ໃນລະຫວ່າງວັນທີ 05 – 09 ພຶດສະພາ 2025, ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນ ປະທານໜ່ວຍປະຕິບັດງານ ດ້ານຊັບສິນທາງປັນຍາ ອາຊຽນ ໄດ້ນໍາພາຄະນະ ຈໍານວນ 05 ເຂົ້າຮ່ວມເປັນປະທານກອງປະຊຸມ ໜ່ວຍປະຕິບັດງານຊັບສິນທາງປັນຍາອາຊຽນ ຄັ້ງທີ 75 (the 75th ASEAN Working Group on Intellectual Property – AWGIPC) ທີ່ ສຽມຣຽບ, ປະເທດ ກໍາປູເຈຍ.

ກອງປະຊຸມ ປະກອບດ້ວຍຜູ້ເຂົ້າຮ່ວມຈາກ 10 ປະເທດ ອາຊຽນ, ປະເທດຕີມໍແລດສເຕ (ໃນນາມຜູ້ສັງເກດການ), ໜ່ວຍງານຊັບສິນທາງປັນຍາ ຈາກກອງເລຂາອາຊຽນ ພ້ອມດ້ວຍຄູ່ຮ່ວມພັດທະນາຂອງອາຊຽນ ເຊັ່ນ: ສໍານັກງານຊັບສິນທາງປັນຍາ ສ.ເກົາຫຼີ (KIPO), ສໍານັກງານສິດທິບັດຍີ່ປຸ່ນ (JPO), ສະຫະພັນອຸດສາຫະກໍາບັນທຶກສຽງສາກົນ (IFPI), ສໍານັກງານຊັບສິນທາງປັນຍາເອີຣົບ (EUIPO), ອົງການຊັບສິນທາງປັນຍາໂລກ (WIPO) ແລະ ສະມາຄົມເຄື່ອງໝາຍການຄ້າສາກົນ (INTA), ເຊິ່ງລວມຜູ້ເຂົ້າຮ່ວມທັງໝົດ ຈໍານວນ 50 ທ່ານ.

ກອງປະຊຸມໄດ້ປຶກສາຫາລື ແຜນບູລິມະສິດປະຈໍາປີຂອງອາຊຽນ ໂດຍເນັ້ນໜັກໃສ່ ເປີດການເຈລະຈາ ການປັບປຸງຂໍ້ຕົກລົງຂອບການຮ່ວມມືຊັບສິນທາງປັນຍາອາຊຽນ (AFAIPC), ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ປຶ້ມແນະນໍາອາຊຽນ ກ່ຽວກັບ ສິດຊັບສິນທາງປັນຍາ ໃນໂລກດິຈິຕອນ ຊຶ່ງເປັນວຽກງານທີ່ມີຄວາມສໍາຄັນ ຊ່ວຍຫັນປ່ຽນອາຊຽນ ໄປສູ່ ນະວັດຕະກໍາເສດຖະກິດ ດິຈິຕອນ ແລະ ສືບຕໍ່ຮ່ວມກັນພັດທະນາ ແຜນປະຕິບັດງານສິດທິຊັບສິນທາງປັນຍາອາຊຽນ 2026 – 2030 (ASEAN IPR Action Plan 2026 – 2030).

ພ້ອມດຽວກັນນັ້ນ, ກໍໄດ້ຮ່ວມກັບຄູ່ຮ່ວມພັດທະນາ ທົບທວນຄືນການຈັດຕັ້ງປະຕິບັດກິດຈະກໍາໃນໄລຍະທີ່ຜ່ານມາ, ປຶກສາຫາລືແລກປ່ຽນ ແລະ ວາງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດທິພາບຍິ່ງຂຶ້ນ ເພື່ອສະໜັບສະໜູນ ລະບົບນິເວດຊັບສິນທາງປັນຍາຂອງອາຊຽນ ໃນປີຕໍ່ໆໄປ.

ໃນໂອກາດທີ່ ທ່ານ ຫົວໜ້າກົມຊັບສິນທາງປັນຍາ ແລະ ຄະນະ ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຄະນະ ກໍໄດ້ເຂົ້າຮ່ວມ ງານສະເຫຼີມສະຫຼອງວັນສັບສິນທາງປັນຍາໂລກ ທີ່ ປະເທດກໍາປູເຈຍ ອີກດ້ວຍ.

ຂ່າວ: ກົມຊັບສິນທາງປັນຍາ

ແປພາສາ:

ຂ່າວທີ່ທ່ານອາດສົນໃຈ