ໃນລະຫວ່າງວັນທີ 08-12 ມັງກອນ 2024 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 3, ກະຊວງ ອຄ, ມີກອງປະຊຸມປຶກສາຫາລື ແລະ ສຶກສາຄວາມເປັນໄປໄດ້ໃນ ໂຄງການສ້າງອາຄານ ສູນບໍລິການນຳວັດຕະກຳ ແລະ ຊັບສິນທາງປັນຍາ ແຫ່ງຊາດລາວ ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທີມນັກສຳຫຼວດໂຄງການ KOICA, ຝ່າຍລາວນໍາໂດຍ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ພ້ອມດ້ວຍຄະນະ ແລະ ຝ່າຍໂຄງການ KOICA ສ.ເກົາຫຼີ ນໍາໂດຍທ່ານ ນ. Minah Kim, ຊ່ຽວຊານຊັບສິນທາງປັນຍາ ພ້ອມດ້ວຍຄະນະ.
ໃນກອງປະຊຸມຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄຳດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີທ່ານ Bongsun Doh, ຊ່ຽວຊານກ່ຽວກັບການປຸກສ້າງອາຄານ, ທ່ານ Jaewoo Kwon, ຊ່ຽວຊານ ICT, ທ່ານ Taehoon Im, ຊ່ຽວຊານດ້ານການປະເມີນໂຄງການ, ຕາງໜ້າຜູ້ຮັບຜິດຊອບອົງການ KOICA ປະຈໍາ ສປປ ລາວ, ມີບັນດາຫົວໜ້າພະແນກ, ຮອງພະແນກ ກົມຊັບສິນທາງປັນຍາ, ຕາງໜ້າຈາກຫ້ອງການ ຜູ້ຮັບຜິດຊອບໂຄງການຕ່າງປະເທດ, ພະແນກຮ່ວມມືສາກົນ, ຕາງໜ້າຈາກ ກົມແຜນການ ແລະ ຮ່ວມມື, ກະຊວງແຜນການ ແລະ ການລົງທືນ ແລະ ພະນັກງານທີ່ກ່ຽວຂ້ອງຂອງສອງພາກສ່ວນ ຈໍານວນ 20 ທ່ານເຂົ້າຮ່ວມ.
ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສຶກສາສະພາບປັດຈຸບັນ, ໃນການປະເມີນຄວາມເປັນໄປໄດ້ຂອງໂຄງການ ແລະ ຄວາມຕ້ອງການຕົວຈິງໃນຂອບເຂດ ແລະ ງົບປະມານ ຂອງກົມຊັບສິນທາງປັນຍາ ຕໍ່ກັບໂຄງການກໍ່ສ້າງອາຄານ ສູນບໍລິການນະວັດຕະກຳ ແລະ ຊັບສິນທາງປັນຍາ ແຫ່ງຊາດລາວ.
ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ໄດ້ນຳສະເໜີບົດໂດຍຫຍໍ້ ກ່ຽວກັບສະພາບລວມຂອງກົມຊັບສິນທາງປັນຍາ ແລະ ໂຄງການກໍ່ສ້າງຕຶກອາຄານ ສູນບໍລິການນະວັດຕະກຳ ແລະ ຊັບສິນທາງປັນຍາ ແຫ່ງຊາດລາວ ຕໍ່ທີ່ປະຊຸມຊາບ ກໍຄື ທີມນັກສຳຫຼວດໂຄງການ KOICA, ພ້ອມທັງ ແລກປ່ຽນຄໍາຖາມເຈາະຈີ້ມ ແລະ ສໍາພາດກ່ຽວກັບລະບົບຄຸ້ມຄອງວຽກງານຊັບສິນທາງປັນຍາ ຢູ່ ສປປ ລາວ.
ຜົນຂອງກອງປະຊຸມ ຫຼັງຈາກການປະເມີນຄັ້ງທີ່ 1, ຊື່ໂຄງການ ສູນນະວັດຕະກໍາ ແລະ ຊັບສິນທາງປັນຍາ ແຫ່ງຊາດລາວ ໄລຍະເວລາການກໍ່ສ້າງ 5 ປີ, ເຈົ້າຂອງໂຄງການ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການາຄ້າ, ໃນໂຄງການນີ້ ປະກອບມີ 5 ກິດກະກໍາຫຼັກ ຄື: ກິດຈະກໍາທີ 1: ການກໍ່ສ້າງຕຶກສູນນະວັດຕະກໍາ ແລະ ຊັບສິນທາງປັນຍາ ແຫ່ງຊາດລາວ; ກິດຈະກໍາທີ 2: ລະບົບການຄຸ້ມຄອງຊັບສິນທາງປັນຍາ; ກິດຈະກໍາທີ 3: ການສົ່ງຊ່ຽວຊານເກົາຫຼີ ມາເຮັດວຽກລະບົບ; ກິດຈະກໍາທີ 4: ອຸປະກອນ ICT ແລະ ກິດຈະກໍາທີ 5: ການກໍ່ສ້າງບູກຄະລາກອນ.
ພາຍຫຼັງສໍາເລັດການປະເມີນໂຄງການ ຄັ້ງທີ່ 1, ຢູ່ ສປປ ລາວ, ທີມນັກສຳຫຼວດໂຄງການ KOICA ຈະນໍາຂໍ້ມູນຂອງໂຄງການດັ່ງກ່າວ ເພື່ອສ້າງແຜນໃນອະນາຄົດ ເຊັ່ນ: ການປະເມີນຜົນຂອງສໍານັກງານໃຫຍ່ KOICA; ການອະນຸມັດຈາກກະຊວງການຕ່າງປະເທດ; ອະນຸມັດຈາກກະຊວງເສດຖະກິດ ແລະ ການເງິນ; ການອະນຸມັດຂອງສະພາແຫ່ງຊາດ ແລະ ການຈັດສັນງົບປະມານ (ເດືອນທັນວາ 2024) ແລະ ການສຶກສາເລິກເຊິ່ງໂດຍຊ່ຽວຊານ KOICA -RD ການແລກປ່ຽນບັນທຶກຄໍາເວົ້າ ແລະ ການປະມູນ.
ໃນລະຫວ່າງການເຄື່ອນໄຫວເຮັດວຽກຄັ້ງນີ້, ທີມນັກສຳຫຼວດໂຄງການ KOICA ໄດ້ລົງເຄື່ອນໄຫວຢ້ຽມຢາມ ສະຖານທີ່ເຮັດວຽກຂອງພະນັກງານ ຂອງກົມຊັບສິນທາງປັນຍາ, ສູນດາຕ້າເຊັນເຕີ, ພ້ອມທັງ ລົງເບິ່ງພຶ້ນທີ່ດິນ ທີ່ຈະນໍາໃຊ້ໃນການກໍ່ສ້າງໂຄງການໃນອະນາຄົດ, ພ້ອມດຽວກັນນັ້ນ ກໍໄດ້ລົງຢ້ຽມຢາມ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ ແລະ ບັນດາບໍລິສັດຕົວແທນ ອີກດ້ວຍ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ:

ຂ່າວທີ່ທ່ານອາດສົນໃຈ