ໃນວັນທີ 22 ພະຈິກ 2023, ທີ່ ໂຮງແຮມເສດຖາປາລາສ, ນະຄອນຫຼວງວຽງຈັນ, ພິທີເປີດໂຄງການ “ແມ່ຍິງກັບວຽກງານຊັບສິນທາງປັນຍາ: ຊຸກຍູ້ ຄວາມກ້າວໜ້າຂອງແມ່ຍິງລາວ ໃນວຽກງານຊັບສິນທາງປັນຍາ, ໃຫ້ກຽດເປັນປະທານຮ່ວມ ແລະ ກ່າວເປີດໂຄງການໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມີທ່ານ ເອດຣຽນ ກິລເບີຣ໌ດ, ຜູ້ອໍານວຍການໂຄງການ ການຄ້າລະດັບພາກພື້ນ ເພື່ອການພັດທະນາ.
ເຂົ້າຮ່ວມພິທີໃນຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ເຊັງລີ, ປະທານສະພາການຄ້າຂອງອົດສະຕຣາລີ, ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ ສີອານົງ ພົມກອງ, ຜູ້ຈັດການໂຄງການ RT4D ປະຈໍາ ສປປ ລາວ, ຜູ້ຕາງໜ້າກະຊວງ, ກົມ, ຜູ້ຕາງໜ້າຈາກສະມາຄົມນັກທຸລະກິດຍິງຂອງລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນໂອກາດນີ້ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງ ອຄ ໄດ້ໃຫ້ກຽດກ່າວເປີດພິທີ ໃນຄັ້ງນີ້ ທ່ານກ່າວວ່າ: ໂຄງການ “ແມ່ຍິງກັບວຽກງານຊັບສິນທາງປັນຍາ: ຊຸກຍູ້ ຄວາມກ້າວໜ້າຂອງແມ່ຍິງລາວ ໃນວຽກງານຊັບສິນທາງປັນຍາ” ໂດຍໄດ້ຮັບການຊ່ວຍເຫຼືອເປັນທາງການ ຈາກໂຄງການການຄ້າລະດັບພາກພື້ນເພື່ອການພັດທະນາ (RT4D) ຂອງລັດຖະບານອົດສະຕຣາລີ ສະໜັບສະໜູນການຈັດຕັ້ງປະຕິບັດສັນຍາການຄ້າ ເສລີ ລະຫວ່າງອາຊຽນ-ອົດສະຕຣາລີ-ນິວຊີແລນ ແລະ ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ ຊຶ່ງໂຄງການດັ່ງກ່າວ ຈະເນັ້ນໃສ່ ການຊ່ວຍເຫຼືອແມ່ຍິງກັບວຽກງານຊັບສິນທາງປັນຍາ, ຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງລາວ ໃນວຽກງານຊັບສິນທາງປັນຍາ ໂດຍກົມຊັບສິນທາງປັນຍາ ໄດ້ສະເໜີ ຂໍໂຄງການ ແລະ ໄດ້ຮັບການຕອບຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວ ເປັນມູນຄ່າ 335.000 AUD (ໂດລາອອສສະເຕເລຍ) ປະກອບມີ 03 ກິດຈະກີດ ຄື: (1) ສ້າງຄວາມເຂັ້ມແຂງດ້ານຄວາມຮູ້ຊັບສິນທາງປັນຍາໃຫ້ແກ່ບັນດາຜູ້ປະກອບການ ໂດຍສະເພາະ ຈະເນັ້ນໃສ່ຊຸກຍູ້ສົ່ງເສີມຜູ້ປະກອບການທີ່ເປັນແມ່ຍິງ, (2) ຊຸກຍູ້ບັນດາຫົວໜ່ວຍທຸລະກິດໃນການພັດທະນາທຸລະກິດ ຜ່ານການສ້າງຍີ່ຫໍ້ເຄື່ອງໝາຍການຄ້າ ແລະ ການອອກແບບສິ່ງຫຸ້ມຫໍ່ (Packaging Design) ເພື່່ອກ້າວໄປສູ່ການຈົດທະບຽນເຄື່ອງໝາຍການຄ້າ ແລະ (3) ໃຫ້ການສະໜັບສະໜູນບັນດາຫົວໜ່ວຍທຸລະກິດ ໄດ້ມີສ່ວນຮ່ວມເຂົ້າໃນງານສັບປະດາສັບສິນທາງປັນຍາ ເພື່ອຊຸກຍູ້ສົ່ງເສີມການຕະຫຼາດໃຫ້ບັນດາຜະລິດຕະພັນສິນຄ້າພາຍໃນ ຊຶ່ງບັນດາກິດຈະກິດເຫຼົ່ານີ້ ຈະໄດ້ເລີ່ມຈັດຕັ້ງປະຕິບັດຈາກນີ້ເປັນຕົ້ນໄປ ໂດຍກົມຊັບສິນທາງປັນຍາ ເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ.
ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ຜະລິດຕະພັນທີ່ຍື່ນຂໍຈົດທະບຽນຊັບສິນທາງປັນຍາ ໂດຍສະເພາະ ຜະລິດຕະພັນ ODOP ຫລາຍວ່າ 1,800 ລາຍການ, ແຕ່ໃນນັ້ນ ມີພຽງ 10 ລາຍການທີ່ໄດ້ຈົດທະບຽນເຄື່ອງໝາຍຂອງຜູ້ປະ ກອບການທຸລະກິດທີ່ເປັນແມ່ຍິງ. ຊຶ່ງປີນີ້ ການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ, ອົງການຊັບສິນທາງປັນຍາໂລກ ໄດ້ໃຫ້ຄຳຂວັນວ່າ “ບົດບາດແມ່ຍິງ ແລະ ຊັບສິນທາງປັນຍາ ຊຸກຍູ້ສົ່ງເສີມນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່”, ທາງລັດຖະບານ ສປປ ລາວ ເຫັນໄດ້ຄວາມສຳຄັນຂອງການຂະຫຍາຍວຽກງານຊັບສິນທາງປັນຍາ, ຫັນວຽກງານຊັບສິນທາງປັນຍາລົງສູ່ທ້ອງຖິ່ນ ຕາມການແບ່ງຂັ້ນຄຸ້ມຄອງ ໃນຂອບເຂດທົ່ວປະເທດ. ນອກຈາກນີ້ ການກຳນົດເປົ້າໝາຍເພື່ອສົ່ງເສີມວິສາຫະກິດ ທີ່ນອນໃນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງແມ່ຍິງ ໃຫ້ມີຈຳນວນຫຼາຍຂຶ້ນ ແລະ ສາມາດຈົດທະບຽນຜະລິດຕະພັນຂອງຕົນ ໂດຍໃຊ້ປະໂຫຍດຈາກຊັບສິນທາງປັນຍາ ເພື່ອສ້າງໂອກາດໃນທາງການຄ້າ ແລະ ສົ່ງອອກໄດ້. ນອກຈາກນີ້ ແຜນໃນຕໍ່ໜ້າ ທາງກົມຊັບສິນທາງປັນຍາ ຈະສູ້ຊົນເຮັດສໍາເລັດເປົ້າໝາຍໃນການສ້າງໃຫ້ໄດ້ການຈົດທະບຽນ “ໜື່ງຜະລິດຕະພັນໜຶ່ງຊັບສິນທາງປັນຍາ” ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ຫົວໜ່ວຍວິສາຫະກິດທີ່ເປັນຂອງແມ່ຍິງ ກ່ຽວກັບຊັບສິນທາງປັນຍາ, ສາມາດສ້າງ, ອອກແບບ ແລະ ຈົດທະບຽນເຄື່ອງໝາຍການຄ້າຂອງເຂົາເຈົ້າໄດ້ ເພື່ອສົ່ງເສີມພັດທະນາເສດຖະກິດຊຸມຊົນໃຫ້ມີການຂະຫຍາຍຕົວ ສູ່ຕະຫລາດພາຍໃນ ແລະ ສາກົນ.
ທ່ານ ເອດຣຽນ ກີລເບີຣ໌ດ, ຜູ້ອຳນວຍການໂຄງການ RT4D ມີຄໍາເຫັນກ່ຽວກັບ “ໂຄງການການຄ້າລະດັບພາກພື້ນເພື່ອການພັດທະນາ: ການຊ່ວຍເຫຼືອພາຍໃຕ້ກອບສັນຍາ AANZFTA & RCEP ແລະ ການໃຫ້ຄວາມສຳຄັນພິເສດແກ່ປະເທດສະມາຊິກທີ່ດ້ອຍພັດທະນາກວ່າ”.
ພ້ອມດຽວກັນນັ້ນ, ໃນພິທີດັ່ງກ່າວ ກໍໄດ້ຮັບຝັງການບັນຍາຍ ກ່ຽວກັບ “ຄວາມສຳຄັນຂອງການຈົດທະບຽນຊັບສິນທາງປັນຍາ ຕໍ່ວຽກງານການຄ້າ: ເປົ້າໝາຍການຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງລາວໃນວຽກງານຊັບສິນທາງປັນຍາ” ແລະ “ການແບ່ງປັນປະສົບການຂອງການຂຶ້ນທະບຽນການຄ້າ ແລະ ຊັບສິນທາງປັນຍາ: ສິ່ງທ້າທາຍ ແລະ ຜົນປະໂຫຍດທີ່ໄດ້ຮັບ” ອີກດ້ວຍ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ:

ຂ່າວທີ່ທ່ານອາດສົນໃຈ