
ໃນຕອນບ່າຍວັນທີ 14 ກໍລະກົດ 2026, ຜ່ານມາ ທີ່ ສໍານັກງານໃຫຍ່ ອົງການຊັບສິນທາງປັນຍາໂລກ, ເຊີແນວ, ປະເທດສະວິດ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ຕາງໜ້າ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ສໍາເລັດການຍື່ນສານ ແລະ ຄໍາຖະແຫຼງ ໃນການເຂົ້າຮ່ວມເປັນພາຄີຂອງ ອະນຸສັນຍາ ເຈນິວາ ພາຍໃຕ້ສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບແບບອຸດສະຫະກໍາ (The Geneva Act 1999 of the Hauge Agreement Concerning the International Registration of Industrial Design) ຢ່າງເປັນທາງການ ແລະ ເປັນປະເທດທີ 102, ໃຫ້ກຽດຮັບການຍື່ນສານ ໂດຍ ທ່ານ ດາ ເລັນຕັງ, ຜູ້ອໍານວຍການໃຫຍ່ ອົງການຊັບສີນທາງປັນຍາໂລກ WIPO.
ໃນພິທີການຍື່ນສານຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ດາວວີ ວົງໄຊ, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ, ຫົວຫນ້າສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາຫ້ອງການ ສປຊ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນອື່ນໆ ທີ່ເຊີແນວ, ບັນດາທ່ານຮອງຫົວໜ້າກົມ ແລະ ບັນດາທ່ານຫົວໜ້າພະແນກ ຈາກກົມຊັບສິນທາງປັນຍາ ທີ່ກ່ຽວຂອງເຂົ້້າຮ່ວມ.
ການຢື່ນສານເຂົ້າຮ່ວມສັນຍາໃນຄັ້ງນີ້ ຖືວ່າເປັນມື້ປະຫວັດສາດອີກມື້ໜຶ່ງ ແລະ ເປັນຄວາມພາກພູມໃຈຂອງ ສປປ ລາວ ໃນການເຂົ້າເປັນພາຄີ ຂອງ ອະນຸສັນຍາ ເຈນິວາ ພາຍໃຕ້ສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບແບບອຸດສະຫະກໍາ, ການເຂົ້າຮ່ວມຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງ ລັດຖະບານ ສປປ ລາວ ໃນການເສີມສ້າງລະບົບຊັບສິນທາງປັນຍາ ຂອງປະເທດ ແລະ ການຂະຫຍາຍຄວາມຮ່ວມມື ກັບປະຊາຄົມຊັບສິນທາງປັນຍາສາກົນ, ລະບົບເຮັກ ຈະເປັນກົນໄກທີ່ອຳນວຍຄວາມສະດວກ ແລະ ປະຢັດຄ່າໃຊ້ຈ່າຍ ໃຫ້ແກ່ນັກອອກແບບ, ນັກສ້າງສັນ, ຜູ້ປະກອບການ ແລະ ວິສາຫະກິດຂອງລາວ ໃນການຂໍຮັບການຄຸ້ມຄອງແບບຜະລິດຕະພັນອຸດສາຫະກຳ ໃນຫຼາຍປະເທດ ຜ່ານການຍື່ນຄຳຮ້ອງສາກົນພຽງຄັ້ງດຽວ.
ໃນໂອກາດພິເສດນີ້, ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ທ່ານ ຜູ້ອຳນວຍການໃຫຍ່ (Director General), ທ່ານ ຮອງຜູ້ອຳນວຍການໃຫຍ່ (Deputy Directors General) ຂອງ WIPO, ສຳນັກເລຂານຸການ WIPO ແລະ ບັນດາຄູ່ຮ່ວມມືທຸກຝ່າຍ ທີ່ໄດ້ໃຫ້ການຊ່ວຍ ເຫຼືອອັນລ້ຳຄ່າ ທັງດ້ານວິຊາການ, ການໃຫ້ຄຳແນະນຳ ແລະ ການສ້າງຂີດຄວາມສາມາດ ຕະຫຼອດຂະບວນການເຂົ້າເປັນພາຄີ ຂອງ ສປປ ລາວ, ຊຶ່ງເພີ່ນໄດ້ເນັ້ນຕື່ມອີກວ່າ: ການສືບຕໍ່ການຮ່ວມມືອັນດີຂອງທຸກຝ່າຍ ເປັນປັດໄຈສຳຄັນທີ່ຊ່ວຍໃຫ້ ສປປ ລາວ ບັນລຸເປົ້າຫມາຍສຳຄັນນີ້.
ທ່ານຍັງໄດ້ກ່າວອີກວ່າ ສປປ ລາວ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເຂົ້າເປັນສ່ວນໜຶ່ງຂອງ ພາຄີຂອງສັນຍາເຮັກ ທີ່ກຳລັງຂະຫຍາຍຕົວ ແລະ ທ່ານຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມມືຢ່າງໃກ້ຊິດ ກັບບັນດາສະມາຊິກທຸກປະເທດ ເພື່ອໃຫ້ການນຳໃຊ້ລະບົບເຮັກ ມີປະສິດທິຜົນ ແລະ ເສີມສ້າງການຮ່ວມມືສາກົນ ໃນການຄຸ້ມຄອງແບບຜະລິດຕະພັນອຸດສາຫະກຳ ໃຫ້ເຂັ້ມແຂງຍິ່ງຂຶ້ນ.
ຂ່າວ: ກົມຊັບສິນທາງປັນຍາ
ຮູບພາບ: ອົງການຊັບສິນທາງປັນຍາໂລກ





