ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກຳ ແລະ ການຄ້າ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລເຕັກໂລໂນໂລຊີ ສົງຊິງ ແຫ່ງ ສປ. ຈີນ ໄດ້ລົງນາມບົດບັນທຶກຂໍ້ຕົກລົງຮ່ວມມືໃນຂົງເຂດຊັບສິນທາງປັນຍາ ໃນວັນທີ 29 ພະຈິກ 2023 ທີ່ຜ່ານມາ ຢູ່ເມືອງ ສົງຊິງ, ສປ. ຈີນ.
ຕາງໜ້າລົງນາມຈາກກົມຊັບສິນທາງປັນຍາໂດຍ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຕາງໜ້າມະຫາວິທະຍາໄລແຫ່ງຊາດລາວ ໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ, ຮອງອະທິການບໍດີ ແລະ ຕາງຫນ້າມະຫາວິທະຍາໄລເຕັກໂນໂລຊີ ສົງຊິງ ໂດຍທ່ານ ລຽວ ຫຼິນຊິງ, ຮອງອະທິການບໍດີ; ຈຸດປະສົງການຮ່ວມມືຄັ້ງນີ້ ແມ່ນເພື່ອເພີ່ມທະວີຂອບການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ບົນພື້ນຖານຂອບການຮ່ວມມື 4 ດ້ານ ເປັນຕົ້ນ: 1) ການສ້າງຖານການວິໄຈ ທີ່ຕິດພັນກັບການສຶກສາຄົ້ນຄວ້າ ກ່ຽວກັບ ລະບົບກົດໝາຍຊັບສິນທາງປັນຍາຂອງ ສປປລາວ ແລະ ສປ ຈີນ ພ້ອມທັງໃຫ້ຄຳແນະນຳ, ປຶກສາດ້ານນະໂຍບາຍແກ່ພາກສ່ວນກ່ຽວຂ້ອງ, ການສ້າງຄວາມເຂັ້ມແຂງດ້ານວິຊາການຮ່ວມກັນ; 2) ການສ້າງຖານຝຶກອົບຮົມ ທີ່ເປັນຫຼັກສູດ ວິຊາສະເພາະດ້ານຊັບສິນທາງປັນຍາ ໃຫ້ແກ່ພະນັກງານລັດ ແລະ ພາກສ່ວນກ່ຽວຂ້ອງ; 3) ແລກປ່ຽນບົດຮຽນ ເພື່ອຍົກລະດັບບຸກຄະລາກອນຂອງຄູ່ຮ່ວມມື ແລະ 4) ການຮ່ວມມືດ້ານການສຶກສາ ຊຶ່ງມະຫາວິທະຍາໄລເຕັກໂນໂລຊີ ສົງຊິງ ແຫ່ງ ສປ ຈີນ ຈະຮັບເອົານັກສຶກສາ ແລະ ບຸກຄະລາກອນ ຂອງ ສປປ ລາວ ແລກປ່ຽນບົດຮຽນຮ່ວມກັນ, ມອບທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ໃນສາຂາວິຊາກົດໝາຍຊັບສິນທາງປັນຍາ ແລະ ສາຂາອື່ນໆທີ່ກ່ຽວຂ້ອງ ຕາມເງື່ອນໄຂຂອງທຶນລັດຖະບານ ສປ ຈີນ.
ການເຂົ້າຮ່ວມພິທີໃນຄັ້ງນີ້, ທັງສາມຝ່າຍ ໄດ້ພົບປະ, ແລກປ່ຽນ ແລະ ສ້າງຄວາມເຂົ້າໃຈ ຮ່ວມກັນ ກ່ຽວກັບການຄຸ້ມຄອງຊັບສິນທາງປັນຍາ ໃນ ສປປ ລາວ, ວຽກງານຂອງມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລເຕັກໂນໂລຊີສົງຊິງ ແຫ່ງ ສປ ຈີນ. ທ່ານ ໄຊບັນດິດ ໄຊຍະວົງຄຳດີ, ໄດ້ມີຄຳເຫັນຕໍ່ການພົບປະຄັ້ງນີ້ວ່າ: “ການຮ່ວມມື ໃນຄັ້ງນີ້ ແມ່ນມີຄວາມສຳຄັນຕໍ່ການພັດທະນາວຽກງານຊັບສິນທາງປັນຍາ ໃນ ສປປ ລາວ ເປັນຢ່າງຍິ່ງ ຊຶ່ງເຫັນໄດ້ຈາກປະສົບການ-ຄວາມຮູ້ຄວາມສາມາດ ຂອງນັກສຶກສາ ແລະ ຄູອາຈານໃນມະຫາວິທະຍາໄລ ຕໍ່ການປົກປ້ອງຊັບສິນທາງປັນຍາຂອງຕົນ ໂດຍສະເພາະພາກວິຊາກົນຈັກທີ່ລົງເລິກການຜະລິດລົດຍົນ ຊຶ່ງຕິດພັນຢ່າງສະໜິດແໜ້ນກັບຊັບສິນທາງປັນຍາ ເປັນຕົ້ນສິດທິບັດ ແລະ ແບບອຸດສາຫະກໍາ…; ນອກຈາກນັ້ນ, ຍັງໄດ້ສົ່ງເສີມໃຫ້ມີການຈົດທະບຽນຢູ່ ສປປ ລາວ ບົນພື້ນຖານການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສຳນັກງານຄຸ້ມຄອງຊັບສິນທາງປັນຍາແຫ່ງ ສປ ຈີນ, ກົມຊັບສິນທາງປັນຍາ ສາມາດອອກໃບຢັ້ງຢືນການຂໍຮັບສິດທິບັດ ພາຍໃນ ຫົກ ເດືອນ.
ໃນວາລະດັ່ງກ່າວ, ຄະນະຍັງໄດ້ເຂົ້າຢ້ຽມຊົມໂຮງຮຽນອຸດສາຫະກຳ ກົນຈັກສະໄໝໃໝ່ ແລະ ພະລັງງານໃໝ່ ແລະ ຫໍວັດທະນະທຳຊັບສິນທາງປັນຍາທີ່ຮວບຮວມຂໍ້ມູນຜົນງານຊັບສິນທາງປັນຍາ ຊຶ່ງເປັນແຫ່ງດຽວໃນ ສປ ຈີນ ອີກດ້ວຍ.
ຂໍ້ມູນ: ພະແນກນະໂຍບາຍຊັບສິນທາງປັນຍາ

ແປພາສາ: