The Official Website of the Department of Intellectual Property under the Ministry of Industry and Commerce Lao PDR

The Official Website of the Department of Intellectual Property under the Ministry of Industry and Commerce Lao PDR

The Official Website of the Department of Intellectual Property under the Ministry of Industry and Commerce Lao PDR

Group-254
Asset 4@2x-8
Asset 8@2x-8
Asset 9@2x-8
Group-25
previous arrow
next arrow

Understanding
IP

Helpdesk for Business

Online Resources
and Services

Register Trademarks

Understanding
IP

ເຄື່ອງມືຊ່ວຍເຫຼືອ
ທຸລະກິດ

ຂໍ້ມູນ ແລະ
Online Services

ຈົດທະບຽນ
Trademark

About dipgov_admin

This author has not yet filled in any details.
So far dipgov_admin has created 29 blog entries.

ກຊປ ລົງນາມ 3 ຝ່າຍ ເພີ່ມທະວີຂອບການຮ່ວມມືໃນຂົງເຂດຊັບສິນທາງປັນຍາ

ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກຳ ແລະ ການຄ້າ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລເຕັກໂລໂນໂລຊີ ສົງຊິງ ແຫ່ງ ສປ. ຈີນ ໄດ້ລົງນາມບົດບັນທຶກຂໍ້ຕົກລົງຮ່ວມມືໃນຂົງເຂດຊັບສິນທາງປັນຍາ ໃນວັນທີ 29 ພະຈິກ 2023 ທີ່ຜ່ານມາ ຢູ່ເມືອງ ສົງຊິງ, ສປ. ຈີນ. ຕາງໜ້າລົງນາມຈາກກົມຊັບສິນທາງປັນຍາໂດຍ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຕາງໜ້າມະຫາວິທະຍາໄລແຫ່ງຊາດລາວ ໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ, ຮອງອະທິການບໍດີ ແລະ ຕາງຫນ້າມະຫາວິທະຍາໄລເຕັກໂນໂລຊີ ສົງຊິງ ໂດຍທ່ານ ລຽວ ຫຼິນຊິງ, ຮອງອະທິການບໍດີ; ຈຸດປະສົງການຮ່ວມມືຄັ້ງນີ້ ແມ່ນເພື່ອເພີ່ມທະວີຂອບການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ບົນພື້ນຖານຂອບການຮ່ວມມື 4 ດ້ານ ເປັນຕົ້ນ: 1) ການສ້າງຖານການວິໄຈ

2024-03-27T08:37:26+07:00December 8th, 2023|Latest News|

ກອງປະຊຸມຝຶກອົບຮົມ ໃນຫົວຂໍ້: ວັນລິຂະສິດ (Copyright Day)

ໃນວັນທີ 24 ພະຈິກ 2023 ຜ່ານມາ, ທີ່ ຫ້ອງປະຊຸມຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ LASCAP, ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້: ວັນລິຂະສິດ (Copyright Day), ໃຫ້ກຽດຂຶ້ນບັນຍາຍ ໃນກອງປະຊຸມຝຶກອົບຮົມໃນຄັ້ງນີ້, ມີທ່ານ ສັນຕິສຸກ ພູນສະຫວັດ, ອະດີດຫົວໜ້າກົມຊັບສິນທາງປັນຍາ, ມີ ທ່ານ ນ. ວິລົມພອນ, ຮອງຫົວໜ້າພະແນກ ລິຂະສິດ, ກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ກົມສິລະປະການສະແດງ, ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ນ. ສຸກພາພອນ ທົງສະຫວັນ, ອໍານວຍການສໍານັກພິມ ສານຝັນອາຄາເດມີ, ທ່ານ ບຸນຫຼາຍ ກວ້າງມະນາວັນ ຜູ້ຈັດການທົ່ວໄປ ບໍລິສັດ

2024-03-28T06:39:41+07:00December 8th, 2023|Upcoming Events|

ພາບບັນຍາກາດພິທີການນໍາສະເຫນີຂອງວິສາຫະກິດລາວໂຄງການຊັບສິນທາງປັນຍາສໍາລັບ MAMEs ທຶນຊ່ວຍເຫຼືອການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າ

  ໃນວັນທີ 30/11/2023 ກົມຊັບສິນທາງໄດ້ມີການຈັດການສໍາພາດວິສາຫະກິດເພື່ອເລືອກເອົາ10ວິສາຫະກິດທີ່ຈະໄດ້ທຶນໂຄງການຊ່ວຍເຫຼືອ ການສ້າງຍີ່ຫໍ້ ແລະ ຈົດທະບຽໜເຄື່ອງໝາຍການຄ້າ ມີທີມເຂົ້າຮ່ວມທັງໝົດ 17 ວິສາຫະກິດ ຈະໄດ້ມີການປະຜົນ 10 ວິສາຫະກິດທີ່ເຂົ້າຮອບໄວໆນີ້

2024-03-27T08:29:29+07:00December 4th, 2023|Latest News|

ງານແຂ່ງຂັນ ປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ AFD, ໄດ້ຈັດງານແຂ່ງຂັນ ປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ ຂຶ້ນໃນວັນທີ 23 ພະຈິກ 2023, ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມເພັດ ນໍຣະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາກໂນລ ວົງໂຕເບລ ຜູ້ຕາງໜ້າ ອົງການ ເກຣັດ ປະຈໍາ ສປປ ລາວ, ມີທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ທີ່ໃຫ້ການສະໜັບສະໜູນ ເຂົ້າໄກ່ນ້ອຍ, ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ກະຊວງອຸດສາຫະກໍາ ແລະ

2024-03-28T06:39:19+07:00November 24th, 2023|Upcoming Events|

ພິທີເປີດໂຄງການ “ແມ່ຍິງກັບວຽກງານຊັບສິນທາງປັນຍາ: ຊຸກຍູ້ ຄວາມກ້າວໜ້າຂອງແມ່ຍິງລາວ ໃນວຽກງານຊັບສິນທາງປັນຍາ

ໃນວັນທີ 22 ພະຈິກ 2023, ທີ່ ໂຮງແຮມເສດຖາປາລາສ, ນະຄອນຫຼວງວຽງຈັນ, ພິທີເປີດໂຄງການ “ແມ່ຍິງກັບວຽກງານຊັບສິນທາງປັນຍາ: ຊຸກຍູ້ ຄວາມກ້າວໜ້າຂອງແມ່ຍິງລາວ ໃນວຽກງານຊັບສິນທາງປັນຍາ, ໃຫ້ກຽດເປັນປະທານຮ່ວມ ແລະ ກ່າວເປີດໂຄງການໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມີທ່ານ ເອດຣຽນ ກິລເບີຣ໌ດ, ຜູ້ອໍານວຍການໂຄງການ ການຄ້າລະດັບພາກພື້ນ ເພື່ອການພັດທະນາ. ເຂົ້າຮ່ວມພິທີໃນຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ເຊັງລີ, ປະທານສະພາການຄ້າຂອງອົດສະຕຣາລີ, ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ ສີອານົງ ພົມກອງ, ຜູ້ຈັດການໂຄງການ RT4D

2024-03-27T08:23:22+07:00November 23rd, 2023|Latest News|

ຝຶກອົບຮົມ ພາຍໃຕ້ໂຄງການຄລີນິກການບໍລິຫານຈັດການຊັບສິນທາງປັນຍາ ສຳລັບວິສາຫະກິດອາຊຽນ

ໃນວັນທິີ 21-22 ພະຈິກ 2023 ທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຫ້ອງການຊັບສິນທາງປັນຍາໂລກ ປະຈຳປະເທດ ສິງກະໂປ, ໄດ້ຈັດກອງປະຊຸມຝຶກອົບຮົມພາຍໃຕ້ໂຄງການຄລີນິກການບໍລິຫານຈັດການຊັບສິນທາງປັນຍາສຳລັບວິສາຫະກິດອາຊຽນ, ໂດຍສະເພາະວິສາຫະກິດຂອງ ສປປ ລາວ ແລະ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສີງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຄ ແລະ ທ່ານ Kenichiro NATSUME, ຜູ້ຊ່ວຍອໍານວຍການອົງການຊັບສິນທາງປັນຍາໂລກ. ກອງປະຊຸມຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຊ່ຽວຊານຈາກຕ່າງປະເທດເຂົ້າຮ່ວມບັນຍາຍ ທ່ານ ນາງ Thitapha Wattanapruttipaisan ຫົວໜ້າຫ້ອງການຊັບສິນທາງປັນຍາໂລກ ປະຈຳປະເທດ ສິງກະໂປ, ທ່ານ Dixon Soh, ຫົວໜ້າພະແນກ ຊັບສິນທາງປັນຍາ ແລະ

2024-03-28T06:39:05+07:00November 21st, 2023|Upcoming Events|

ງານສະເຫຼີມສະຫຼອງການນໍາໃຊ້ລະບົບ IPAS ຄົບຮອບ 20 ປີ, ງານສັບປະດາຊັບສິນທາງປັນຍາ ປະຈໍາປີ 2023, ງານເປີດໂຕໂຄງການຊ່ວຍເຫຼືອ ເພື່ອການຫຼຸດພົ້ນຈາກປະເທດດ້ອຍພັດທະນາຂອງ WIPO ສຳລັບ ສປປ ລາວ ແລະ ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ

ໃນວັນທີ 20 ພະຈິກ 2023, ຢູ່ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ມີພິທີງານສະເຫຼີມສະຫຼອງການນໍາໃຊ້ລະບົບ IPAS ຄົບຮອບ 20 ປີ, ງານສັບປະດາຊັບສິນທາງປັນຍາ ປະຈໍາປີ 2023, ງານເປີດໂຕໂຄງການຊ່ວຍເຫຼືອ ເພື່ອການຫຼຸດພົ້ນຈາກປະເທດດ້ອຍພັດທະນາຂອງອົງການຊັບສິນທາງປັນຍາໂລກ WIPO ສຳລັບ ສປປ ລາວ ແລະ ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ທ່ານ Kenichiro NATSUME, ຜູ້ຊ່ວຍອໍານວຍການອົງການຊັບສິນທາງປັນຍາໂລກ,

2024-03-28T06:38:53+07:00November 21st, 2023|Upcoming Events|

ກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງຄຸນນະພາບ ການກວດສອບເຄື່ອງໝາຍການຄ້າ

ໃນວັນທີ 7 ພະຈິກ 2023, ທີ່ໂຮງແຮມວຽງຈັນພລາຊາ, ນະຄອນຫຼວງວຽງຈັນ, ໄດ້ມີກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງຄຸນນະພາບ ການກວດສອບເຄື່ອງໝາຍການຄ້າ ໃຫ້ແກ່ ພະນັກງານພາກລັດ ແລະ ພາກທຸລະກິດ, ໂດຍການເປັນປະທານຮ່ວມຂອງ ທ່ານ ແພງທອງ ແຈ່ມມາໄລ, ຫົວໜ້າພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ, ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນ. YOSHINO Sachiyo, ຫົວໜ້າພະແນກຮ່ວມມືສາກົນ, ສໍານັກງານສິດທິບັດ ແຫ່ງປະເທດຍີ່ປຸ່ນ. ກອງປະຊຸມສໍາມະນາໃນຄັ້ງນີ້, ມີທ່ານ ບັນຊາ ຈັນມິ່ງ, ຫົວໜ້າພະແນກເຄື່ອງໝາຍການຄ້າ ແລະ ຖິ່ນກໍາເນີດ ກຊປ, ທ່ານ ໄພຈິດ ສີສະຫວາດ, ຮອງພະແນກເຄື່ອງໝາຍການຄ້າ ແລະ ຖິ່ນກໍາເນີດ ກຊປ, ທ່ານ ISHIDO Takuro, ຮອງຫົວໜ້າພະແນກຊັບສິນທາງປັນຍາ JETRO

2024-03-28T06:38:30+07:00November 8th, 2023|Upcoming Events|

ຝຶກອົບຮົມກ່ຽວກັບ ການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ

ໃນວັນທີ 02 ພະຈິກ 2023 ທີ່ ຫ້ອງປະຊຸມຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ, ມີການຈັດຝຶກອົບຮົມກ່ຽວກັບ ການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ, ໂດຍການເປັນປະທານກ່າວເປີດຝຶກອົບຮົມຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ເຂົ້າຮ່ວມເປັນນັກວິທະຍາກອນໃນຄັ້ງນີ້ ມີ ທ່ານ ແພງທອງ ແຈ່ມມາໄລ, ຫົວໜ້າພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ, ມີທ່ານ ທິລະກອນ ອານຸວົງ, ປະທານ ບໍລິສັດ ອານຸວົງ ມາເກັດຕີ້ງ ໂຊລູຊັ່ນ, ທ່ານ ສີສົງຄາມ ພິມມະແສນ ປະທານ ບໍລິສັດ ຊີອີໂອລາວ ຈໍາກັດ ແລະ ທ່ານ ນ.

2024-03-28T06:38:10+07:00November 3rd, 2023|Upcoming Events|
Go to Top