ ລ້ວນແຕ່ແມ່ນຊັບສິນທາງປັນຍາທີີ່ເກີດມາຈາກແນວຄິດສ້າງສັນ ທີີ່ກາຍເປັນເອກະລັກອັນພົ້ນເດັ່ນ ແລະ ເປັນທີີ່ຮັບຮູ້ຢ່າງກວ້າງຂວາງໃນລະດັບໂລກ. ຄຽງຄູ່ກັນນັ້ນ ແມ່ຍິງໃນ ສປປ ລາວແມ່ນນັບມື້ນັບມີທ່າຂະຫຍາຍຕົວ ແລະ ມີບົດບາດສຳຄັນໃນລະດັບພາກພື້ນ ແລະ ສາກົນ.
ພ້ອມດຽວກັນນັ້ນ ທ່ານ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ໄດ້ມີຄໍາເຫັນຕໍ່ພິທີດັ່ງກ່າວວ່າ: ສູນກາງສະຫະພັນແມ່ຍິງ ແມ່ນໄດ້ຈັດຕັ້ງປະຕິບັດແຜນວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາແມ່ຍິງ ແຫ່ງຊາດ(2021-2025) ຝຶກອົບຮົມສ້າງວິຊາອາຊີບ, ວຽກເຮັດງານທໍາໃຫ້ແມ່ຍິງດ້ອຍໂອກາດ, ສົ່ງເສີມການເຂົ້້າເຖິງແຫຼ່ງທຶນ ແລະ ສະໜອງການບໍລິການດ້ານການເງິນໃຫ້ແກ່ແມ່ຍິງ ແລະ ຄອບຄົວ; ຍົກລະດັກຄວາມຮູ້ຄວາມສາມາດໃນການສ້າງທຸລະກິດຂະໜາດ ແລະ ກາງ ໃຫ້ທ້ອງຖິ່ນ ເພື່ອໃຫ້ສະພາບ ເສດຖະກິດ ແລະ ສະພາບຊີິວິດການເປັນຢູ່ຂອງເຂົາເຈົ້ານັບມື້ນັບດີຂື້ນ, ແລະ ໃນປີ2019 ທີ່ຜ່ານມາ ແມ່ຍິງລາວຈຳນວນ 10 ທ່ານ ແມ່ນໄດ້ຮັບລາງວັນຜູ້ປະກອບການແມ່ຍິງອາຊຽນດີເດັ່ນອີກດ້ວຍ. ອີກດ້ານໜຶ່ງ, ໃນສາກົນ ກໍມີຫລາຍທ່ານທີ່ເປັນຜູ້ມີຊື່ສຽງ ແລະ ມີຜົນງານທີ່ເປັນແມ່ຍິງ ເປັນຕົ້ນ, ນັກເຄມີສາດທີ່ໄດ້ເພີ່ມສູດຄິດໄລ່ລົງໃສ່ດິນໜຽວ ເມໂຊໂປເຕມຽນ ຫຼາຍກວ່າ 3000 ປີກ່ອນ ກໍໍແມ່ນແມ່ຍິງ. ທ່ານອຳນວຍຄວາມການໃຫຍ່ຂອງອົງການຊັບສິນທາງປັນຍາໂລກຍັງໃຫ້ຮູ້ຕື່ມວ່າ: ‘ວິໄສທັດຂອງພວກເຮົາ ແມ່ນເພື່ອສ້າງສະພາບແວດລ້ອມດ້ານຊັບສິນທາງປັນຍາໂລກໃຫ້ມີສ່ວນຮ່ວມຢ່າງກວ້າງຂວາງ – ໜຶ່ງໃນວິໄສທັດແມ່ນ ບັນດາແມ່ຍິງ, ໄວໜຸ່ມ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນຈຸດສູນກາງ’. ໃນປີນີ້, ວັນຊັບສິນທາງປັນຍາໂລກ, ການສະເຫຼີມສະ ຫຼອງ ຜົນສຳເລັດຂອງຜູ້ປະດິດສ້າງ, ຜູ້ສ້າງສັນ ແລະ ຜູ້ປະກອບການແມ່ຍິງ ໄປພ້ອມກັນກັບການເຊີນຊວນ ແມ່ຍິງ ແລະ ໄວໜຸ່ມຍິງ ຈາກທົ່ວທຸກມຸມໂລກ ໃຫ້ນໍາໃຊ້ຊັບສິນທາງປັນຍາຫຼາຍຂຶ້ນ ເພື່ອນໍາເອົາຄວາມຄິດສ້າງສັນຂອງພວກເຂົາໃຫ້ມີຊີວິດຊີວາຍິ່ງຂຶ້ນ.
ໃນການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ແມ່ນມິຫຼາຍກິດຈະກໍາປິ່ນອ້ອມ ໂດຍສະເພາະ ຈັດສຳມະນາວຽກງານຊັບສິນທາງປັນຍາ ໃນພາກເຊົ້າ ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ໃນພາກຄໍ່າ ກໍມີກິດຈະກຳ ສາທິດຫຸ່ນຍົນ ແລະ ການສະແດງແສງສີສຽງ ທີ່ສວນປະຕູໄຊອີກດ້ວຍ.