ວັນທີ 28 ທັນວາ 2023 ຜ່ານມາ, ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຊັບສິນທາງປັນຍາ ຮ່ວມກັບ ສະມາຄົມຄຸ້ມຄອງຖິ່ນກໍາເນີດເຂົ້າໄກ່ນ້ອຍແຂວງຊຽງຂວາງ, ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ ຊ່ອງທາງທຸລະກິດ ສໍາລັບຜູ້ປະກອບການ ທີ່ສົນໃຈຜະລິດຕະພັນສິນຄ້າ ຖິ່ນກຳເນີດ ໂດຍສະເພາະ ສິນຄ້າເຂົ້າໄກ່ນ້ອຍຊວາງຂວາງ, ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.
ກອງປະຊຸມຄັ້ງນີ້ ມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຜູ້ຕາງໜ້າຈາກ ສະມາຊິກຈາກສະມາຄົມຄຸ້ມຄອງຖິ່ນກໍາເນີດເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ບັນດາຜູ້ປະກອບການ GI, ນອກນັ້ນ ຍັງມີ ພະແນກ ອຄ ແຂວງ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້, ຄວາມໃຈໃນຂະບວນການຜະລິດ ແລະ ພັດທະນາຜະລິດຕະພັນຖິ່ນກໍາເນີດ (GI) ພ້ອມທັງສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບບັນດາສິນຄ້າຖິ່ນກໍາເນີດຢູ່ ສປປ ລາວ ລວມເຖິງບັນດາທ່າແຮງ ແລະ ໂອກາດທາງທຸລະກິດຂອງສິນຄ້າ GI. ນອກຈາກ. ນັ້ນຍັງໄດ້ຮັບຟັງສະພາບຄວາມພ້ອມ ແລະ ທ່າແຮງຂອງເຂົ້າໄກ່ນ້ອຍຊຽງຂວາງ ໃນປັດຈຸບັນ. ເພື່ອແນໃສ່ສົ່ງເສີມການພັດທະນາການຜະລິດພ້ອມການຄ້າຂາຍເຂົ້າໄກ່ນ້ອຍໃຫ້ມີປະສິດທິຜົນສູງຂຶ້ນໂດຍ ສະເພາະແມ່ນການສ້າງມູນຄ່າເພີ່ມໃຫ້ເຂົ້າໄກ່ນ້ອຍຜ່ານການຈົດທະບຽນຖິ່ນກໍາເນີດທີ່ເປັນຊັບສິນທາງປັນຍາປະເພດໜຶ່ງສາມາດນໍາໃຊ້ເປັນເຄື່ອງມືສໍາລັບຢັ້ງຢືນເຖິງຄວາມມີເອກະລັກ, ຄວາມມີຊື່ສຽງ ແລະ ຄຸນນະພາບຂອງເຂົ້າໄກ່ນ້ອຍທີ່ຕິດພັນກັບແຫຼ່ງທີ່ມາສະເພາະທີ່ມີຢູ່ແຕ່ແຂວງ ຊຽງຂວາງ ແລະ ຫົວພັນ.
ພ້ອມນັ້ນ, ໃນກອງປະຊຸມ ໄດ້ມີການແລກປ່ຽນບົດຮຽນ ກ່ຽວກັບການກວດກາຄວບຄຸມຄຸນນະພາບສິນຄ້າ, ການກວດກາພາຍໃນ, ການກວດກາພາຍນອກ ເພື່ອຮັບປະກັນສິນຄ້າກ່ອນຈະສົ່ງໄປຍັງຜູ້ບໍລິໂພກ, ການລົງສະນາປູກຈິດສໍານຶກ ແລະ ເຜີຍແຜ່ບັນດາເອກະສານຄຸນລັກສະເພາະ, ລວມໄປເຖິງການຊອກຫາພ້ອມທັງຂະຫຍາຍຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດເປັນຕົ້ນ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ: