ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ອານຸວົງ ມາເກັດຕີ້ງ ໂຊລູຊັ່ນ, ຈັດຝຶກອົບຮົມ ກ່ຽວກັບການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ, ໃນວັນທີ 29-30 ມັງກອນ 2024 ທີ່ ຫ້ອງປະຊຸມຊັ້ນ 4, ກົມຊັບສິນທາງປັນຍາ, ພາຍໃຕ້ການສະໜັບສະໜູນຂອງ ອົງການຊັບສິນທາງປັນຍາໂລກ ໂດຍຜ່ານໂຄງການສ້າງມູນຄ່າຊັບສິນທາງປັນຍາ ສໍາລັບ SMEs ທືນຊ່ວຍເຫຼືອການສ້າງຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າ, ໃຫ້ກຽດເປັນປະທານກ່າວເປີດຝຶກອົບຮົມ ໂດຍທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.
ໃນພິທີເປີດຝຶກອົບຮົມຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ທີລະກອນ ອານຸວົງ, ປະທານບໍລິສັດ ອານຸວົງ ມາເກັດຕີ້ງ ໂຊລູຊັ່ນ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ, ມີທີມງານຄູຝຶກທັງພາຍໃນ ແລະ ຕ່າງປະເທດ, ມີບັນດານັກສໍາມະນາກອນຈາກ ບໍລິດສັດ SMEs ທີ່ຖືກຄັດເລືອກເຂົ້າຮ່ວມໂຄງການ ຈໍານວນ 10 ບໍລິສັດ ແລະ ພະນັກງານວິຊາການຂອງ ກົມຊັບສິນທາງປັນຍາ ເຂົ້າຮ່ວມ.
ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ໄດ້ກ່າວເປີດຝຶກອົບຮົມຄັ້ງນີ້ ວ່າ: ຈຸດປະສົງຫຼັກຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອລົງເລີກກ່ຽວກັບເຄັດລັບຕ່າງໆ ໃນການສ້າງຍີ່ຫໍ້ ໃຫ້ເປັນທີ່ຮັບຮູ້ ແລະ ຈົດຈຳ ຈາກຜູ້ບໍລິໂພກ ແລະ ຍີຫໍ້ດັ່ງກ່າວ ຈະໄດ້ຮັບການປົກປ້ອງພາຍໃຕ້ເຄື່ອງໝາຍການຄ້າ ຕາມກົດໝາຍຊັບສິນທາງປັນຍາ ຂອງ ສປປ ລາວ ແລະ ຍັງຈະໄດ້ຮຽນຮູ້ ກ່ຽວກັບຜົນປະໂຫຍດຂອງສິ່ງຫຸ້ມຫໍ່ຜະລິດຕະພັນທີ່ດີ ຊຶ່ງຈະກ້າວໄປສູ່ການຂະຫຍາຍຖານຕະຫຼາດ ແລະ ສ້າງຄວາມສາມາດແຂ່ງຂັນທຸລະກິດຂອງທ່ານ.
ການຝຶກອົບຮົມໃນມື້ນີ້ ແມ່ນກິດຈະກໍາທີ 4 ພາຍໃຕ້ ໂຄງການດັ່ງກ່າວ ຖືວ່າເປັນກິດຈະກໍາເກືອບສຸດທ້າຍຂອງໂຄງການ, ໂຄງການນີ້, ເປັນໂຄງການທຳອິດທີ່ມີການຮ່ວມມືກັນ ລະຫວ່າງ ກົມຊັບສິນທາງປັນຍາ ຮ່ວມກັບ ບໍລິສັດ ອານຸວົງ ມາເກັດຕີ້ງ ໂຊລູຊັ່ນ ຜູ້ຊ່ຽວຊານດ້ານການຕະຫຼາດ ແລະ ອົງການຊັບສິນທາງປັນຍາໂລກ ໂດຍຜ່ານໂຄງການດັ່ງກ່າວ, ຊຶ່ງເປັນກິດຈະກໍາ ບູລິມະສິດຂອງກົມຊັບສິນທາງປັນຍາ ທັງນີ້ ກໍເພື່ອເປັນການຜັນຂະຫຍາຍວາລະແຫ່ງຊາດຂອງລັດຖະບານ ໃນການສົ່ງເສີມການຜະລິດເປັນສິນຄ້າ ເພື່ອທົດແທນການນໍາເຂົ້າສິນຄ້າຈາກຕ່າງປະເທດ ຊຶ່ງທາງກົມຊັບສິນທາງປັນຍາ ກໍໄດ້ກຳນົດໄວ້ໃນແຜນພັດທະນາວຽກງານຊັບສິນທາງປັນຍາຂອງ ສປປ ລາວ ຮອດປີ 2025, ໃນໂຄງການທີ່ 6 ໃນການສົ່ງເສີມໃຫ້ທຸລະກິດ ໃຫ້ເຂົ້າໃຈ ແລະ ນໍາໃຊ້ຊັບສິນທາງປັນຍາໃຫ້ຫຼາຍຂຶ້ນກວ່າເກົ່າ. ນອກຈາກນັ້ນ, ກົມຊັບສິນທາງປັນຍາ ຍັງມີຂໍ້ລິເລີ່ມໃນການຕໍ່ຍອດນະໂຍບາຍ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ມາເປັນ ໜຶ່ງຜະລິດຕະພັນໜຶ່ງຊັບສິນທາງປັນຍາ (One Product One IP) ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມໃຫ້ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ໄດ້ມີຍີ່ຫໍ້, ມີສິ່ງຫູ້ມຫໍ່ທີ່ມີເອກະລັກໂດດເດັ່ນ ແລະ ມີເຄື່ອງມືການຕະຫຼາດທີ່ເໝາະສົມກັບກຸ່ມລູກຄ້າ ທີ່ເປັນເປົ້າໝາຍ.
