DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ພິທີເຊັນບົດບັນທຶກການຮ່ວມມື ໃນຂົງເຂດ ວຽກງານຊັບສິນທາງປັນຍາ

ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ສປປ ລາວ ຮ່ວມກັບສຳນັກ ງານຊັບສິນທາງປັນຍາແຫ່ງຊາດ ສສ ຫວຽດນາມ ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມື ໃນຂົງເຂດວຽກງານຊັບສິນ ທາງປັນຍາ (Memorandum of Cooperation in the field of Intellectual Property Signing Ceremony) ຂຶ້ນໃນວັນທີ 7 ພະຈິກ 2015, ທີ່ໂຮງແຮມລາວພາຊາ.

ຈຸດປະສົງຂອງການຈັດພິທີເຊັນບົດບັນທຶກໃນຄັ້ງນີ້ ແມ່ນເພື່ອພັດທະນາລະບົບຊັບສິນອຸດ ສາຫະກຳ ຢູ່ໃນ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ມີປະສິດທິຜົນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໂດຍຜ່ານການເສີມຂະຫຍາຍການຮ່ວມມື ລະຫວ່າງ ຄູ່ຮ່ວມມືທັງສອງຝ່າຍອີງໃສ່ມິດຕະພາບແບບດັ້ງເດີມ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງປະເທດ. ພ້ອມນັ້ນ, ໃນບົດບັນທຶກຄູ່ຮ່ວມມືມີເປົ້າໝ່າຍ ແລະ ຂົງເຂດໃນການຮ່ວມ ມືກັນຄື: ການຄຸ້ມຄອງ   ແລະ ບໍລິຫານສຳນັກງານຊັບສິນທາງປັນຍາ, ເສີມສ້າງການປູກຈິດສຳນຶກໃຫ້ສາທາ ລະນະຮັບຮູ້ວຽກງານຊັບສິນອຸດສາຫະກຳ ແລະ ການຝຶກ ອົບຮົມບຸກຄະລາກອນ.

ການເຊັນສັນຍາຄັ້ງນີ້, ຕາງໜ້າໃຫ້ຝ່າຍ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ໂດຍແມ່ນ ທ່ານ ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມ ຊັບສິນທາງປັນຍາ ແລະ ຝ່າຍ ສສ ຫວຽດນາມ ແມ່ນທ່ານ Dr. Tran Viet Thanh, ລັດຖະມົນຕີຊ່ວຍວ່າ ການກວຕສສຫວຽດນາມຫົວໜ້າສະຫະກົມຊັບສິນ ທາງປັນຍາແຫ່ງສສຫວຽດນາມ, ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານບັນດິດສຈ. ບໍ່ວຽງຄໍາວົງດາລາ, ລັດຖະມົນຕີວ່າການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມດ້ວຍຫົວໜ້າຫ້ອງການ, ກົມ, ສະຖາບັນຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມຈຳ ນວນ 30 ກວ່າຄົນ.