ແປພາສາ:

ປົກປ້ອງ: ຮູບແບບ, ຮູບຮ່າງ ຫຼື ຮູບຊົງ ຜະລິດຕະພັນຂອງທ່ານ ອາຍຸການປົກປ້ອງ: 15 ປີ
ເວລາ:​ ~8 ເດືອນ ຄ່າໃຊ້ຈ່າຍ: 9 ແສນ ກີບ
ຂັ້ນຕອນຂໍຈົດທະບຽນ/ຕໍ່/ຄັດຄ້ານ ນິຕິກຳສະເພາະ: ຂໍ້ຕົກລົງວ່າດ້ວຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ແບບອຸດສາຫະກໍາ ແມ່ນຫຍັງ?

ແບບອຸດສາຫະກຳ ແມ່ນ ຮູບແບບ, ຮູບຮ່າງ ຫຼື ຮູບຊົງໃໝ່ ຂອງຜະລິດຕະພັນ.

ເງື່ອນໄຂ ແລະ ຂໍ້ຫ້າມ

  • ເປັນແບບໃໝ່ ຊຶ່ງບໍ່ເຄີຍຖືກເປີດເຜີຍສູ່ສາທາລະນາຊົນມາກ່ອນ
  • ເປັນສິ່ງປະດັບ ຊຶ່ງເຮັດໃຫ້ວັດຖຸທີ່ນຳເອົາແບບໄປໃຊ້ ຫຼື ຕິດ ເກີດມີຮູບຊົງພາຍນອກພິເສດ
  • ບໍ່ຂັດຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຮີດຄອງປະເພນີອັນດີ ງາມຂອງຊາດ.

ຄຸນປະໂຫຍດ

  • ປົກປ້ອງບໍ່ໃຫ້ຜູ້ອື່ນ ຜະລິດ ຫຼື ຂາຍ ຜະລິດຕະພັນທີ່ໃຊ້ແບບອຸດສາຫະກໍາ ຫຼື ເປັນຮູບຊົງແບບອຸດສາຫະກໍາ ຊຶື່ງເປັນການກ່າຍແບບ ຫຼື ການລອກຮຽນແບບຂອງແບບອຸດສາຫະກໍາ ເພື່ອຈຸດປະສົງທາງການຄ້າ
  • ອະນຸຍາດໃຫ້ຜູ້ອື່ນ ນໍາໃຊ້ແບບອຸດສາຫະກຳ ເພື່ອສະແຫວງຫາຜົນປະໂຫຍດ (Industrial design licensing)

 ບຸກຄົນທີສາມ ສາມາດສະເໜີຂໍຄັດຄ້ານໄດ້ ພາຍໃນກຳນົດເວລາ 60 ວັນ ນັບແຕ່ວັນທີທີ່ໄດ້ມີການເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ກ່ຽວກັບຊັບສິນທາງປັນຍາ ໂດຍປະກອບຄຳຮ້ອງຕາມແບບພິມຂອງກົມຊັບສິນທາງປັນຍາ ພ້ອມທັງຈ່າຍຄ່າບໍລິການ ແລ້ວຍື່ນໄປຍັງ ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ຫຼື ນະຄອນຫຼວງ. ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ຫຼື ນະຄອນຫຼວງ ຈະນຳສົ່ງຄຳຮ້ອງດັ່ງກ່າວໃຫ້ແກ່ ກົມຊັບສິນທາງປັນຍາ ເພື່ອດຳເນີນການໃນຂັ້ນຕອນຕໍ່ໄປ.

 1. ພາຍຫຼັງທີ່ໄດ້ຮັບຄຳຮ້ອງຂໍຄັດຄ້ານແລ້ວ ກົມຊັບສິນທາງປັນຍາ ຕ້ອງແຈ້ງການໃຫ້ ຜູ້ຮ້ອງຂໍຈົດທະບຽນຊາບຢ່າງທັນການ;
 2. ພາຍຫຼັງ ຜູ້ຮ້ອງຂໍຈົດທະບຽນ ໄດ້ຮັບແຈ້ງການແລ້ວ ພາຍໃນ 60 ວັນ ຕ້ອງເຮັດຄຳຊີ້ແຈ້ງ ພ້ອມທັງຫຼັກຖານ ກ່ຽວກັບການຄັດຄ້ານດັ່ງກ່າວ;
 3. ກົມຊັບສິນທາງປັນຍາ ຈັດສົ່ງສຳເນົາຄຳຊີ້ແຈງ ໃຫ້ຜູ້ຄັດຄ້ານຊາບ ພ້ອມທັງຄົ້ນຄວ້າຄຳຊີ້ແຈງດັ່ງກ່າວ. ຖ້າຂໍ້ມູນບໍ່ຊັດເຈນ ກໍຈະອອກໜັງສືເຊີນໃຫ້ເຂົ້າມາຊີ້ແຈງຕື່ມ ຫຼື ສະໜອງຂໍ້ມູນເພີ່ມເຕີມ.
 4. ຖ້າ ຜູ້ຮ້ອງຂໍຈົດທະບຽນ ຫຼື ຜູ້ຄັດຄ້ານ ຫາກບໍ່ປະຕິບັດຕາມໜັງສືເຊີນຂອງກົມຊັບສິນທາງປັນຍາ ພາຍໃນ 60 ວັນ ນັບແຕ່ວັນທີອອກໜັງສືເຊີນ ທາງກົມຊັບສິນທາງປັນຍາ ຈະພິຈາລະນາຕາມຫຼັກຖານທີ່ມີ ແລະ ແຈ້ງຜົນການພິຈາລະນາໃຫ້ ຜູ້ຮ້ອງຂໍຈົດທະບຽນ ແລະ ຜູ້ຄັດຄ້ານ ຊາບ.
 5. ຖ້າ ຜົນຂອງການພິຈາລະນາ ມີເຫດຜົນພຽງພໍ ກໍຈະປະຕິເສດຄຳຮ້ອງຂໍຈົດທະບຽນ ແຕ່ຖ້າຫາກບໍ່ມີເຫດຜົນພຽງພໍ ກໍຈະສືບຕໍ່ພິຈາລະນາຄໍາຮ້ອງ ແລະ ດຳເນີນການໃນຂັ້ນຕໍ່ໄປ.
 6. ໃນກໍລະນີທີ່ ຜູ້ຄັດຄ້ານ ບໍ່ພໍໃຈຕໍ່ຜົນຂອງການຄັດຄ້ານ ແມ່ນສາມາດຂໍພິຈາລະນາຂັ້ນສຸດທ້າຍທາງດ້ານບໍລິຫານນຳກົມຊັບສິນທາງປັນຍາ ຊຶ່ງຕ້ອງໄດ້ຍື່ນ ພາຍໃນ 60 ວັນ ນັບແຕ່ວັນອອກແຈ້ງຜົນຂອງການພິຈາລະນາ.

ຄ່າບໍລິການຂໍຄັດຄ້ານ: 200.000 ກີບ.