ເວັບໄຊທາງການຂອງກົມຊັບສິນທາງປັນຍາ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ

ເວັບໄຊທາງການຂອງກົມຊັບສິນທາງປັນຍາ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ

ເວັບໄຊທາງການຂອງກົມຊັບສິນທາງປັນຍາ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ

Group-254
Asset 4@2x-8
Asset 8@2x-8
Asset 9@2x-8
Group-25
previous arrow
next arrow

ກ່ຽວກັບຊັບສິນ
ທາງປັນຍາ

ເຄື່ອງມືຊ່ວຍເຫຼືອທຸລະກິດ

ຂໍ້ມູນ ແລະ ບໍລິການອອນລາຍ

ຈົດທະບຽນເຄື່ອງໝາຍການຄ້າ

ກ່ຽວກັບຊັບສິນ
ທາງປັນຍາ

ເຄື່ອງມືຊ່ວຍເຫຼືອ
ທຸລະກິດ

ຂໍ້ມູນ ແລະ
ບໍລິການອອນລາຍ

ຈົດທະບຽນ
ເຄື່ອງໝາຍການຄ້າ

About dipgov_admin

This author has not yet filled in any details.
So far dipgov_admin has created 29 blog entries.

ກອງປະຊຸມຝຶກອົບຮົມການສ້າງຄວາມຮູ້ ແລະ ຄວາມອາດສາມາດໃນການ ໃຫ້ບໍລິການອອນລາຍ ກ່ຽວກັບຊັບສິນທາງປັນຍາ

ໃນວັນທີ 21 ກຸມພາ 2024 ທີ່ໂຮງແຮມ ທີມາກລີສອດ, ເມືອງວັງວຽງ, ແຂວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ WIPO, ຈັດກອງປະຊຸມຝຶກອົບຮົມການສ້າງຄວາມຮູ້ ແລະ ຄວາມອາດສາມາດ ໃນການໃຫ້ບໍລິການອອນລາຍ ກ່ຽວກັບຊັບສິນທາງປັນຍາ, ໃຫ້ກຽດເປັນປະທານຮ່ວມກ່າວເປີດກອງປະຊຸມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຈຸນໂຮ ຈາງ ຜູ້ຈັດການອາວຸໂສລະດັບພາກພື້ນ, ພະແນກແກ້ໄຂທູລະກິດຊັບສິນທາງປັນຍາ, ຈາກອົງການຊັບສິນທາງປັນຍາໂລກ ປະຈໍາສິງກະໂປ. ໃນກອງປະຊຸມຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າ ກົມຊັບສິນທາງປັນຍາ, ແລະ ທ່ານ ກຽວຊໍ, ຜູ້ຈັດການໂຄງການອາວຸໂສ, ພະແນກແກ້ໄຂທູລະກິດຊັບສິນທາງປັນຍາ, ຈາກອົງການຊັບສິນທາງປັນຍາໂລກ ປະຈໍາສິງກະໂປ, ມີບັນດາ ບໍລິສັດ ຜູ້ຕາງໜ້າຊັບສິນທາງປັນຍາ ແລະ ພະນັກງານ

2024-04-09T06:13:26+07:00ເດືອນກຸມພາ 23rd, 2024|ກິດຈະກຳ|

ກຊປ ມອບອຸປະກອນການຮຽນ-ການສອນ ແລະ ເຄື່ອງກິລາ ໃຫ້ແກ່ ໂຮງຮຽນປະຖົມ ບ້ານແຟນ, ເມືອງໄຊ, ແຂວງອຸດົມໄຊ

ໃນວັນທີ 17 ກຸມພາ 2024, ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ, ແລະຫ້ອງການສຶກສາ ແລະ ກິລາ ເມືອງໄຊ, ຈັດພິທີມອບ-ຮັບ ອຸປະກອນການຮຽນ-ການສອນ ແລະ ເຄື່ອງກິລາ, ໃຫ້ແກ່ໂຮງຮຽນປະຖົມ ບ້ານແຟນ, ເມືອງໄຊ, ແຂວງອຸດົມໄຊ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ ໄມພອນ ສີລິວົງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ, ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີບັນດາທ່ານ ຮອງຫົວໜ້າພະແນກອຸດສາຫະກໍາ

