ສໍາເລັດການຈັດງານສັບປະດາຊັບສິນທາງປັນຍາ ໃນງານວາງສະແດງໂລກ World Expo Osaka 2025
ງານໄດ້ຈັດຂຶ້ນໃນລະຫວ່າງວັນທີ 07-11 ກໍລະກົດ 2025 ທີ່ເມືອງໂອຊາກາ, ເຂດຄັນໄຊ, ປະເທດຢີ່ປຸ່ນ ໂດຍການເຂົ້າຮ່ວມຂອງທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ແລະ ຜູ້ປະກອບການເຈົ້າຂອງຈົດທະບຽນຊັບສິນທາງປັນຍາ ລວມທັງໝົດ 10 ທ່ານ.
ງານວາງສະແດງລະດັບໂລກ (World Expo) ແມ່ນງານວາງສະແດງຂະໜາດໃຫຍ່ ໃນລະດັບສາກົນຄັ້ງທໍາອິດໄດ້ຖືກຈັດຂຶ້ນໃນປະເທດອັງກິດ ທີ່ລອນດອນ ໃນປີ 1851 ຊຶ່ງປີນີ້ ງານວາງສະແດງລະດັບໂລກໂອສະກາ 2025 (World Expo Osaka 2025) ພາຍໃຕ້ຫົວຂໍ້ “Designing Future Society for Our Lives” ຈັດຂຶ້ນເພື່ອເປັນເວທີໃຫ້ປະເທດຕ່າງໆທົ່ວໂລກ ໄດ້ນໍາສະເໜີຄວາມຄິດສ້າງສັນ, ວິທະຍາສາດ, ວັດທະນະທຳ, ນະວັດຕະກຳ ແລະ ການຮ່ວມມື ຂອງຕົນມາແບ່ງປັນກັນ ຊຶ່ງໄດ້ຈັດຂຶ້ນທຸກໆ 05 ປີ. ດ້ວຍເຫດນີ້, ເພື່ອເປັນການສົ່ງເສີມ ແລະ ໂຄສະນາວຽກງານຊັບສິນທາງປັນຍາຂອງ ສປປ ລາວ, ໂດຍສະເພາະແມ່ນເພື່ອເປັນການສົ່ງເສີມສິນຄ້າລາວ ທີ່ໄດ້ຮັບການຈົດທະບຽນຊັບສິນທາງປັນຍາ ແລະ ມີຄວາມພ້ອມໃນການສົ່ງອອກຕະຫຼາດຕ່າງປະເທດ ຈຶ່ງໄດ້ຈັດງານສັບປະດາຊັບສິນທາງປັນຍາລາວ (Laos IP Week) ຊຶ່ງມີຈຸດປະສົງຫຼັກເພື່ອເປັນການໂຄສະນາໃຫ້ຕ່າງປະເທດ ກໍຄືສາກົນ ແລະ ຍີ່ປຸ່ນ ໄດ້ຮັບຮູ້ວ່າ ປະເທດລາວກໍໄດ້ໃຫ້ຄວາມສຳຄັນໃນວຽກງານຊັບສິນທາງປັນຍາ ແລະ ທຸລະກິດຂອງຕ່າງປະເທດ ທີ່ຈະເຂົ້າມາດຳເນີນທຸລະກິດຢູ່ລາວ ກໍສາມາດໄດ້ຮັບການປົກປ້ອງທາງດ້ານຊັບສິນທາງປັນຍາ, ທັງເປັນການສ້າງຄວາມເຊື່ອໝັ້ນໃຫ້ກັບນັກລົງທຶນຕ່າງປະເທດ ແລະ ທັງເປັນການດຶງດູດນັກລົງທຶນຂອງຕ່າງປະເທດຢູ່ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນເທື່ອລະກ້າວ. ນອກນີ້ຍັງເປັນການສົ່ງເສີມຜະລິດຕະພັນທີ່ເປັນເອກະລັກຈາກທ້ອງຖິ່ນຂອງລາວ ໂດຍສະເພາະ ສິນຄ້າຖິ່ນກໍາເນີດ, ພູມປັນຍາ ແລະ ວັດທະນະທຳທ້ອງຖິ່ນ, ຜະລິດຕະພັນສ້າງສັນ, ນະວັດຕະກຳ ເຊັ່ນ: ຜ້າໄໝລາວແບບດັ້ງເດີມ/ຮ່ວມສະໄໝ, ກາເຟລາວ ແລະ ຊາລາວ. ພ້ອມດຽວກັນນັ້ນ, ໃນງານດັ່ງກ່າວ ກໍຈະເປັນການສະເຫຼີມສະຫຼອງຄົບຮອບ 70 ປີ ຄວາມສຳພັນທາງການທູດລະຫວ່າງ ລາວ ແລະ ຍີ່ປຸ່ນ ແລະ ຄົບຮອບ 10 ປີ ໃນການຍົກສູງການຮ່ວມມື ແລະ ຈັດຕັ້ງປະຕິບັດວຽກງານຮ່ວມກັນ ລະຫວ່າງ ກົມຄຸມຄອງຊັບສິນທາງປັນຍາ ສປປ ລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ ອີກດ້ວຍ.
ກິດຈະກຳຫຼັກຂອງງານຂອງແຕ່ລະວັນມີດັ່ງນີ້:
1) ວັນທີ 07 ກໍລະກົດ 2025 ວັນຖິ່ນກໍາເນີດລາວ (Lao GI Day) ຫົວຂໍ້: ຊາ ແລະ ກາເຟ ຈາກພູພຽງບໍລະເວນ “Tea and Coffee from Bolaven Plateau”
2) ວັນທີ 08 ກໍລະກົດ 2025 ວັນແຟຊັນລາວ (Lao Fashion Day) ຫົວຂໍ້: ຈາກວັດທະນະທໍາພູມປັນຍາລາວ ສູ່ການອອກແບບແຟຊັນຮ່ວມສະໄໜ “From Lao Traditional Culture to Fashion Design”
3) ວັນທີ 09 ກໍລະກົດ 2025 ວັນສະເຫຼີມສະຫຼອງວັນລາວ (Laos Day Celebration) in the World Osaka EXPO 2025
4) ວັນທີ 10 ກໍລະກົດ 2025 ຫົວຂໍ້: Protecting Creativity, Empowering Lao Innovation
ຂ່າວ ແລະ ຮູບພາບ: ກົມຄຸ້ມຄອງຊັບສິນທາງປັນຍາ