ພິທີລົງນາມຖະແຫຼງການຮ່ວມມື ລາວ-ຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນການກວດສອບເນື້ອໃນສິດທິບັດ ຢູ່ ສປປ ລາວ
ໃນວັນທີ 11 ມິຖຸນາ 2025, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ມີການພົບປະ 2 ຝ່າຍ ໃນເວລາ 9:00-10:00 ໂມງ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືໃນຕໍ່ໜ້າ. ພາຍຫຼັງສໍາເລັດການພົບປະ ທັງສອງຝ່າຍກໍໄດ້ເຂົ້າຮ່ວມ ພິທີລົງນາມຖະແຫຼງການຮ່ວມມື ລາວ-ຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນການກວດສອບເນື້ອໃນສິດທິບັດ ຢູ່ ສປປ ລາວ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ (JPO) ຊຶ່ງຕາງໜ້າຝາຍລາວ ລົງນາມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ຕາງໜ້າຝາຍຍີ່ປຸ່ນ ລົງນາມໂດຍ ທ່ານ Yasuda Futoshi, ຮອງຫົວໜ້າສໍານັກງານສິດທິບັດຍີ່ປຸ່ນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຄ, ມີບັນດາທ່ານຄະນະກົມຊັບສິນທາງປັນຍາ, ບັນດາທ່ານຫົວໜ້າ,