2024-04-09T06:17:07+07:00ເດືອນກຸມພາ 21st, 2024|ກິດຈະກຳ, ຂ່າວລ່າສຸດ|

ກອງປະຊຸມເຜີຍແຜ່ ວຽກງານຊັບສິນທາງປັນຍາ ໃຫ້ແກ່ພະນັກງານ ພະແນກ ອຄ ແຂວງອຸດົມໄຊ

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແຂວງອຸດົມໄຊ ຈັດກອງປະຊຸມເຜີຍ ວຽກງານຊັບສິນທາງປັນຍາ ໃຫ້ແກ່ ພະນັກງານສູນກາງ ແລະ ທ້ອງຖິ່ນ ທີ່ໂຮງແຮມມິດຕະພາບ, ແຂວງອຸດົມໄຊ, ໃນວັນທີ 16 ກຸມພາ 2024, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ ອຸດົມໄຊ. ກອງປະຊຸມໃນຄັ້ງນີ້ ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ ໄມພອນ ສີລິວົງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ, ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີບັນດາທ່ານ ຮອງຫົວໜ້າ

2024-04-09T06:18:29+07:00ເດືອນກຸມພາ 20th, 2024|ກິດຈະກຳ|

ສໍາເລັດ ຝຶກອົບຮົມກ່ຽວກັບ ການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດ ຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ

ໃນວັນທີ 30 ມັງກອນ 2024 ທີ່ ຫ້ອງປະຊຸມຊັ້ນ 4 ກົມຊັບສິນທາງປັນຍາ, ໄດ້ສໍາເລັດ ຝຶກອົບຮົມກ່ຽວກັບການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ, ໂດຍການຮ່ວມມື ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ອານຸວົງ ມາເກັດຕີ້ງ ໂຊລູຊັ່ນ ແລະ ອົງການຊັບສິນທາງປັນຍາໂລກ (WIPO), ໂດຍຜ່ານໂຄງການສ້າງມູນຄ່າຊັບສິນທາງປັນຍາ ສໍາລັບ SMEs ທືນຊ່ວຍເຫຼືອການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າ, ໃຫ້ກຽດເປັນປະທານກ່າວປິດຝຶກອົບຮົມໂດຍ ທ່ານ ນ. ສີດາ ຢູຕຼີຈັນທະຈັກ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນພິທີປີດຝຶກອົບຮົມຄັ້ງນີ້ ທ່ານ ນ. ສີດາ ຢູຕຼີຈັນທະຈັກ ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ໃຫ້ກຽດມອບໃບຢັ້ງຢືນການຝຶກອົບຮົມ ໃຫ້ແກ່ບັນດານັກສໍາມະນາກອນ,

2024-04-09T06:19:04+07:00ເດືອນກຸມພາ 5th, 2024|ຂ່າວລ່າສຸດ|

ສໍາເລັດ ຝຶກອົບຮົມກ່ຽວກັບ ການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດ ຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ

ໃນວັນທີ 30 ມັງກອນ 2024 ທີ່ ຫ້ອງປະຊຸມຊັ້ນ 4 ກົມຊັບສິນທາງປັນຍາ, ໄດ້ສໍາເລັດ ຝຶກອົບຮົມກ່ຽວກັບການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ, ໂດຍການຮ່ວມມື ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ອານຸວົງ ມາເກັດຕີ້ງ ໂຊລູຊັ່ນ ແລະ ອົງການຊັບສິນທາງປັນຍາໂລກ (WIPO), ໂດຍຜ່ານໂຄງການສ້າງມູນຄ່າຊັບສິນທາງປັນຍາ ສໍາລັບ SMEs ທືນຊ່ວຍເຫຼືອການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າ, ໃຫ້ກຽດເປັນປະທານກ່າວປິດຝຶກອົບຮົມໂດຍ ທ່ານ ນ. ສີດາ ຢູຕຼີຈັນທະຈັກ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນພິທີປີດຝຶກອົບຮົມຄັ້ງນີ້ ທ່ານ ນ. ສີດາ ຢູຕຼີຈັນທະຈັກ ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ໃຫ້ກຽດມອບໃບຢັ້ງຢືນການຝຶກອົບຮົມ ໃຫ້ແກ່ບັນດານັກສໍາມະນາກອນ,