ທ່ານ ກ່າວຕື່ມອີກວ່າ: ໂຄງການນີ້ ໄດ້ເລີ່ມຈັດຕັ້ງປະຕິບັດ ມາແຕ່ເດືອນ ພະຈິກ ປີ 2023 ຊຶ່ງປະກອບມີ 5 ໄລຍະ ຄື: ໄລຍະທີ 1, ແມ່ນໄດ້ເລີ່ມຈາກການຈັດຝຶກອົບຮົມຫຼັກສູດ ຊັບສິນທາງປັນຍາ ສໍລັບທຸລະກິດຂະໜາດນ້ອຍ ແລະ ກາງ MSMEs, ພ້ອມທັງເຜີຍແຜ່ໂຄງການພັດທະນາຍີ່ຫໍ້ ແລະ ຈົດທະບຽນເຄື່ອງໝາຍການຄ້າ; ໄລຍະທີ 2, ແມ່ນການເປີດຮັບສະໝັກຜູ້ເຂົ້າຮ່ວມໂຄງການຊັບສິນທາງປັນຍາ (Presentation) ແລະ ໄດ້ຄັດເລືອກເອົາ 10 ບໍລິສັດ ທີ່ໂດດເດັ່ນ ແລະ ມີທ່າແຮງສາມາດຕໍ່ຍອດທຸລະກິດຂອງຕົນ ເພື່ອເຂົ້າຮ່ວມໂຄງການ; ໄລຍະທີ 3 ແມ່ນໄດ້ລົງຢ້ຽມຢາມວິສະຫະກິດທີ່ເຂົ້າຮ່ວມໂຄງການ ເພື່ອເບິ່ງ ແລະ ເຂົ້າໃຈສະຖານະຂອງແຕ່ລະວິສາຫະກິດ; ໄລຍະທີ 4 ແມ່ນກິດຈະກໍາຂອງມື້ນີ້ ຊຶ່ງໄດ້ຈັດຝຶກອົບຮົມ ໃນຫົວຂໍ້: ການພັດທະນາຍີ່ຫໍ້ ແລະ ການຈົດທະບຽນເຄື່ອງໝາຍການຄ້າ, ພ້ອມທັງເຂົ້າສູ້ຂະບວນການພັດທະນາຍີ່ຫໍ້ ແລະ ໃຫ້ຄໍາປຶກສາແບບສ່ວນຕົວ ແລະ ໄລຍະທີ 5 ຄືກິດຈະກໍາສຸດທ້າຍຂອງໂຄງການ ກໍຄື ການຍື່ນຈົດທະບຽນເຄື່ອງໝາຍການຄ້າ ແລະ ຖືວ່າສຳເລັດໂຄງການ.
ພ້ອມດຽວກັນນັ້ນ, ທ່ານ ໄດ້ຮຽກຮ້ອງ ມາຍັງບັນດານັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ ຈະສຸມຈິດສຸມໃຈ ສຶກສາຮຽນຮູ້ຍາດແຍ່ງເອົາຄວາມຮູ້ ແລະ ປະຊົບການ ຈາກຄູຝຶກໃຫ້ໄດ້ຫຼາຍທີ່ສຸດ, ພ້ອມທັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຮັດແນວໃດໃຫ້ສາມາດນຳໃຊ້ຊັບສິນທາງປັນຍາ ເຂົ້າໃນການຕໍ່ຍອດທຸລະກິດຂອງຕົນ ໃນການສ້າງມູນຄ່າເພີ່ມ ກໍຄື ການສ້າງຍີ່ຫໍ້ ໃຫ້ມີຄວາມໂດດເດັ່ນເປັນທີ່ປະຈັກຕາແກ່ສັງຄົມ ກໍຄື ຜູ້ຊົມໃຊ້, ພ້ອມນັ້ນ ກໍເພື່ອສ້າງເປັນກຸ່ມທຸລະກິດຕົວແບບ ໃຫ້ແກ່ ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ບໍ່ໄດ້ເຂົ້າຮ່ວມໂຄງການດັ່ງກ່າວ, ເພື່ອພ້ອມກັນພັດທະນາທຸລະກິດ ຢູ່ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ສາມາດແຂ່ງຂັນຢູ່ພາຍໃນ ແລະ ສາກົນໄດ້.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ແປພາສາ: