ແປພາສາ:

ປົກປ້ອງແນວພັນພືດສະເພາະທີ່ທ່ານໄດ້ປັບປຸງໃໝ່

ອາຍຸການປົກປ້ອງ: ແລ້ວແຕ່ປະເພດ
ເວລາ:​ 1-5 ປີ ຄ່າໃຊ້ຈ່າຍ: ~1.2 ລ້ານ ກີບ
ຂັ້ນຕອນຂໍຈົດທະບຽນ

ນິຕິກຳສະເພາະ: ຂໍ້ຕົກລົງວ່າດ້ວຍພັນພືດໃໝ່ / ຂໍ້ຕົກລົງວ່າດ້ວຍບັນຊີປະເພດ ແລະ ຊະນິດພັນພືດທີ່ສາມາດຂໍຈົດທະບຽນເປັນພັນພືດໃໝ່

ຄຸນປະໂຫຍດ

  • ອະນຸຍາດໃຫ້ຜູ້ອື່ນ ນໍາໃຊ້ພັນພືດໃໝ່ ເພື່ອສະແຫວງຫາຜົນປະໂຫຍດ (Plant variety licensing)

ຄ່າທຳນຽມ ແລະ ຄ່າບໍລິການ

ຄ່າທຳນຽມ ແມ່ນ 700.000 ກີບ ແລະ ຄ່າບໍລິການ ແມ່ນ 340.000 ກີບ. ກໍລະນີ ຄຳຮ້ອງ ກາຍ 50 ໜ້າ ແມ່ນຄິດໄລ່ເພີ່ມ 20.000 ກີບ/ໜ້າ. ຄ່າພິມເຜີຍແຜ່: 200.000 ກີບ

ຂັ້ນຕອນໃນການຍື່ນຂໍຈົດທະບຽນພັນພືດໃໝ່

1. ປະກອບຄຳຮ້ອງຕາມແບບພິມຂອງກົມຊັບສິນທາງປັນຍາ ແລະ ຍື່ນ ຄຳຮ້ອງນຳກົມຊັບສິນທາງປັນຍາ. ກົມຊັບສິນທາງປັນຍາ ຈະຮັບເອົາຄຳຮ້ອງ ແລະ ອອກໃບຮັບຄຳຮ້ອງໃຫ້ສະເພາະຄຳຮ້ອງທີ່ມີເອກະສານຄົບຖ້ວນຕາມເງື່ອນໄຂຕໍ່າສຸດເທົ່ານັ້ນ. ຊຶ່ງເງື່ອນໄຂຕໍ່າສຸດປະກອບມີດັ່ງນີ້:

(i) ຄຳຮ້ອງ;
(ii) ບົດອະທິບາຍຄຸນລັກສະນະຂອງພືດພັນ;
(iii) ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ.
(iv) ຖ້າຫາກຍື່ນຜ່ານຜູ້ຕາງໜ້າ ຕ້ອງມີໃບມອບສິດ.

2. ຜູ້ຮ້ອງຂໍ ຕ້ອງປະກອບເອກະສານເພີ່ມເຕີມໃຫ້ສຳເລັດພາຍໃນ …. ວັນ ກົມຊັບສິນທາງປັນຍາ ຈິ່ງຈະກວດສອບເບື້້ອງຕົ້ນ. ການກວດສອບເບື້ອງຕົ້ນ ຈະດຳເນີນການ ພາຍໃນ 30 ວັນ ນັບແຕ່ວັນທີທີ່ໄດ້ຮັບເອົາຄຳຮ້ອງ. ຖ້າເອກະສານບໍ່ຄົບຖ້ວນ ທາງກົມຊັບສິນທາງປັນຍາ ຈະອອກແຈ້ງການໃຫ້ຜູ້ຮ້ອງຂໍ ແລະ ຜູ້ຮ້ອງຂໍ ຕ້ອງປະຕິບັດຕາມແຈ້ງການ ພາຍໃນ 60 ວັນ ນັບຈາກວັນທີທີ່ໄດ້ອອກແຈ້ງການ ຖ້າບໍ່ປະຕິບັດຕາມ ຄຳຮ້ອງຈະບໍ່ຖືກພິຈາລະນາ ແຕ່ຖ້າຫາກຜູ້ຮ້ອງຂໍມີເຫດຜົນພຽງພໍ ທາງກົມຊັບສິນທາງປັນຍາ ຈະຕໍ່ເວລາໃຫ້ອີກ 30 ວັນ. ຖ້າເອກະສານຄົບຖ້ວນຕາມເງື່ອນໄຂຂອງການກວດສອບເບື້ອງຕົ້ນ ທາງກົມຊັບສິນທາງປັນຍາ ຈະເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ ພາຍໃນ 15 ວັນ ພາຍຫຼັງສຳເລັດການກວດສອບເບື້ອງຕົ້ນ.

3. ເມື່ອມີການເຜີຍແຜ່ຄຳຮ້ອງແລ້ວ ພາຍໃນ 90 ວັນ ບຸກຄົນທີສາມ ສາມາດຍື່ນຂໍຄັດຄ້ານໄດ້ ໂດຍປະກອບຄຳຮ້ອງຕາມແບບພິມຂອງກົມຊັບສິນທາງປັນຍາ ແລະ ຈ່າຍຄ່າບໍລິການ. ຖ້າຫາກຜົນຂອງການຄັດຄ້ານມີເຫດຜົນພຽງພໍ ທາງກົມຊັບສິນທາງປັນຍາຈະປະຕິເສດຄຳຮ້ອງ ແຕ່ຖ້າຫາກບໍ່ມີເຫດຜົນພຽງພໍທາງກົມຊັບສິນທາງປັນຍາ ຈະສືບຕໍ່ພິຈາລະນາຄຳຮ້ອງ.

4. ພາຍຫຼັງທີ່ສຳເລັດການພິຈາລະນາແລ້ວ ກົມຊັບສິນທາງປັນຍາ ຕ້ອງຈົດທະບຽນໃຫ້ ແລະ ເຜີຍແຜ່ຜົນຂອງການຈົດທະບຽນ.