ໃນວັນທີ 7 ພະຈິກ 2023, ທີ່ໂຮງແຮມວຽງຈັນພລາຊາ, ນະຄອນຫຼວງວຽງຈັນ, ໄດ້ມີກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງຄຸນນະພາບ ການກວດສອບເຄື່ອງໝາຍການຄ້າ ໃຫ້ແກ່ ພະນັກງານພາກລັດ ແລະ ພາກທຸລະກິດ, ໂດຍການເປັນປະທານຮ່ວມຂອງ ທ່ານ ແພງທອງ ແຈ່ມມາໄລ, ຫົວໜ້າພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ, ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນ. YOSHINO Sachiyo, ຫົວໜ້າພະແນກຮ່ວມມືສາກົນ, ສໍານັກງານສິດທິບັດ ແຫ່ງປະເທດຍີ່ປຸ່ນ.
ກອງປະຊຸມສໍາມະນາໃນຄັ້ງນີ້, ມີທ່ານ ບັນຊາ ຈັນມິ່ງ, ຫົວໜ້າພະແນກເຄື່ອງໝາຍການຄ້າ ແລະ ຖິ່ນກໍາເນີດ ກຊປ, ທ່ານ ໄພຈິດ ສີສະຫວາດ, ຮອງພະແນກເຄື່ອງໝາຍການຄ້າ ແລະ ຖິ່ນກໍາເນີດ ກຊປ, ທ່ານ ISHIDO Takuro, ຮອງຫົວໜ້າພະແນກຊັບສິນທາງປັນຍາ JETRO ປະຈໍາບາງກອກ, ທ່ານ HASEGAWA Satoshi (JPO), ພະແນກນະໂຍບາຍພົວພັນລູກຄ້າ ປະເທດຍີ່ປຸ່ນ, ມີບັນດານັກສໍາມານາກອນຈາກກົມຊັບສິນທາງປັນຍາ ແລະ ບັນດາ ບໍລິສັດ ຕົວແທນ ທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 40 ກວ່າທ່ານ.
ທ່ານ ແພງທອງ ແຈ່ມມາໄລ, ຫົວໜ້າພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ ໄດ້ກ່າວເປີດກອງປະຊຸມສໍາ ໃນຄັ້ງນີ້ ວ່າ: ວຽກງານເຄື່ອງໝາຍການຄ້າ ແມ່ນວຽກງານໝຶ່ງທີ່ມີຄວາມສໍາຄັນໃນຂົງເຂດຊັບສິນທາງປັນຍາ ຊຶ່ງສະແດງອອກຢູ່ບ່ອນວ່າ ເຄື່ອງໝາຍການຄ້າເປັນເຄື່ອງມື ໃນການຊຸກຍູ້ສົ່ງເສີມການສ້າງມູນຄ່າເພີ່ມໃຫ້ກັບສິນຄ້າ ແລະ ການບໍລິການ. ສະນັ້ນ ວຽກງານດັ່ງກ່າວ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການພັດທະນາ ແລະ ຍົກລະດັບການຮຽນຮູ້ຢ່າງຕໍ່ເນື່ອງ.
ຈຸດປະສົງຫຼັກຂອງການສໍາມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄຸນນະພາບຂອງການກວດສອບເຄື່ອງໝາຍການຄ້າ ໃຫ້ແກ່ນັກກວດສອບລາວ ແລະ ພາກສ່ວນທຸລະກິດ ໃຫ້ມີຂີດຄວາມສາມາດທີ່ສູງຂຶ້ນ, ຊຶ່ງໃນກອງປະຊຸມສໍາມະນາ ຈະໄດ້ມີການແລກປ່ຽນບົດຮຽນ ນໍາຊ່ຽວຊານຈາກ ສໍານັກງານສິດທິບັດຢີ່ປູ່ນ ແລະ ນັກກວດສອບຂອງລາວ, ຊຶ່ງລວມມີ 3 ໄລຍະ ຄື: ໄລຍະທີ 1, ຂັ້ນຕອນການກວດສອບເຄື່ອງໝາຍການຄ້າເບື້ອງຕົ້ນ ໃນ ສປປ ລາວ ແລະ ໃນ ປະເທດຍີ່ປຸ່ນ, ໄລຍະທີ 2, ການກວດສອບເນື້ອໃນເຄື່ອງໝາຍການຄ້າ ໃນ ສປປ ລາວ ແລະ ໃນປະເທດຍີ່ປຸ່ນ ແລະ ໄລຍະທີ 3, ການຄຸ້ມຄອງຄຸນນະພາບຂອງການກວດສອບເຄື່ອງໝາຍການຄ້າ.
ສໍາລັບການສໍາມະນາໃນມື້ນີ້ ແມ່ນໜຶ່ງໃນການຮ່ວມມືຂອງ ສັນຍາສາກົນ ຊຶ່ງມີບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ໃນຂົງເຂດຊັບສິນອຸດສາຫະກໍາ ຮ່ວມກັບສໍານັກງານສິດທິບັດ ຍີີ່ປຸ່ນ ໃນປີ 2015 ແລະ ໜັງສືສະແດງເຈດຈໍານົງຮ່ວມ ເພື່ອອໍານວຍຄວາມສະດວກໃນການອອກສິດທິບັດ ສໍາລັບຜູ້ຮ້ອງຂໍຮັບສິດທິບັດຂອງລາວ ຮ່ວມກັບສໍານັກງານສິດທິບັດຍີີ່ປຸ່ນ 2016, ຕິດພັນກັບວຽກງານດັ່ງກ່າວ, ໃນປີ 2022 ຜ່ານມາ ກົມຊັບສິນທາງປັນຍາ ໄດ້ມີການແບ່ງຂັ້ນຄຸ້ມຄອງ ໂດຍສະເພາະ ແບ່ງວຽກຮັບຄໍາຮ້ອງການຈົດທະບຽນເຄື່ອງໝາຍການຄ້າ ໃຫ້ແກ່ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເພື່ອສ້າງຄວາມເຂັ້ນແຂງໃຫ້ກັບທ້ອງຖິ່ນ. ພ້ອມດຽວກັນນັ້ນ ກົມຊັບສິນທາງປັນຍາ ກໍາລັງປັບປຸງກົດໝາຍ ເພື່ອກະກຽມຜ່ານກອງປະຊຸມສະໄໝສາມັນຂອງ ສະພາແຫ່ງຊາດ ໃນທ້າຍເດືອນພະຈິກນີ້ ແລະ ໄດ້ເປີດນໍາໃຊ້ລະບົບການຢື່ນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາຜ່ານທາງອອນລາຍ (E-filling), ພ້ອມທັງປັບປຸງນໍາໃຊ້ລະບົບ Paper les ແລະ ກໍາລັງຄົ້ນຄວ້ານະໂຍບາຍສໍາລັບນັກກວດສອບ ໃຫ້ສາມາດນໍາໃຊ້ລະບົບກວດສອບເຮັດວຽກຢູ່ເຮືອນໄດ້.
ໃນກອງປະຊຸມຄັ້ງນີ້ ທ່ານ ນ. YOSHINO Sachiyo ຫົວໜ້າພະແນກຮ່ວມມືສາກົນ, ສໍານັກງານສິດທິບັດ ປະເທດຍີ່ປຸ່ນ (JPO) ໄດ້ມີຄໍາວ່າ: ສໍານັກງານສິດທິບັດຍີ່ປຸ່ນ ຫຼື JPO ໄດ້ເຄື່ອນໄຫວດ້ານການຊ່ວຍເຫຼືອໃນການສ້າງບຸກຄະລາກອນໃນຂະແໜງຊັບສິນທາງປັນຍາ ໂດຍສະເພາະ ແມ່ນພະນັກງານລັດຖະກອນ ນັບແຕ່ປີ 1996 ເປັນຕົ້ນມາ. ມາຮອດປັດຈຸບັນ ມີບຸກຄະລາກອນຈາກ ສປປ ລາວ, ເຂົ້າຮ່ວມຝຶກອົບຮົມ ຢູ່ປະເທດຍີ່ປຸ່ນ ແລະ ທາງອອນລາຍ ທັງໝົດ ຈໍານວນ 183 ທ່ານ.
ສໍາລັບກອງປະຊຸມສໍາມະນາຕິດຕາມໃນມື້ນີ້ ມີຈຸດປະສົງເພື່ອເພີ່ມທະວີຄວາມແໜ້ນແຟ້ນຂອງເຄືອຂ່າຍ IP Friends, ທັງເພື່ອສ້າງໂອກາດໃນການເພີ່ມຕື່ມຄວາມຮູ້ກ່ຽວກັບວຽກງານຊັບສິນທາງປັນຍາ ໃຫ້ແກ່ພາກສ່ວນກ່ຽວຂ້ອງ. ການຈັດກອງປະຊຸມສໍາມະນາຕິດຕາມ ຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນເປັນຄັ້ງທີ 3. ຊຶ່ງມີຫົວຂໍ້ກອງປະຊຸມແມ່ນ ການຄຸ້ມຄອງຄຸນະພາບໃນການກວດສອບເຄື່ອງໝາຍການຄ້າ.
ທ່ານກ່າວຕື່ມອີກວ່າ: ເຄື່ອງໝາຍການຄ້າແມ່ນເຄື່ອງໝາຍ ເພື່ອຈໍາແຍກສິນຄ້າ ແລະ ການບໍລິການຂອງຕົນ ອອກຈາກຂອງຜູ້ອື່ນ, ທັງເປັນເຄື່ອງມືສໍາຄັນໃນການຮັບປະກັນຄຸນະພາບ ແລະ ການໂຄສະນາສິນຄ້າ ແລະ ການບໍລິການ, ເພື່ອໃຫ້ໄດ້ສິດເຄື່ອງໝາຍການຄ້າທີ່ຖືກຕ້ອງນັ້ນ ແມ່ນຈໍາເປັນຕ້ອງມີການກວດກາເຄື່ອງໝາຍການຄ້າ ຢ່າງເປັນເອກະພາບ ແລະ ພາວະວິໄສ ພາຍໃຕ້ລະບຽບກົດໝາຍ ແລະ ບັນທັດຖານຂອງການກວດກາເຄື່ອງໝາຍການຄ້າ ອັນເໝາະສົມ, ລະບົບເຄື່ອງໝາຍການຄ້າຂອງຍີ່ປຸ່ນ ມີປະຫວັດສາດຍາວນານຫຼາຍກວ່າ 130 ປີ. ປັດຈຸບັນ ການນໍາໃຊ້ເຄື່ອງໝາຍການຄ້າຍິ່ງມີຄວາມສໍາຄັນຂຶ້ນກວ່າເກົ່າ. ນັບແຕ່ປີ 2015 ເປັນຕົ້ນມາ, ສໍານັກງານສິດທິບັດຍີ່ປຸ່ນ ໄດ້ເພີ່ມການຄຸ້ມຄອງເຄື່ອງໝາຍການຄ້າທີ່ບໍ່ມີລັກສະນະດັ່ງເດີມ ເຊັ່ນສຽງ, ສີ ແລະ ການເຄື່ອນໄຫວ ເປັນຕົ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງທີ່ຫຼາກຫຼາຍຂອງຜູ້ຊົມໃຊ້.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ:

ຂ່າວທີ່ທ່ານອາດສົນໃຈ