2024-04-09T06:19:17+07:00ເດືອນມັງກອນ 31st, 2024|ຂ່າວລ່າສຸດ|

ຝຶກອົບຮົມ ກ່ຽວກັບການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ ກຸ່ມທຸລະກິດ ຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ອານຸວົງ ມາເກັດຕີ້ງ ໂຊລູຊັ່ນ, ຈັດຝຶກອົບຮົມ ກ່ຽວກັບການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ, ໃນວັນທີ 29-30 ມັງກອນ 2024 ທີ່ ຫ້ອງປະຊຸມຊັ້ນ 4, ກົມຊັບສິນທາງປັນຍາ, ພາຍໃຕ້ການສະໜັບສະໜູນຂອງ ອົງການຊັບສິນທາງປັນຍາໂລກ ໂດຍຜ່ານໂຄງການສ້າງມູນຄ່າຊັບສິນທາງປັນຍາ ສໍາລັບ SMEs ທືນຊ່ວຍເຫຼືອການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າ, ໃຫ້ກຽດເປັນປະທານກ່າວເປີດຝຶກອົບຮົມ ໂດຍທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນພິທີເປີດຝຶກອົບຮົມຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ທີລະກອນ ອານຸວົງ, ປະທານບໍລິສັດ ອານຸວົງ ມາເກັດຕີ້ງ

2024-04-09T06:19:23+07:00ເດືອນມັງກອນ 31st, 2024|ກິດຈະກຳ|

ສໍາເລັດ ຈັດກອງປະຊຸມເຜີຍແຜ່ ການແບ່ງຂັ້ນການຄຸ້ມຄອງ ວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມ ໃນການຮັບຄໍາຮ້ອງຂໍຈົດທະບຽນ ຊັບສິນທາງປັນຍາທາງດ້ານບໍລິຫານ ໃຫ້ແກ່ ພະແນກ ອຄ, ແຂວງຄໍາມ່ວນ ແລະ ບໍລິຄໍາໄຊ

ໃນລະຫວ່າງວັນທີ 15-16 ມັງກອນ 2024 ຜ່ານມາ, ທີ່ຫ້ອງປະຊຸມຂອງ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຄຳມ່ວນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ ການແບ່ງຂັ້ນການຄຸ້ມຄອງ ວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມ ໃນການຮັບຄໍາຮ້ອງຂໍຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ໃຫ້ແກ່ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາແລະ ການຄ້າ ແລະ ທ່ານ ປອ. ສົມສະອາດ ອຸ່ນສີດາ, ຮອງເຈົ້າແຂວງໆ ຄໍາມ່ວນ. ກອງປະຊຸມຄັ້ງນີ້, ມີທ່ານ ນ. ສີດາ ຢູຕຼີຈັນທະຈັກ,

2024-04-09T06:19:29+07:00ເດືອນມັງກອນ 23rd, 2024|ຂ່າວລ່າສຸດ|

ໂຄງການຊັບສິນທາງປັນຍາສໍາລັບ MSMEs ທຶນຊ່ວຍເຫຼືອການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າໄດ້ລົງຢ້ຽມຢາມ ໂຮງຜະລິດນ້ຳມັນໝາກພ້າວ ແສງຕາເວັນ

ໂຄງການຊັບສິນທາງປັນຍາສໍາລັບ MSMEs ທຶນຊ່ວຍເຫຼືອການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າໄດ້ລົງຢ້ຽມຢາມ ໂຮງຜະລິດນ້ຳມັນໝາກພ້າວ ແສງຕາເວັນ ໜຶ່ງໃນບໍລິສັດທີ່ຜ່ານເຂົ້າຮ່ວມໂຄງການ, ເຊິ່ງການລົງຢ້ຽມຢາມຄັ້ງນີ້ເຂົ້າຮ່ວມໂດຍ: ຕົວແທນຈາກກົມຊັບສິນທາງປັນຍາ ແລະ ຄະນະຄູຝຶກຊ່ຽວຊານດ້ານການສ້າງຍີ່ຫໍ້ ແລະ ເຄື່ອງໝາຍການຄ້າ, ການຕະຫລາດຈຸດປະສົງໃນການລົງຢ້ຽມຢາມໃນຄັ້ງນີ້ແມ່ນແນ່ໃສ່ການສ້າງຄວາມເຂົ້າໃຈເພີ່ມເຕີມກ່ຽວກັບຊັບສິນທາງປັນຍາໃຫ້ແກ່ຜູ້ປະກອບການພ້ອມທັງຖືໂອກາດໃນການໂອ້ລົມແລກປ່ຽນເພື່ອແນ່ໃສ່ການພັດທະນາ, ການແກ້ໄຂບັນຫາ ຍີ່ຫໍ້ ແລະ ເຄື່ອງໝາຍການຄ້າໃຫ້ແກ່ວິສາຫະກິດ ໃຫ້ດີຂຶ້ນ ແລະ ຖືກຈຸດໄດ້ປະສິດທິພາບສູງສຸດແທດເຫມາະກັບຕະຫລາດໃນປັດຈຸບັນ.

2024-04-09T06:19:35+07:00ເດືອນມັງກອນ 22nd, 2024|ຂ່າວລ່າສຸດ|

ກອງປະຊຸມປຶກສາຫາລື ແລະ ສຶກສາຄວາມເປັນໄປໄດ້ໃນ ໂຄງການສ້າງອາຄານສູນບໍລິການນຳວັດຕະກຳ ແລະ ຊັບສິນທາງປັນຍາ ແຫ່ງຊາດລາວ

ໃນລະຫວ່າງວັນທີ 08-12 ມັງກອນ 2024 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 3, ກະຊວງ ອຄ, ມີກອງປະຊຸມປຶກສາຫາລື ແລະ ສຶກສາຄວາມເປັນໄປໄດ້ໃນ ໂຄງການສ້າງອາຄານ ສູນບໍລິການນຳວັດຕະກຳ ແລະ ຊັບສິນທາງປັນຍາ ແຫ່ງຊາດລາວ ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທີມນັກສຳຫຼວດໂຄງການ KOICA, ຝ່າຍລາວນໍາໂດຍ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ພ້ອມດ້ວຍຄະນະ ແລະ ຝ່າຍໂຄງການ KOICA ສ.ເກົາຫຼີ ນໍາໂດຍທ່ານ ນ. Minah Kim, ຊ່ຽວຊານຊັບສິນທາງປັນຍາ ພ້ອມດ້ວຍຄະນະ. ໃນກອງປະຊຸມຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄຳດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີທ່ານ Bongsun Doh, ຊ່ຽວຊານກ່ຽວກັບການປຸກສ້າງອາຄານ, ທ່ານ Jaewoo Kwon,

2024-04-09T06:19:43+07:00ເດືອນມັງກອນ 19th, 2024|ກິດຈະກຳ|

ກອງປະຊຸມ ເຜີຍແຜ່ຊ່ອງທາງທຸລະກິດໃໝ່ ສໍາລັບຜູ້ປະກອບການ ທີ່ສົນໃຈຜະລິດຕະພັນສິນຄ້າຖິ່ນກຳເນີດ

ວັນທີ 28 ທັນວາ 2023 ຜ່ານມາ, ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຊັບສິນທາງປັນຍາ ຮ່ວມກັບ ສະມາຄົມຄຸ້ມຄອງຖິ່ນກໍາເນີດເຂົ້າໄກ່ນ້ອຍແຂວງຊຽງຂວາງ, ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ ຊ່ອງທາງທຸລະກິດ ສໍາລັບຜູ້ປະກອບການ ທີ່ສົນໃຈຜະລິດຕະພັນສິນຄ້າ ຖິ່ນກຳເນີດ ໂດຍສະເພາະ ສິນຄ້າເຂົ້າໄກ່ນ້ອຍຊວາງຂວາງ, ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມຄັ້ງນີ້ ມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຜູ້ຕາງໜ້າຈາກ ສະມາຊິກຈາກສະມາຄົມຄຸ້ມຄອງຖິ່ນກໍາເນີດເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ບັນດາຜູ້ປະກອບການ GI, ນອກນັ້ນ ຍັງມີ ພະແນກ ອຄ ແຂວງ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້, ຄວາມໃຈໃນຂະບວນການຜະລິດ ແລະ

2024-03-28T06:41:04+07:00ເດືອນມັງກອນ 17th, 2024|ກິດຈະກຳ|
Go to Top